ຄວາມດັນເລືອດຕ່ຳອັນຕະລາຍທີ່ຄວນເອົາໃຈໃສ່

79

ຄວາມດັນເລືອດຕໍ່ານັບວ່າເປັນອັນຕະລາຍຕໍ່ສຸຂະພາບເປັນຢ່າງຍິ່ງ, ແຕ່ຄົນສ່ວນໃຫຍ່ ຍັງບໍ່ຮູ້ເຖິງລາຍລະອຽດຂອງມັນເທົ່າທີ່ຄວນ, ເຮົາຈະເຫັນວ່າມີຄົນເຈັບຈໍານວນໜຶ່ງມັກຈະມີອາການວິນຫົວ, ໜ້າມືດ, ອ່ອນເພຍ, ບໍ່ຊື່ນບານ ເຖິງວ່າຈະກິນເຂົ້າແຊບ ຫຼື ນອນຫຼັບເປັນປົກກະຕິພ້ອມທັງກິນອາຫານເສີມ ແລະ ວິຕາມິນຢ່າງບໍ່ຂາດ.

ລວມທັງວຽກງານກໍບໍ່ໄດ້ໜັກໜ່ວງແຕ່ຍັງຮູ້ສຶກວ່າອິດເມື່ອຍອ່ອນແຮງຢູ່ ໂດຍສະເພາະຫຼັງຈາກກິນເຂົ້າແລ້ວຈະຮູ້ສຶກຄື   ເຫງົານອນ, ບໍ່ມີເຫື່ອແຮງ, ບໍ່ມີສະມາທິເຮັດວຽກ, ຮ້າຍກວ່ານັ້ນອາດມີອາການຫົວໃຈສັ່ນ ຫຼື ໜາວສັ່ນ, ໃນຂະນະທີ່ຄົນອື່ນຈະຮູ້ສຶກວ່າອາການປົກກະຕິ ເມື່ອໄປກວດຢູ່ໂຮງໝໍແຕ່ກັບບໍ່ພົບອາການໃດໆ ເພາະຄົນເຈັບຈຳພວກນີ້ຈະມີໂອກາດສູງວ່າມີຄວາມດັນເລືອດຕໍ່າ.

ໂດຍທົ່ວໄປໃນທາງການແພດຄວາມດັນເລືອດຂອງຜູ້  ໃຫຍ່ທີ່ຕໍ່າກວ່າ 90/60 MmHg ແລະ ຄວາມດັນເລືອດຂອງຜູ້  ອາຍຸສູງທີ່ຕໍ່າກວ່າ 100/70 MmHg ຈະຖືກຈັດຢູ່ໃນປະເພດຄວາມດັນຕໍ່າ ເຊິ່ງຈະພົບຫຼາຍໃນກຸ່ມແມ່ຍິງທີ່ມີຮ່າງກາຍອ່ອນແອ, ຜູ້ອາຍຸສູງ ຫຼື ຄົນທີ່ມີປະຫວັດໃນຄອບຄົວມີຄວາມດັນເລືອດຕໍ່າ.

ຄົນທີ່ເປັນຄວາມດັນເລືອດຕໍ່າ ( ບາງຄົນ ) ຈະບໍ່ສະແດງອາການໃດໆ ແຕ່ບາງຄົນຈະມີອາການຫູອື້, ເຈັບຫົວ, ຕາລາຍ, ເຈັບຫຼັງ ແລະ ບັ້ນແອວ, ຕີນມືເຢັນ, ອ່ອນເພຍ, ສະໝອງເມື່ອຍ, ຫຼົງໆລືມໆ, ຂາດສະມາທິ ຫຼື ຮູ້ສຶກວ່າສະໝອງຖືກບີບຄັ້ນ, ມີອາການອອກຮ້ອນ, ທ້ອງອືດ, ມີແກ໊ສສະສົມໃນລໍາໄສ້, ອາການເສື່ອມສະມັດຖະພາບທາງເພດ ຫຼື ປະຈໍາເດືອນມາບໍ່ປົກກະຕິ ແລະ ອື່ນໆ.

ຄົນສ່ວນໃຫຍ່ຈະຄິດວ່າ ຄວາມດັນເລືອດ ແລະ ໄຂມັນໃນເລືອດນັ້ນຄືກັນ ຫຼື ໝາຍຄວາມວ່າຍິ່ງຕໍ່າຍິ່ງດີ ແຕ່ຈະຕໍ່າຢ່າງໃດກໍຕ້ອງມີຂອບເຂດ ແລະ ຂີດຈໍາກັດ, ຖ້າຄວາມດັນເລືອດຕໍ່າເກີນໄປຍ່ອມສົ່ງຜົນຮ້າຍຕໍ່ຮ່າງກາຍເຮັດໃຫ້ເລືອດໄຫຼວຽນຊ້າລົງ, ເລືອດທີ່ໄປລ້ຽງສ່ວນຕ່າງໆຂອງຮ່າງກາຍບໍ່ພຽງພໍ, ງ່າຍຕໍ່ການເກີດເລືອດກ້າມ, ເຮັດໃຫ້ຫຼອດເລືອດຕັນ, ເສັ້ນເລືອດຝອຍໃນຮ່າງກາຍຂາດ ສົ່ງຜົນໃຫ້ເລືອດໄປລ້ຽງສ່ວນຕ່າງໆບໍ່ທັນ ແລະ ອາດເກີດຜົນກະທົບຮ້າຍແຮງຕໍ່ສະໝອງ ເນື່ອງຈາກຂາດອົກຊີແຊນ ແລະ ສານອາຫານໄປລ້ຽງ ເຊິ່ງຈະເຮັດໃຫ້ຄົນເຈັບມີອາການວິນຫົວ, ເຈັບຫົວ, ໜ້າມືດ, ມັກຫຼົງລືມ, ສະໝອງເມື່ອຍ, ບໍ່ມີສະມາທິ ແລະ ອື່ນໆ.

ຖ້າບໍ່ມີການປິ່ນປົວໃຫ້ທັນເວລາອາດເຮັດໃຫ້ປະສິດທິພາບໃນການເຮັດວຽກຂອງຮ່າງກາຍຫຼຸດລົງ, ຄວາມສາມາດໃນການເບິ່ງເຫັນ ແລະ ໄດ້ຍິນຫຼຸດລົງ, ອ່ອນເພຍ, ຊຶມເສົ້າຈົນກໍ່ໃຫ້ເກີດອາການອັລໄຊເມີໃນຜູ້ອາຍຸສູງ ແລະ ເປັນຕົວເລັ່ງອາການໃຫ້ໜັກຂຶ້ນ, ເກີດການລົ້ມເນື່ອງຈາກເປັນລົມເຮັດໃຫ້ກະດູກຫັກ ຫຼື ກະທົບໄດ້ ລວມທັງສ່ຽງຕໍ່ການເປັນຫຼອດເລືອດສະໝອງຕີບຕັນ ຫຼື ກ້າມຊີ້ນຫົວໃຈຂາດເລືອດນໍາ.

( ຂໍ້ມູນຈາກ: thaihealth.com )

( ຮຽບຮຽງ: ນຸ້ມນິ້ມ )