7 ວິທີພັດທະນາສະໝອງລູກນ້ອຍ

83

ພໍ່ແມ່ທີ່ຕ້ອງການໃຫ້ລູກມີສະຕິປັນຍາທີ່ດີ ລວມທັງການຮູ້ຈັກຄິດ ແລະ ວິເຄາະໄດ້ຢ່າງເປັນລະບົບໃນໄລຍະລູກເລີ່ມເຕີບໃຫຍ່ຂຶ້ນມາເລື້ອຍໆ ເຊິ່ງແນ່ນອນວ່າການກະຕຸ້ນສະໝອງຂອງລູກ ຖືເປັນສິ່ງສໍາຄັນທ່ານຄວນລົງມືປະຕິບັດນັບແຕ່ມື້ນີ້ເປັນຕົ້ນໄປເພື່ອສຸຂະພາບທີ່ດີໃນຕໍ່ໜ້າ.

1 ມີເວລາວ່າງອ່ານປຶ້ມກັບລູກ: ເນື່ອງຈາກການອ່ານປຶ້ມພ້ອມກັນກັບລູກນ້ອຍດ້ວຍການຊີ້ພາບຕ່າງໆທີ່ມີຢູ່ໃນປຶ້ມໃຫ້ລູກເບິ່ງ ຈະຊ່ວຍພັດທະນາໃນເລື່ອງຄວາມສຳພັນ ແລະ ອາລົມ ຄວາມຮູ້ສຶກຂອງພໍ່ແມ່ກັບລູກໃຫ້ມີຄວາມໝັ້ນຄົງ ລວມທັງມີສ່ວນຊ່ວຍໃນເລື່ອງຂະບວນການຮຽນຮູ້ຂອງລູກອີກດ້ວຍ.

2 ໃຫ້ລູກດູດນົມແມ່: ຜົນການວິໄຈໄດ້ພົບວ່າການລ້ຽງດູລູກນ້ອຍດ້ວຍນົມແມ່ພຽງເວລາ 1 ປີເທົ່ານັ້ນ ເດັກແມ່ນມີໄອຄິວສູງກວ່າເດັກທີ່ບໍ່ໄດ້ຮັບນົມແມ່.

3 ມອບຄວາມອົບອຸ່ນໃຫ້ລູກນ້ອຍ: ພໍ່ແມ່ຄວນສັງເກດລູກນ້ອຍໃຫ້ດີເພື່ອທີ່ຈະສາມາດຮັບຮູ້ໄດ້ວ່າໄລຍະໃດທີ່ລູກກຳລັງພົບກັບຄວາມສຸກ ຫຼື ທຸກ, ຖ້າລູກກຳລັງຢູ່ໃນໄລຍະທີ່ບໍ່ດີພໍ່ແມ່ຈະຕ້ອງເຂົ້າໄປເປັນສ່ວນໜຶ່ງໃນການໃຫ້ຄວາມອົບອຸ່ນແກ່ລູກທັນທີ ເພາະເຂົາຈະໄດ້ຮັບການຕອບສະໜອງດ້ວຍຄວາມຮັກທີ່ໝັ້ນຄົງຈາກພໍ່ແມ່ຢູ່ສະເໝີ.

4 ຕອບສະໜອງລູກໃນເວລາທີ່ເໝາະສົມ: ແນ່ນອນວ່າລູກນ້ອຍຕ້ອງການຕອບສະໜອງຢູ່ຕະຫຼອດເວລາ, ແຕ່ທັງນີ້ກໍຕ້ອງການເວລາຮຽນຮູ້ດ້ວຍຕົນເອງເຊັ່ນກັນ ເຊິ່ງການທີ່ລູກຕ້ອງການນັ່ງຫຼິ້ນໃນສິ່ງທີ່ຕົນເອງມັກ ລວມທັງການໄປສະຖານທີ່ຕ່າງໆພໍ່ແມ່ຈຶ່ງຈຳເປັນຕ້ອງປ່ອຍໃຫ້ເຂົາມີເວລາສ່ວນຕົວເພື່ອການຊອກຮູ້ດ້ວຍຕົວເອງ.

5 ໃຊ້ເວລານັ່ງລົມກັບລູກເລື້ອຍໆ: ການທີ່ພໍ່ແມ່ໃຊ້ເວລານັ່ງລົມກັບລູກນັ້ນມັນສຳຄັນຫຼາຍທີ່ສຸດ ເພາະຈະຊ່ວຍໃຫ້ລູກເກີດພັດທະນາການ ແລະ ການຮຽນຮູ້ຄຳເວົ້າໄດ້ຫຼາຍຂຶ້ນ ສິ່ງທີ່ສຳຄັນໃນເວລານັ່ງລົມກັບລູກແມ່ນຊອກອຸປະກອນມາສະແດງປະກອບພ້ອມເພື່ອໃຫ້ລູກເຂົ້າໃຈ ແລະ ຈື່ຈຳໃນສິ່ງນັ້ນໄດ້ດີຂຶ້ນ.

( ຂໍ້ມູນຈາກ: Newlife.com )

( ຮຽບຮຽງ: ນຸ້ມນິ້ມ )