ຕິດຕາມເສດຖະກິດອັງກິດໄລຍະນັບຖອຍຫຼັງເມື່ອແຍກຈາກອີຢູ

77

ຕິດຕາມເສດຖະກິດອັງກິດໄລຍະນັບຖອຍຫຼັງຫຼັງຈາກອອກຈາກອີຢູຢ່າງເປັນທາງການເມື່ອບໍ່ດົນມານີ້ໂດຍໄລຍະເວລາ11ເດືອນທີ່ເຫຼືອຈັບຈາກນີ້ເປັນໄລຍະທີ່ອັງກິດຕ້ອງເຮັດຂໍ້ຕົກລົງການຄ້າສະບັບໃໝ່ກັບອີຢູ ແລະ ປະເທດຕ່າງໆທົ່ວໂລກ.

ຂະບວນການຖອນຕົວອອກຈາກການເປັນສະມາຊິກສະຫະພາບເອີຣົບຫຼືອີຢູຂອງອັງກິດທີ່ຍືດເຍື້ອຍາວນານມາຫຼາຍປີນັ້ນໄດ້ກາຍເປັນຄວາມຈິງແລ້ວໃນວັນທີ31ເດືອນ ມັງກອນປີ2020ຫຼັງຈາກອີຢູອະນຸມັດຂັ້ນຕອນສຸດທ້າຍເມື່ອວັນທີ29ເດືອນ ມັງກອນກ່ອນໜ້ານັ້ນພຽງສອງມື້ເປີດທາງໃຫ້ອັງກິດອອກຈາກອີຢູທີ່ຢູ່ມາດົນເກືອບ50ປີຖືເປັນຄວາມເສື່ອມໂຊມຄັ້ງສໍາຄັນຂອງທະວີບເອີຣົບ.

ບັນຍາກາດປະຊຸມສະພາເອີຣົບເມື່ອອາທິດທີ່ຜ່ານມາ,ການຊີ້ແຈງເຕັມໄປດ້ວຍສາກສະເທືອນອາລົມໂດຍສະມາຊິກສະພາຫຼາຍຄົນຕ່າງພາກັນຫຼັ່ງນໍ້າຕາກ່ອນລົງຄະແນນສຽງດ້ວຍ621ຕໍ່49ສຽງເຫັນດີກັບຂໍ້ຕົກລົງແຍກຈາກອີຢູທີ່ອັງກິດເຮັດໄວ້ກັບ27ປະເທດສະມາຊິກອີຢູເມື່ອເດືອນ ຕຸລາທີ່ຜ່ານມາຜົນສືບເນື່ອງຈາກການທີ່ປະຊາຊົນລົງຄະແນນສຽງຖອນຕົວອອກຈາກອີຢູເມື່ອກວ່າສາມປີກ່ອນ.

ອັງກິດເຂົ້າເປັນສະມາຊິກອີຢູໃນປີ1973 ແລະ ໄດ້ສິ້ນສຸດລົງເມື່ອວັນທີ31ເດືອນ ມັງກອນທີ່ຜ່ານມາ,ສໍານັກງານອີຢູຈະຖອນທຸງອັງກິດອອກຈາກເສົາເຊັ່ນດຽວກັບສະຖານທູດອັງກິດກໍຈະນໍາທຸງອອກເຊັ່ນກັນ.

ຫຼັງຈາກວັນທີ31ເດືອນ ມັງກອນທີ່ຜ່ານມາຈົນເຖິງທ້າຍປີ2020ຖືເປັນໄລຍະເວລາປ່ຽນຜ່ານທີ່ອັງກິດກັບອີຢູຕ້ອງເຈລະຈາກັນໃນທຸກເລື່ອງ,ຕັ້ງແຕ່ການຄ້າໄປຈົນເຖິງການປ້ອງກັນປະເທດເພື່ອສະຖາປະນາຄວາມສໍາພັນຮູບແບບໃໝ່.

ຂໍ້ມູນຈາກວົງການການທູດໃຫ້ຮູ້ວ່າ:ຄວາມສໍາພັນຮູບແບບໃໝ່ຈະພິຈາລະນາຈາກຂໍ້ຕົກລົງຮ່ວມຕົວກັນແບບຫຼວມໆຄ້າຍຄືທີ່ອີຢູເຮັດກັບປະເທດ ອູແກຣນ.

ໂດຍໄລຍະເວລາ11ເດືອນນັບຈາກນີ້ເປັນໄລຍະທີ່ອັງກິດຕ້ອງລຸຍເຮັດຂໍ້ຕົກລົງການຄ້າສະບັບໃໝ່ທັງກັບອີຢູ ແລະ ປະເທດຕ່າງໆທົ່ວໂລກ.ທ່ານ ເຄຣກ ເອີແລມ ນັກວິເຄາະຈາກໂອອັນຄາ ກ່າວວ່າ:ຄວາມບໍ່ແນ່ນອນຍັງມີຢູ່ມະຫາສານກວ່າຈະເຖິງທ້າຍປີນີ້ເຖິງວ່າຕົວເລກຊີ້ວ່າເມື່ອທ້າຍປີ2019ທີ່ຜ່ານມາເສດຖະກິດອັງກິດດີຂຶ້ນໜ້ອຍໜຶ່ງ,ແຕ່ຫົນທາງຍັງບໍ່ໂຮຍດ້ວຍກີບກະຫຼາບ.

ກ່ອນໜ້ານີ້,ທ່ານ ມາກ ຄານີ ຜູ້ວ່າການທະນາຄານກາງອັງກິດກ່າວວ່າ:ເຖິງວ່າຄວາມບໍ່ແນ່ນອນຈະຫຼຸດລົງ,ແຕ່ກໍຢ່ານິ້ງນອນໃຈເລື່ອງເສດຖະກິດຟື້ນຕົວເຮັດໃຫ້ນັກວິເຄາະຫຼາຍຄົນຄາດຄະເນວ່າທະນາຄານກາງອັງກິດອາດຈະຫຼຸດອັດຕາດອກເບ້ຍນະໂຍບາຍລົງ0,25%ລົງໄປຢູ່ທີ່0,5%ເຊິ່ງຈະເປັນການຫຼຸດອັດຕາດອກເບ້ຍຄັ້ງທໍາອິດນັບຕັ້ງແຕ່ເດືອນ ສິງກາປີ2016ທີ່ຜ່ານມາ.

ນອກຈາກນີ້,ເສດຖະກິດອັງກິດໃນໄລຍະສັ້ນກໍຕ້ອງຂຶ້ນຢູ່ກັບເຫດການສໍາຄັນນໍາເຊັ່ນການເຈລະຈາກການຄ້າລະຫວ່າງອາເມຣິກາກັບຈີນ ແລະ ຄວາມເສຍຈາກການລະບາດຂອງພະຍາດທີ່ຈະສົ່ງຜົນກະທົບຕໍ່ເສດຖະກິດໂລກ.

ໂດຍຕົວເລກຊີ້ວັດສໍາຄັນເຖິງຄວາມແຂງແກ່ນຂອງເສດຖະກິດອັງກິດກໍຄືເງິນກອນທີ່ແຂງຄ່າຂຶ້ນມາໃນໄລຍະຫຼັງໆຈາກເຄີຍອ່ອນຄ່າລົງຫຼັງຜົນການລົງຄະແນນສຽງຂອງປະຊາຊົນທີ່ຕ້ອງການໃຫ້ອັງກິດອອກຈາກອີຢູເມື່ອປີ2016.