ຮ້ອນອົບເອົ້າແບບນີ້ມາເຮັດກະແລັມໝາກມອນກັນດີກວ່າ

95

ໝາກມອນ ແມ່ນອຸດົມໄປດ້ວຍຄຸນຄ່າທາງວິຕາມິນ ແລະ ແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ ເປັນຕົ້ນແມ່ນວິຕາມິນ C ແລະ ກົດໂຟລິກ ທີ່ຊ່ວຍເສີມການເຮັດວຽກຂອງລະບົບປະສາດ ແລະ ສະໝອງ. ນອກຈາກນັ້ນ, ຍັງມີສານຕ້ານອະນຸມູນອິດສະຫຼະ ເຊັ່ນ: ສານ ( Anthocyanin ) ແລະ ສານ ( Quercetin ).

ສ່ວນປະສົມ:

1 ໝາກມອນ 500 ກຣາມ.

2 ນ້ຳຕານ 100 ກຣາມ.

3 ວິບປິ້ງຄຣີມ 1 ຖ້ວຍນ້ອຍ.

4 ນົມສົດ 3 ຖ້ວຍນ້ອຍ.

5 ນ້ຳສະອາດ 2 ຖ້ວຍນ້ອຍ.

6 ເກືອເລັກໜ້ອຍ.

ວິທີເຮັດ:

ລ້າງໝາກມອນໃຫ້ສະອາດປະໄວ້ໃຫ້ສະເດັດນ້ຳແລ້ວແບ່ງໝາກມອນອອກເປັນ 3 ສ່ວນ ຄື: ແບ່ງ 200 ກຣາມ ແຊ່ໄວ້ໃນຊ່ອງແຂງຈົນເປັນນ້ຳກ້ອນ, ແບ່ງ 200 ກຣາມ ເອົາໃສ່ໝໍ້ພ້ອມກັບນໍ້າສະອາດແລ້ວນຳໄປຄ້າງໄຟອ່ອນໆ ແລະ ອີກສ່ວນທີ່ເຫຼືອແມ່ນເກັບໄວ້ໃຊ້ສຸດທ້າຍ.

ຄົນເລື້ອຍໆຈົນໝໍ້ເລີ່ມຟົດແລ້ວຈຶ່ງຕື່ມເກືອລົງໄປເລັກໜ້ອຍ ແລະ ປະໄວ້ໃຫ້ເຢັນ. ຫຼັງຈາກນັ້ນ, ເອົານົມໃສ່ໝໍ້ພ້ອມກັບນ້ຳຕານແລ້ວນຳໄປຄ້າງໄຟອ່ອນໆຄົນເລື້ອຍໆຈົນນ້ຳຕານລະລາຍ ແລະ ຈຶ່ງປົງລົງປະໄວ້ໃຫ້ເຢັນ.

ເມື່ອສ່ວນປະສົມທຸກຢ່າງເຢັນແລ້ວກໍນຳໝາກມອນທີ່ຕົ້ມໃສ່ເຄື່ອງປັ່ນ ແລ້ວປັ່ນໃຫ້ລະອຽດຈຶ່ງເອົາໝາກມອນທີ່ແຊ່ແຂງ, ນົມສົດທີ່ຕົ້ມກັບນ້ຳຕານ ແລະ ວິບປິ້ງຄຣີມລົງປັ່ນ ແລະ ປັ່ນຈົນເປັນເນື້ອດຽວກັນ ( ກໍລະນີທີ່ບໍ່ມີເຄື່ອງເຮັດກະແລັມ ).

ຈາກນັ້ນ, ຖອກໃສ່ພາຊະນະແລ້ວນຳໝາກມອນທີ່ເຫຼືອ 100 ກຣາມ ລົງໃສ່ກະແລັມທີ່ປະສົມສໍາເລັດຄົນໃຫ້ເຂົ້າກັນ ແລະ ນຳໄປແຊ່ໃນຊ່ອງແຂງປະມານ 3 – 5 ຊົ່ວໂມງ ຫຼື ຈົນມັນແຂງໂຕ, ເວລາເສີບໃຊ້ບ່ວງກະແລັມຕັກໃສ່ຈອກແຕ່ງໜ້າດ້ວຍໝາກມອນເລັກໜ້ອຍ ຮັບຮອງວ່າສະອາດປອດໄພແນ່ນອນ.

ໝາຍເຫດ: ກໍລະນີທີ່ມີເຄື່ອງເຮັດກະແລັມແມ່ນບໍ່ຕ້ອງນຳໝາກມອນໄປຕົ້ມກ່ອນ, ແຕ່ໃຫ້ແຊ່ແຂງທັງໝົດແລ້ວນຳໄປໃສ່ເຄື່ອງເຮັດກະແລັມເລີຍ, ສ່ວນກໍລະນີທີ່ບໍ່ມັກໃສ່ວິບປິ້ງຄຣີມກໍສາມາດນຳໂຢເກິດລົດທຳມະຊາດມາໃສ່ແທນໄດ້ ແລະ ຕື່ມນ້ຳຕານໃສ່ອີກໜ້ອຍໜຶ່ງ.

( ຂໍ້ມູນຈາກ: snapguide.com )

( ຮຽບຮຽງ: ນຸ້ມນິ້ມ )