ແຟນເພງຍຸກ 80 ກຽມຢ້ອນຍຸກກັບວົງດອກໄມ້ແດງ ຂຶ້ນໂຊເຕັມຍົດອາທິດໜ້າ

89

ຈຸດປະສົງການຈັດງານການກຸສົນຕໍານານຊາວໜຸ່ມດອກໄມ້ແດງຂຶ້ນມາ ເພື່ອເຜີຍແຜ່ສຽງເພງລາວ ຕົ້ນສະບັບຈາກຄົນລຸ້ນເກົ່າ ໃຫ້ແກ່ຄົນລຸ້ນໃໝ່ໄດ້ຮັບຮູ້ ແລະ ພ້ອມກັນອະນຸລັກສຽງເພງເຫຼົ່ານີ້ໃຫ້ຄົງຢູ່ກັບສັງ ຄົມລາວ, ເພື່ອຫາລາຍໄດ້ສົມທົບທຶນຊ່ວຍເຫຼືອສິນລະປິນອາວຸໂສ ແລະ ຍັງເປັນການເຕົ້າໂຮມວົງໃນຕໍານານ ຊາວໜຸມດອກໄມ້ແດງ ທີ່ບໍ່ໄດ້ຖືກເຕົ້າໂຮມມາເປັນເວລາຫຼາຍກວ່າ 30 ປີໄດ້ມາລວມຕົວອີກຄັ້ງໜຶ່ງ ລາຍຮັບ ຫຼັງຈາກຫັກຄ່າໃຊ້ຈ່າຍທັງໝົດ ແລ້ວຈະມອບສົມທົບທຶນຊ່ວຍເຫຼືອສິນລະປິ່ນອາວຸໂສທີ່ໄດ້ສ້າງຊື່ສຽງໃຫ້ແກ່ວົງການດົນຕີລາວ.

ງານການກຸສົນຕໍານານຊາວໜຸ່ມດອກໄມ້ແດງ ແມ່ນຈະຈັດຂຶ້ນເປັນເວລາ 8 ວັນ ເລີ່ມໃນລະຫວ່າງ ວັນທີ 22-29 ກຸມພາ 2020 ຈະມາເຖິງນີ້, ແຕ່ລະວັນແມ່ນຈະເລີ່ມຕັ້ງແຕ່ ເວລາ 17:00 ໂມງ ແລງ ຈົນເຖິງ 21:00 ໂມງຄ່ຳ ທີ່ສວນດອນຈັນ, ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ພາຍໃນງານແມ່ນຈະມີການຕົບແຕ່ງພາຍໃຕ້ບັນຍາການຢ້ອນຍຸກ, ໃນໄລຍະເວລາ 7 ວັນ ທໍາອິດ 22-28 ກຸມພາ ແມ່ນຈະ ຈັດເປັນຕະຫຼາດນັດຍ້ອນຍຸກ ພ້ອມທັງເສບດົນຕີຄົບງັນເບົາໆພາຍໃນງານ.

ງານດັ່ງກ່າວ, ແມ່ນໄດ້ແບ່ງອອກເປັນ 5 ສ່ວນດັ່ງນີ້:

ສ່ວນທີ 1 ສວນກິດຈະກໍາ ແລະ ຕະຫຼາດຢ້ອນຍຸກ ແມ່ນຈະມີການສາຍຫນັງກາງແປນ, ຊັມເກມຍ້ອນ ຍຸກ ບໍ່ວ່າຈະເປັນດຶກກະປ່ອງ, ຍິງຕຸກກະຕາ, ຊິງຊ້າສະຫວັນ ແລະ ຕະຫຼາດຂາຍເຄື່ອງຍ້ອນຍຸກ ອາຫານ ເຄື່ອງດື່ມ ພ້ອມກັນນັ້ນກໍຍັງມີບ່ອນເຊົ່າຊຸດລາວເພື່ອໄດ້ໃຫ້ຜູ້ເຂົ້າຊົມໃສ່ຖ່າຍຮູບເພື່ອເກັບຮູບພາບທີ່ລະລຶກພາຍ ໃນງານ

ສ່ວນທີ 2 ສ່ວນຄອນເສີດນ້ອຍ ຈະມີບ່ອນນັ່ງໄວ້ໃຫ້ຜູ້ມາຊົມງານໄດ້ນັ່ງພັກເຊົາ ຮັບປະທານອາຫານ ແລະ ເຄື່ອງດື່ມ ພ້ອມເພີດເພີນໄປກັບ ສິລະປິນລຸ້ນໃຫມ່ທີ່ຈະມາມອບບົດເພງເກົ່າໃຫ້ໄດ້ຟັງກັນ

ສວນທີ 3 ສ່ວນໂຊພາຫະນະຢ້ອນຍຸກ ແລະ ວາງສະແດງຮູບພາບເກົ່າ. ໂຊນນີ້ຈະມີລົດເກົ່າ ຈົນເຖິງ ເຄື່ອງຂອງເກົ່າ ລວມໄປເຖິງຮູບພາບເກົ່າຂອງນະຄອນຫຼວງວຽງຈັນໃນສະໄຫມກ່ອນ ແລະ ຮູບພາບຂອງຕໍາ ນານຊາວຫນຸ່ມດອກໄມ້ແດງ ວາງສະແດງໃຫ້ຜູ້ເຂົ້າຊົມໄດ້ເກັບຮູບພາບ.

ສ່ວນທີ 4 ສ່ວນຂາຍອາຫານ ແລະ ເຄື່ອງດື່ມ ທີ່ທາງຮ້ານອາຫານຂອບໃຈເດີ ຈະໄດ້ຈັດກຽມອາຫານລາວ ດັງເດີມໄວ້ຂາຍໃນມື້ຄອນເສີດ ວັນທີ 29 ກຸ່ມພາເທົ່ານັ້ນ.

ສ່ວນທີ 5 ແມ່ນ ສ່ວນການສະແດງ ທີ່ຈະຈັດພຽງມື້ດຽວ ວັນທີ 29 ກຸມພາ ເທົ່ານັ້ນ ເລີ່ມຕັ້ງແຕ່ເວລາ 18:30 ແລງຈົນເຖິງ 21 ໂມງຄ່ຳ, ໃນການສະແດງແມ່ນຈະມີຫຼາກຫຼາຍສິລິປິນທັງລຸ້ນເກົ່າ ແລະ ໃໝ່ເຂົ້າຮ່ວມ ເຊັ່ນ: ຊາວໜຸ່ມດອກໄມ້ແດງ.