ຫຼວງພະບາງ ເລືອກໄດ້ນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ກຽມເຂົ້າຮ່ວມສອບເສັງລະດັບຊາດໃນທ້າຍເດືອນມີນານີ້

243

ການສອບເສັງນັກຮຽນເກັ່ງຂັ້ນແຂວງໃນຄັ້ງນີ້ ແມ່ນເປັນການຄັດເລືອກເອົານັກຮຽນເກັ່ງເພື່ອເປັນຕົວແທນແຂວງຫຼວງພະບາງໃນການເຂົ້າຮ່ວມການສອບເສັງລະດັບຊາດທີ່ຈະຈັດຂື້ນທີ່ນະຄອນຫຼວງວຽງຈັນໃນທ້າຍເດືອນ ມີນານີ໊ ທັງເປັນການກະຕຸກຊຸກຍູ້ ແລະ ປັບປຸງຄຸນນະພາບການຮຽນ-ການສອນຂອງຄູ-ອາຈານ ແລະ ນ້ອງນັກຮຽນ.

ອີກດ້ານໜື່ງກໍ່ເພື່ອເປັນການປະເມີນຄວາມຮູ້ຄວາມສາມາດຂອງນ້ອງນັກຮຽນທີ່ໄດ້ສຶກສາຄົ້ນຄວ້າຮໍ່າຮຽນຈາກຄູອາຈານ ແລະ ທັງເປັນການແຂ່ງຂັນການສອນດີ-ຮຽນເກັ່ງຂອງຄູ-ນັກຮຽນໃນແຕ່ລະຂັ້ນຮຽນ,ຊັ້ນຮຽນຕ່າງໆ ຮັບປະກັນໃຫ້ໄດ້ທາງດ້ານປະສິດທິພາບ,ຄຸນນະພາບ,ຍ້ອງຍໍຄູສອນດີ,ນັກຮຽນເກັ່ງ.

ໃນວັນທີ 19 ກຸມພາຜ່ານມາ, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດພິທີສອບເສັງຄັດເລືອກນັກຮຽນເກັ່ງຊັ້ນປະຖົມສຶກສາ (ປ.5), ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມປາຍ (ມ.7) ປະຈຳສົກຮຽນ 2019-2020 ຂຶ້ນທີ່ສູນໄອຊີທີ (ICT) ພະແນກດັ່ງກ່າວ ໂດຍການເປັນປະທານຂອງທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ,ທ່ານ ນາງ ບົວທອງຕັນ ແສນສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະກຳມະການຍາມຫ້ອງສອບເສັງ, ຄູນຳພາ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ທັງພາກລັດ ແລະ ເອກະຊົນຈາກ 11 ເມືອງ ແລະ 1 ນະຄອນຫຼວງພະບາງ ພ້ອມດ້ວຍ ໂຮງຮຽນມັດທະຍົມສົມບູນ ອ້ອມຂ້າງແຂວງເຂົ້າຮ່ວມ.

ສຳລັບການສອບເສັງນັກຮຽນເກັ່ງລະດັບແຂວງປະຈຳສົກຮຽນ 2019-2020 ມີນັກສອບເສັງເຂົ້າຮ່ວມທັງໝົດ 184 ຄົນ, ຍິງ 58 ຄົນ, ໃນນັ້ນຊັ້ນ ປ.5 ມີ 36 ນ້ອງ, ຍິງ 17 ນ້ອງ, ສອບເສັງໃນ 3 ວິຊາ ຄື: ວິຊາໂລກອ້ອມຕົວ, ພາສາລາວ ແລະ ວິຊາຄະນິດສາດ, ຊັ້ນມັດທະຍົມຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມປາຍ (ມ.7)  ສອບເສັງໃນ 4 ວິຊາຄື: ວິຊາ ພາສາລາວ-ວັນນະຄະດີ,ຄະນິດສາດ,ຟີຊິກສາດ ແລະ ເຄມີສາດ.

