ວາງສີລາລຶກ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ເລກທີ 1

258

ເລີ່ມຂຶ້ນຢ່າງເປັນທາງການແລ້ວສໍາລັບໂຄງການກໍ່ສ້າງເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ ເລກທີ 1 ຫຼືທາງດ່ວນຄູ່ຂະໜານ ຖະໜົນໄກສອນ ພົມວິຫານ ລ່າສຸດ ໃນວັນທີ 20 ກຸມພາ 2020 ໄດ້ມີການຈັດພິທີວາງສີລາລືກ ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງທາງດ່ວນວຽງຈັນ ໝາຍເລກ 1 ຫຼື ທາງຄູ່ຂະໜານ ຖະໜົນໄກສອນ ພົມວິຫານ ເປັນໂຄງການລົງທຶນຂອງນັກທຸລະກິດເອກະຊົນ (ບໍລິສັດ ທາງດ່ວນວຽງຈັນໝາຍເລກ 1) ໃນຮູບແບບ BOT ຊຶ່ງໄລຍະສໍາປະທານ ແມ່ນ 50 ປີ, ມີມູນຄ່າການລົງທຶນປະມານ 200 ລ້ານໂດລາ, ດ້ວຍໄລຍະເວລາການກໍ່ສ້າງ 24 ເດືອນ, ໃນນີ້ລວມມີຄ່າຊົດເຊີຍ, ມີຈຸດເລີ່ມແຕ່ ສູນການຄ້າລາວໄອເຕັກ ຫາ ດົງໝາກຄາຍ

ກວມເອົາ 2 ເມືອງຄື: ໄຊເສດຖາ ແລະ ໄຊທານີ ໃນນັ້ນສະເພາະເມືອງໄຊເສດຖາຈໍານວນ 14 ບ້ານ, ເມືອງໄຊທານີ ຈໍານວນ 7 ບ້ານ; ໄລຍະທີ 1 ຄວາມຍາວ 15 ກິໂລແມັດ, ໜ້າທາງກວ້າງ 23,6 ແມັດ ປະກອບມີ 4 ເລນ ບາງເຂດຈະປູດ້ວຍ ຄອນກິດ ແລະ ບາງເຂດຈະປູດ້ວຍຢາງ, ຈະມີທາງຂຶ້ນລົງ 8 ຈຸດຄື: 1 ເຂດເສດຖະກິດສະເພາະບຶງທາດຫລວງ; 2 ບ້ານໂນນສະຫວ່າງ; 3 ເມືອງດອກຈໍາປາ; 4 ຕະຫຼາດອານຈີ; 5 ຖະໜົນ 450 ປີ; 6 ບ້ານໄຊ; 7 ຖະໜົນ 13 ໃຕ້ ແລະ 8 ດົງໝາກຄາຍ.

ຫາກໂຄງການກໍ່ສ້າງເສັ້ນທາງດ່ວນຄູ່ຂະໜານສາຍນີ້ສຳເລັດ ກໍ່ຈະເປັນອີກຊ່ອງທາງໃນການຊ່ວຍຫຼຸດຜ່ອນການສັນຈອນແອອັດໃນຕົວເມືອງ ທັງເປັນການເພີ່ມທາງເລືອກທີ່ສະດວກສະບາຍ ໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນອີກດ້ວຍ ເນື່ອງຈາກປັດຈຸບັນເສັ້ນທາງຖະໜົນພົມວິຫານຈະເຫັນວ່າລົດຕິດຍາວຢຽດເປັນຫຼາຍກິໂລແມັດ ໂດຍສະເພາະໃນຊົ່ວໂມງຮີບດ່ວນ.