ການບໍລິການອາຫານເທິງເຄື່ອງບິນ ຈະເລີ່ມໃຫ້ບໍລິການໃນຕົ້ນເດືອນມີນາ ນີ້

134

ລັດວິສາຫະກິດການບິນລາວ ເລືອກໂຮງແຮມ ຄຣາວ ພລາຊາ ເປັນຜູ້ບໍລິການອາຫານເທິງເຮືອບິນ ເຊິ່ງຈະເລີ່ມໃຫ້ບໍລິການສາຍການບິນພາຍໃນ ໃນວັນທີ 1 ມີນາ 2020 ເປັນປະເພດອາຫານເບົາ ແລະ ເລີ່ມວັນທີ 1 ມິຖຸນາ  2020 ບໍລິການທັງສາຍການບິນພາຍໃນ ແລະ ຕ່າງປະເທດ ສຳລັບອາຫານຊັ້ນທຸລະກິດ ແລະ ຊັ້ນປະຢັດ.

ພິທີມອບຮັບສັນຍາການບໍລິການອາຫານເທິງເຮືອບິນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ 2020 ທີ່ ໂຮງແຮມ ຄຣາວພລາຊາ ວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ແລະ ທ່ານນາງ ແພັດເທຣຍ ປູຢ໊າດ ຜູ້ຈັດການໃຫຍ່ຂອງໂຮງແຮມ ຄຣາວພລາຊາ ວຽງຈັນ, ມີບັນດາທີມງານຈາກສອງພາກສ່ວນເຂົ້າຮ່ວມ.

ທ່ານ ສະເຫຼີມ ໄຕຍະລາດ ກ່າວວ່າ: ເພື່ອປັບປຸງການບໍລິການອາຫານໃຫ້ດີຂຶ້ນ ແລະ ໄດ້ມາດຕະຖານຂຶ້ນກວ່າເກົ່າ. ພວກເຮົາ ໄດ້ຕັດສິນໃຈເລືອກເອົາໂຮງແຮມ ຄຣາວ ພລາຊ່າ ເປັນຜູ້ສະໜອງອາຫານໃຫ້ລັດວິສາຫະກິດການບິນລາວ.

ການປັບປຸງໃນຄັ້ງນີ້ ຈະເປັນໃບໜ້າອັນໃໝ່ໃຫ້ກັບການບໍລິການຂອງສາຍການບິນບໍ່ວ່າຈະເປັນເສັ້ນທາງພາຍໃນ ແລະ ຕ່າງປະເທດ.