ຮູບເງົາຜະຈົນໄພສຸດປະທັບໃຈຂອງເພື່ອນ 4 ຂາໃນ “ The call of wild ສຽງເອີ້ນຈາກພົງໄພ ”

207

ພ້ອມກັນຄົ້ນຫາຄວາມກ້າຫານ ແລະ ເປັນໜຶ່ງໃນຮູບເງົາຜະຈົນໄພສຸດປະທັບໃຈຂອງເພື່ອນສະໜິດ 4 ຂາ ທີ່ຈະພາເຈົ້າເດີນທາງໄປສຸດຂອບໂລກຈາກສະຕູດີໂອ ແລະ ທີມຜູ້ສ້າງ Life of Pi ເຊິ່ງຮູບເງົາ “ The call of wild ສຽງເອີ້ນຈາກພົງໄພ ” ຈະນໍາໄປສູ່ການຜ່ານຜ່າອຸປະສັກຕ່າງໆໃນການເດີນທາງທີ່ອັນຕະລາຍ.

ຮູບເງົາ “ The call of wild ສຽງເອີ້ນຈາກພົງໄພ ” ເປັນຮູບເງົາ CGI ຜະຈົນໄພເລື່ອງໃໝ່ໂດຍສ້າງຈາກນິຍາຍທີ່ມີຊື່ສຽງຂອງ ແຈັກ ລອນດອນ ໃນປີ 1903 ແລະ ເຄີຍຖືກນໍາມາສ້າງເປັນຕົ້ນສະບັບຮູບເງົາມາກ່ອນແລ້ວ ເຊິ່ງໄດ້ນໍາມາສ້າງໃໝ່ອີກຄັ້ງນໍາສະແດງໂດຍ Harrison Ford, Dan Stevens ແລະ Karen Gillan.

ເລື່ອງລາວເວົ້າເຖິງ buck ໝາໃຈດີທີ່ມີຊີວິດໃນເມືອງອັນສະຫງົບສຸກ, ແຕ່ຊີວິດກັບປ່ຽນໄປເມື່ອຕ້ອງໄດ້ຍ້າຍບ້ານຈາກຖິ່ນຖານເກົ່າໄປຢູ່ໃນປ່າ ແລະ ເປັນຍຸກທີ່ກຳລັງມີການຄົ້ນຫາທອງຄໍາໃນປີ 1890, ເພື່ອນ 4 ຂາ buck ກາຍເປັນສະມາຊິກໃໝ່ຂອງທີມໝາລາກເລື່ອນສົ່ງຈົດໝາຍ ແລະ ກາຍເປັນຫົວໜ້າຝູງ ເຊິ່ງຈະໄດ້ພົບກັບສຸດຍອດການຜະຈົນໄພສຸດຍິ່ງ   ໃຫຍ່ຂອງຊີວິດກັບການຄົ້ນຫາຈຸດຢືນທີ່ແທ້ຈິງໃນໂລກນີ້ ແລະ ກາຍເປັນນາຍຂອງຕົນເອງ.

ພົບກັບການຜະຈົນໄພທີ່ສຸດລະທຶກຕະຫຼອດເວລາໄປກັບເພື່ອນ 4 ຂາທີ່ຊື່ສັດ ແລະ ຄວາມຮັກຈາກເຈົ້າຂອງຈົນຈະເຮັດໃຫ້ທ່ານນໍ້າຕາໄຫຼໃນ ຄວາມຊາບຊຶ້ງ ແລະ ຄວາມກ້າຫານລະຫວ່າງຄົນກັບສັດ ເຊິ່ງເຂົ້າສາຍແລ້ວມື້ນີ້ທຸກໂຮງຮູບເງົາທົ່ວປະເທດ.

( ຂໍ້ມູນຈາກ: www.majorcineplex.com )

( ຮຽບຮຽງ: ນຸ້ມນິ້ມ )