ທ່ານ ວົງນໍາ ວົງວິໄລ ໄດ້ຮັບຄວາມໄວ້ວາງໃຈເປັນປະທານ ສະມາຄົມປ້າຍລາວ

141

ວັນທີ 20 ກຸມພາ 2020 ທີ່ຫໍວັດທະນະທໍາ ແຫ່ງຊາດ ໄດ້ມີກອງປະຊຸມ ສ້າງຕັ້ງສະມາຄົມປ້າຍລາວຂຶ້ນ ເພື່ອເຕົ້ມໂຮມຄວາມສາມັກຄືຂອງຜູ້ດໍາເນີນທຸລະກິດຜະລິດປ້າຍລາວໃນຂອບເຂດທົ່ວປະເທດ ເຊິ່ງໄລຍະຜ່ານມາ ຜູ້ເຮັດທຸລະກິດທຸລະກິດປ້າຍລາວແມ່ນກະແຈກກະຈາຍ ເຮັດພໍໃຜພໍລາວ ເຮັດໃຫ້ ການຄຸ້ມຄອງຫຍຸ້ງຍາກ ຂາດການປະສານງານພາຍໃນ ເສຍປຽບຜູ້ປະກອບການຕ່າງຊາດ ສະນັ້ນ, ຈຶ່ງມີການສ້າງຕັ້ງສະມາຄົມ ປ້າຍລາວ (ສປລ)

ເຂົ້າຮ່ວມໃນພິທີໂດຍທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ ,ມີທ່ານ ວົງນໍາ ວົງວິໄລ ອໍານວຍການ ຂຸນຕາປ້າຍ ຄະນະຂົນຂວຍສ້າງຕັ້ງ ສປລ ໄດ້ຮັບຄວາມໄວ້ວາງໃຈເປັນ ປະທານສະມາຄົມປ້າຍລາວ