ເອັມວີເພງ “ ເພື່ອຄົນທາງນັ້ນ ” ຂອງ ໜຸ່ມແພງ ຜູ້ໄທເມືອງວັງ ປ່ອຍອອກມາແລ້ວ

100

ຫຼັງຈາກ ໜຸ່ມແພງ ຜູ້ໄທເມືອງວັງ ໄດ້ປ່ອຍຜົນງານເພງ “ ເພື່ອຄົນທາງນັ້ນ ” ທາງຄື້ນວິທະຍຸ ແລະ ຊ່ອງຢູທູບ Toeng Studio ປັດຈຸບັນແມ່ນໄດ້ປ່ອຍມິວສິກວິດີໂອລົງຊ່ອງຢູທູບເປັນທີ່ຮຽບຮ້ອຍແລ້ວ.

ໜຸ່ມ ແພງຕາ ວົງສະໄໝ ຫຼື ແພງ ຜູ້ໄທເມືອງວັງ ໃຫ້ສໍາພາດວ່າ: ຕົນເອງເປັນຄົນບ້ານໄຊຍະລາດ ເມືອງວິລະບູລີ ແຂວງສະຫວັນນະເຂດ ພູມຖານລຳເນົາເກີດຈາກເຊື້ອສາຍຊົນເຜົ່າຜູ້ໄທ, ການຕັດສິນໃຈມາຢູ່ນະຄອນຫຼວງວຽງຈັນ ກໍເປັນອີກຊ່ອງທາງໜຶ່ງທີ່ເປີດໂອກາດໃຫ້ຕົນເອງໄດ້ມີປະສົບການຄວາມຮູ້ຫຼາຍຢ່າງ ທັງການໃຊ້ຊີວິດ ແລະ ວຽກງານໃນວົງການບັນເທີງຈົນໄດ້ມາຮູ້ຈັກຄ້າຍເພງ Toeng Studio ດ້ວຍພອນສະຫວັນຈຶ່ງໄດ້ແຈ້ງເກີດໃນເພງທໍາອິດຄືເພງ “ ເພື່ອຄົນທາງນັ້ນ ” ໂດຍໄດ້ປ່ອຍເພງໃນຕົ້ນເດືອນມັງກອນຜ່ານມາ.

ສຳລັບເພງ “ ເພື່ອຄົນທາງນັ້ນ ” ແຕ່ງໂດຍ ໜຸ່ມໂຊນ່ານ ແຈັກເກັດ ເຈົ້າຂອງຄ້າຍເພງ Toeng Studio ທັງເປັນນັກແຕ່ງເພງ, ສິລະປິນນັກຮ້ອງ ແລະ ຜູ້ກຳກັບນັກສະແດງເອັມວີຫຼາຍໆເພງທີ່ມີຊື່ສຽງໃນສັງຄົມ ເຊິ່ງເພງດັ່ງກ່າວເປັນຈັງຫວະຊ້າຟັງແລ້ວມ່ວນຈັບໃຈ ໂດຍມີເນື້ອຫາທີ່ເປັນກຳລັງໃຈໃຫ້ຄົນທີ່ຢູ່ຕ່າງແຂວງ ທີ່ເຂົ້າມາສູ້ຊົນຊອກຫາວຽກເຮັດງານທຳຢູ່ໃນເມືອງ ເພື່ອຫາເງິນສົ່ງໃຫ້ຄອບຄົວ ແລະ ຍາດຕິພີ່ນ້ອງຢູ່ທາງບ້ານ.

ເພງນີ້ເປັນຜົນງານຄັ້ງທຳອິດໃນຊີວິດ ລວມທັງເປັນການແຈ້ງເກີດທີ່ກ້າວມາເປັນສິລະປິນນັກຮ້ອງໃນວົງການບັນເທີງເພງລາວ, ກ່ອນໜ້ານີ້ແມ່ນເຄີຍປ່ອຍລົງຢູທູບໄປແລ້ວແຕ່ຍັງບໍ່ທັນມີການປະກອບເອັມວີ. ສະນັ້ນ, ເພື່ອຍົກລະດັບຕາມຄວາມຮຽກຮ້ອງຂອງແຟນເພງຫຼາຍຄົນ ຈຶ່ງໄດ້ມີການສະແດງປະກອບເອັມວີເຕັມເລື່ອງ ທີ່ມາພ້ອມຄວາມມ່ວນຊື່ນ ແລະ ສະແດງເຖິງຊີວິດໃນສັງຄົມປັດຈຸບັນ.

ສາມາດຕິດຕາມເພງ ຫຼື ຂໍ້  ມູນ – ຂ່າວສານໄດ້ໃນເຟສບຸ໊ກສ່ວນຕົວ ແພງ ຜູ້ໄທເມືອງວັງ ແລະ ຊ່ອງຢູທູບ: Toeng Studio.

( ຂ່າວ: ນຸ້ມນິ້ມ )

( ຮູບ: ແພງ ຜູ້ໄທເມືອງວັງ )