ວິທີເຮັດນ້ຳຫວານວຸ້ນດຳເຢັນໆຊື່ນໃຈ

107

ອາກາດກໍຮ້ອນຂຶ້ນຊອກຫາແນວເຢັນໆກິນກໍຈະສົດຊື່ນຂຶ້ນ ຂໍແນະນໍາຂອງຫວານທີ່ກິນແລ້ວຮັບຮອງວ່າໄດ້ປະໂຫຍດນໍາ ເພາະມີສ່ວນປະສົມຂອງວຸ້ນດໍາເປັນຢາເຢັນອີກດ້ວຍ.

ສ່ວນປະສົມ:

ວຸ້ນດຳ 1 ກິໂລກຣາມ.

ນ້ຳສະອາດ 2 ຖ້ວຍໃຫຍ່.

ໃບເຕີຍ 4 ໃບ.

ນ້ຳຕານຂາວ 200 ກຣາມ.

ນ້ຳຕານແດງ ຫຼື ນ້ຳຕານກ້ອນ 1 ບ່ວງແກງ.

ວິທີປຸງແຕ່ງ:

ເລີ່ມຈາກການເຮັດນ້ຳເຊື່ອມກ່ອນ ເຊິ່ງຈະເອົານ້ຳໃສ່ໝໍ້ພ້ອມກັບໃບເຕີຍ, ນ້ຳຕານຂາວ ແລະ ນ້ຳຕານແດງຕົ້ມຈົນໝໍ້ຟົດ ຫຼື ນ້ຳຕານລະລາຍດີຈຶ່ງປົງລົງພ້ອມຕັກໃບເຕີຍອອກແລ້ວປະໄວ້ໃຫ້ເຢັນ. ຈາກນັ້ນ, ເອົາວຸ້ນດຳມາຕັດເປັນຕ່ອນສີ່ຫຼຽມນ້ອຍພໍດີຄຳໃສ່ຖ້ວຍນ້ອຍ ແລະ ຕັກນ້ຳເຊື່ອມທີ່ເຮົາຕົ້ມໄວ້ໃສ່ລົງໄປເທົ່ານີ້ກໍພ້ອມເສີບແລ້ວ.

ຂໍ້ແນະນຳ: ເພື່ອຊ່ວຍແກ້ບັນຫາເລື່ອງອາກາດຮ້ອນ ໃຫ້ທຸບນ້ຳກ້ອນໃສ່ລົງໄປໄດ້ ຫຼື ຈະນຳໄປແຊ່ເຢັນແລ້ວຈຶ່ງນຳມາກິນກໍໄດ້ເຊັ່ນກັນ ແລະ ຍັງສາມາດໃສ່ສ່ວນປະສົມອື່ນໆຕື່ມໄດ້ນຳ ເຊັ່ນ: ໝາກຕາວ, ໝາກໄມ້ຕ່າງໆ ແລະ ວຸ້ນໝາກພ້າວ, ສ່ວນວຸ້ນດຳແມ່ນສາມາດຫາຊື້ໄດ້ຕາມທ້ອງຕະຫຼາດທົ່ວໄປ ຫຼື ຈະເຮັດເອງກໍໄດ້ ( ແຕ່ວິທີເຮັດອາດຈະຫຍຸ້ງຍາກຖ້າມີໂອກາດໃນສະບັບໜ້າເຮົາຈະມາບອກເຄັດລັບດີໆໃນການເຮັດວຸ້ນດຳມາຝາກ ).

( ຂໍ້ມູນຈາກ: Siscafe.com )

( ຮຽບຮຽງ: ນຸ້ມນິ້ມ )