ທ່ານນາຍົກຕ້ອນຮັບປະທານສະພາຜູ້ແທນລາຊະດອນ ແຫ່ງສາທາລະນະລັດເຊັກ

135

ໃນຕ່ອນບ່າຍ ວັນທີ 20 ກຸມພາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງທ່ານ ຣາ ເດັກ ວອນ ດຣາ ເຊັກ, ປະທານສະພາຜູ້ແທນລາຊະດອນແຫ່ງ ສາທາລະນະລັດເຊັກ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 20-22 ກຸມພາ 2020 ຕາມການເຊື້ອເຊີນຂອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ ຣາ ເດັກ ວອນ ດຣາ ເຊັກ ໃນຄັ້ງນີ້, ຊຶ່ງມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ແລະ ຖືໄດ້ວ່າເປັນຄັ້ງປະຫວັດສາດ ຂອງການຢ້ຽມຢາມແລກປ່ຽນ ລະຫວ່າງ ສອງອົງການນິຕິບັນຍັດ ນັບແຕ່ທັງສອງປະເທດ ລາວ ແລະ ເຊັກ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນປີ 1962 ເປັນຕົ້ນມາ, ພ້ອມທັງ ເຊື່ອໝັ້ນວ່າ ໝາກຜົນຂອງການຢ້ຽມຢາມໃນຄັ້ງນີ້ ຈະປະກອບສ່ວນສໍາຄັນ ເຂົ້າໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ.ເຊັກ ກໍ່ຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ມີການຂະຫຍາຍຕົວ ໃນທ່ວງທ່າໃໝ່.

ພ້ອມກັນນັ້ນ ກໍ່ຈະເປັນໂອກາດທີ່ດີ ໃຫ້ແກ່ຜູ້ປະກອບການທຸລະກິດ ທັງສອງປະເທດ ລາວ ແລະ ເຊັກ ໄດ້ຮ່ວມກັນປຶກສາຫາລື, ຊອກຫາໂອກາດໃນການຮ່ວມມືກັນ ດຳເນີນທຸລະກິດຕາມທ່າແຮງ ແລະ ຄວາມຕ້ອງການ ຂອງແຕ່ລະຝ່າຍ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື ທາງດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ໃຫ້ເປັນຮູບປະທຳເທື່ອລະກ້າວ. ເພື່ອສືບຕໍ່ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວ ດີຂຶ້ນກວ່າເກົ່າ.

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີຕໍ່ທ່ານປະທານສະພາລາຊະດອນ ແຫ່ງ ສ.ເຊັກ ສືບຕໍ່ໃຫ້ການຊ່ວຍເຫຼືອລາວ ໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ທຶນການສຶກສາ ແກ່ນັກສຶກສາລາວ ໃນລະດັບຕ່າງໆ ໃນໄລຍະຕໍ່ໄປ; ຊ່ວຍຊຸກຍູ້ລັດຖະບານ ສ. ເຊັກ ສືບຕໍ່ສຶກສາຄວາມເປັນໄປໄດ້ ໃນການຮ່ວມມືດ້ານຕ່າງໆ ທີ່ສອງປະເທດມີທ່າແຮງ ແລະ ມີຄວາມຮຽກຮ້ອງຕ້ອງການ ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ນອກຈາກນັ້ນ ຍັງໄດ້ກ່າວຂອບໃຈ ຕໍ່ລັດຖະບານ ສ.ເຊັກ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນ ດ້ານທຶນຮອນ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ກໍ່ຫວັງຢ່າງຍິ່ງວ່າ ຈະມີໂອກາດ ໄດ້ຕ້ອນຮັບການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສ. ເຊັກ ໃນເວລາທີ່ເໝາະສົມ.

ໃນໂອກາດດຽວກັນ, ທ່ານປະທານສະພາຜູ້ແທນລາຊະດອນ ແຫ່ງ ສ.ເຊັກ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ແຈ້ງທ່ານນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບສະພາບການພັດທະນາທີ່ພົ້ນເດັ່ນ ຂອງ ສ.ເຊັກ, ລວມທັງ ຜົນສຳເລັດເບື້ອງຕົ້ນ ໃນການພົບປະ ແລະ ເຮັດວຽກກັບສະພາແຫ່ງຊາດ ແຫ່ງ ສປປ ລາວ.

ແຫຼ່ງທີ່ມາ:ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