ສິ່ງ​ທີ່​ຄວນ​ຮູ້! ​ສຳລັບຄົນທີ່ມັກ​ດື່ມປະ​ເພດ​ນ້ຳຫວານ ຫຼື ອັດ​ລົມ​ຫຼາຍ​ເກີນ​ໄປ

158

ອີງ​ຕາມຜົນ​ການ​ສຳ​ຫຼວດ​ທີ່​ຕີພິມ ​ແລະ ​ໄດ້ເຜີຍແຜ່ລົງວາລະສານ ດູ​ເລ​ຊັ່ນ ລະບຸ​ວ່າ: ນ້ຳ​ອັດ​ລົມ ຫຼື ເຄື່ອງ​ດື່ມ​ປະ​ເພດທີ່​ມີ​ລົດ​ຫວານ​​ອາດ​ຈະມີ​ຄວາມສ່ຽງ​ເຮັດ​​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ໃນທົ່ວໂລກ.

​ໃນນັ້ນມີຜູ້ເສຍຊິວິດຈາກທາດນ້ຳຕານປະມານ 133.000 ຄົນ, ພະຍາດ​ເບົາຫວານ, ພະຍາດຫົວ​ໃຈ ​ແລະ ພະຍາດ​ຫຼອດ​ເລືອດ​​ປະມານ 15.000 ຄົນ ​ແລະ ພະ​ຍາດ​ມ​ະ​ເຮັງຈຳນວນ 6.450 ຄົນ ​ໂດຍມີສາ​ເຫ​ດມາຈາກ​ການ​ບໍລິ​ໂພ​ກ​ເຄື່ອງ​ດື່ມທີ່ມີທາດ​ນ້ຳຕານຫຼາຍ.

ຊ່ຽວຊານ​ມະຫາວິທະຍາ​ໄລ ບອສ໌ຕັນ (Boston) ສະຫະລັດອາ​ເມ​ຣິ​ກາ​ໃຫ້​ຮູ້​ວ່າ: ປະ​ເທດ​ຕ່າງໆ​ໃນ​ທົ່ວໂລກມີ​ໂຕ​ເລກ​ຜູ້​ເສຍ​ຊິວິດຍ້ອນ​ເຄື່ອງ​ດື່ມ​ປະ​ເພ​ດທີ່​ມີ​ລົດ​ຫວານ​ຫຼາຍ. ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​​​ໃນ​ຈຳນວນ​ເດັກນ້ອຍ 450 ຄົນຕໍ່ຜູ້​ໃຫຍ່ 1 ລ້ານ​ຄົນ ສະ​ນັ້ນ, ປະ​ເທດ​ຕ່າງໆຄວນ​ໃຫ້​ຄວາມ​ສຳຄັນກັບບັນຫາ​ນີ້.ນອກຈາ​ກນັ້ນ, ບັນດາ​ປະ​ເທ​ດທີ່​ມີ​ລາຍ​ໄດ້​ປານ​ກາງກໍ່ມີຜູ້​ເສຍ​ຊິວິດ​ຈາກ​ບັນຫາ​ດັ່ງກ່າວກວມ​ເຖິງ 76%.

 

ທີ່​ມາ: vtlaos ​