ໃນນັ້ນ, ຊັ້ນມ.4 ມີນັກສອບເສັງ 72 ນ້ອງ, ຍິງ 22 ນ້ອງ, ຈັດເປັນ 2 ຫ້ອງ ແລະ ຊັ້ນ ມ.7 ມີນັກສອບເສັງ 76 ນ້ອງ, ຍິງ 19 ນ້ອງ ແລະ ຈັດເປັນ 2 ຫ້ອງ (ແຕ່ລະຫ້ອງນັກສອບເສັງນັ່ງຊັບຫວ່າງກັນໃນແຕ່ລະວິຊາ).

ຜ່ານການສອບເສັງຜົນປະກົດວ່າ: ຊັ້ນປະຖົມ ປ.5 ອັນດັບທີ 1 ວິຊາ ພາສາລາວ ໄດ້ແກ່ ນາງ ມະລິສາ ສີໂພໄຊຈາກໂຮງຮຽນ ກຽດຕິສັກນາໆຊາດ ນະຄອນຫຼວງພະບາງ, ວິຊາໂລກອ້ອມຕົວ ອັນດັບທີ 1 ນາງ ວັນນິດາ ຈາກໂຮງຮຽນ ປສ ນາຫຼວງ, ສ່ວນວິຊາຄະນິດສາດ ອັນດັບທີ 1 ທ້າວ ເອເວັ່ນຊ່ອງ ລິດທະວົງ ຈາກໂຮງຮຽນ ປສ ກຽດຕິສັກນາໆຊາດ

ຊັ້ນມັດທະຍົມຕອນຕົ້ນ ມ.4 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ທະນັກພົນ ປະເສີດກຸນ ຈາກໂຮງຮຽນ ມສ ສັນຕິພາບ, ວິຊາຄະນິດສາດ ອັນດັບທີ 1 ທ້າວ ກົງເລົ່າ ຈາກໂຮງຮຽນ ມສ ສັນຕິພາບ ນະຄອນຫຼວງພະບາງ, ວິຊາເຄມີສາດ ອັນດັບທີ 1 ນາງ ເພັດກະຮັດ ທອງສະຫວັນ ມສ ປ່ອງຄຳ ນະຄອນຫຼວງພະບາງ,ວິຊາຟີຊິກສາດ ອັນດັບທີ 1 ທ້າວ ເຊັງ ຊົ່ງ ຈາກໂຮງຮຽນ ມ.ສ ກິ່ວກະຈຳ ເມືອງຊຽງເງິນ.

ສ່ວນຊັ້ນມັດທະຍົມປາຍ ມ7 ຜູ້ທີ່ຄອງອັນດັບ1 ທັງ 4 ວິຊາລ້ວນເປັນນັກຮຽນຈາກ ມສ ສັນຕິພາບເຊັ່ນ: ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ອ້ວນ ຄຳມີໄຊ ຈາກໂຮງຮຽນ ມສ ສັນຕິພາບ ນະຄອນຫຼວງພະບາງ, ວິຊາຄະນິດສາດ ອັນດັບທີ 1 ທ້າວ ບຸນໄຊ ບຸນທະນາ ຈາກໂຮງຮຽນ ມສ ສັນຕິພາບ, ສ່ວນ ວິຊາ ເຄມີສາດ ອັນດັບທີ 1 ທ້າວ ສໍລີ ເຈີຕາລີ ຈາກໂຮງຮຽນ ມສ ສັນຕິພາບ ແລະ ວິຊາ ຟີຊິກສາດ ອັນດັບທີ 1 ທ້າວ ລາວຈໍ ວື ມ.ສ ສັນຕິພາບ.

ສຳລັບນັກຮຽນຊັ້ນ ມ.4 ແລະ ມ.7 ຜູ້ທີ່ໄດ້ອັນດັບທີ 1 ຂອງແຕ່ລະວິຊາ ແມ່ນຈະໄດ້ສືບຕໍ່ບຳລຸງເພື່ອກຽມພ້ອມເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດ ທີ່ ນະຄອນຫຼວງວຽງຈັນ ທ້າຍ ເດືອນ ມີນາທີ່ຈະມາເຖິງນີ້.

ໂດຍ: ແຈັກກີ້ ສກຂ ຫຼວງພະບາງ