ບາງສິ່ງທີ່ຄວນຫຼີກເວັ້ນ ຖ້າຢາກໃຫ້ທຸລະກິດຂອງເຮົາໄປໄດ້ດີ

165

ການເຮັດທຸລະກິດໃນປັດຈຸບັນ ພວກເຮົາທຸກຄົນຮູ້ກັນດີຢູ່ແລ້ວວ່າຈະມີຂໍ້ສະດວກ, ອຸປະສັກ ແລະ ສິ່ງທ້າທາຍຫຍັງແດ່? ເພາະການປ່ຽນແປງຢ່າງໄວວາຂອງເຕັກໂນໂລຊີຂໍ້ມູນ – ຂ່າວສານ ໄດ້ເຮັດໃຫ້ພວກເຮົາຕ້ອງປັບຕົວໃຫ້ທັນຕາມການຫັນເປັນທັນສະໄໝຂອງໂລກ ເຊິ່ງລວມໄປເຖິງທຸລະກິດເກີດມາດົນ ແລະ ກໍາລັງເກີດຂຶ້ນ ຫຼື    ( ສະຕາດອັບ ) ກໍຕ້ອງໄດ້ຕື່ນຕົວກັນຢ່າງໃຫຍ່. ສະນັ້ນ, ເພື່ອເຮັດໃຫ້ທຸລະກິດກ້າວໄປຂ້າງໜ້າຢ່າງໝັ້ນຄົງ ເຮົາຄວນຫຼີກເວັ້ນບາງຢ່າງທີ່ເປັນສິ່ງກົດໜ່ວງຕໍ່ການຂະຫຍາຍຕົວ ກໍຄືຂັດຂວາງແນວຄວາມຄິດ ແລະ ວິທີການຂອງເຮົາ.

ມື້ນີ້ຈຶ່ງຂໍນຳເອົາທັດສະນະ ແລະ ຄວາມເຫັນຂອງ ອາຈານ ນາລືມົນ ໜຶ່ງໃນທີມຜູ້ບໍລິຫານ ບໍລິສັດ I-Team ແລະ ຊ່ຽວຊານທາງດ້ານການເງິນ ມານຳສະເໜີ ເຊິ່ງທ່ານກ່າວວ່າ: ເພື່ອເຮັດໃຫ້ທຸລະກິດໄປໄດ້ດີນັ້ນ, ບາງຄັ້ງສິ່ງເລັກໜ້ອຍກໍບໍ່ຈຳເປັນເອົາມາໃສ່ໃຈ ແລະ ບາງຢ່າງກໍຄວນຫຼີກລຽງ ເພື່ອໃຫ້ທຸລະກິດໄດ້ເຮັດໜ້າທີ່ຂອງມັນຢ່າງເຕັມຕົວ ພາຍໃນການບໍລິຫານຈັດການຂອງເຮົາເອງ ເປັນຕົ້ນແມ່ນ:

1 ຢ່າໝັ້ນໃຈໃນຕົວເອງຫຼາຍເກີນໄປ: ຄົນທີ່ໝັ້ນໃຈຕົນເອງກັບການເຮັດສິ່ງໃດໜຶ່ງນັ້ນເປັນສິ່ງທີ່ດີ, ແຕ່ຖ້າຫາກໝັ້ນໃຈຫຼາຍເກີນໄປອາດຈະສົ່ງຜົນເສຍກັບຕົວທ່ານເອງໄດ້ ໂດຍສະເພາະແມ່ນນັກທຸລະກິດ ເພາະເມື່ອທ່ານໝັ້ນໃຈຫຼາຍເກີນໄປ ຈະເຮັດໃຫ້ທ່ານບໍ່ສົນໃຈກັບຄວາມສ່ຽງບາງຢ່າງທີ່ຕ້ອງໄດ້ພົບ ແລະ ບໍ່ຮັບຟັງຄຳຄິດເຫັນຂອງຄົນອ້ອມຂ້າງ, ບາງຄັ້ງສິ່ງທີ່ທ່ານລົງທຶນກັບສິ່ງນັ້ນໄປໂດຍທີ່ບໍ່ກຸ້ມຄ່າ ແລະ ອາດເຮັດໃຫ້ທຸລະກິດລົ້ມສະຫຼາຍໄດ້.

2 ຢ່າມີຂໍ້ຂັດແຍ່ງກັນກັບເພື່ອນຮ່ວມງານ: ການຂັດແຍ່ງກັນກັບໝູ່ເພື່ອນຮ່ວມງານ ເປັນສິ່ງທີ່ບໍ່ຄວນເຮັດ, ແຕ່ຄວນລົມກັນດ້ວຍເຫດຜົນ ແລະ ໃຫ້ເຫັນປະໂຫຍດຂອງທຸລະກິດເປັນທີ່ຕັ້ງ ບໍ່ແມ່ນຈະເວົ້າເພື່ອເອົາຊະນະເພື່ອນຮ່ວມງານເທົ່ານັ້ນ, ແຕ່ເຮົາຄວນຕໍ່ສູ້ກັບຄູ່ແຂ່ງຂັນຈະເປັນການສ້າງສັນກວ່າ ເປັນຕົ້ນແມ່ນ: ການແຂ່ງກັນດ້ວຍຈຸດເດັ່ນ ຫຼື ຄຸນນະພາບຂອງສິນຄ້າ, ແຕ່ບໍ່ແມ່ນເຮັດໃຫ້ຄູ່ແຂ່ງອອກຈາກການຕະຫຼາດ ເພາະຖ້າເຈົ້າເກງລາຄາຈະເຮັດໃຫ້ພວກເຂົາຢູ່ບໍ່ໄດ້ ແລະ ໃນທີ່ສຸດເຈົ້າຈະຖືກທຸລະກິດທີ່ມີຕົ້ນທຶນຕໍ່າກວ່າ ເກງເລື່ອງລາຄາເຊັ່ນດຽວກັນ ສຸດທ້າຍເຮັດໃຫ້ທຸລະກິດເຮົາໄປຕໍ່ໄດ້ຍາກ.

3 ວຽກທຸກຢ່າງຂຶ້ນກັບຕົວທ່ານໝົດ: ການສ້າງທຸລະກິດຄືການສ້າງລະບົບຂຶ້ນມາ ເພື່ອໃຫ້ກິດຈະການເດີນໄດ້ດ້ວຍຕົວເອງ, ຖ້າເຮົາຍັງມີຄວາມກັງວົນໃຈທຸກຢ່າງ ແລະ ບໍ່ມອບໝາຍວຽກ ຫຼື ອຳນາດໃນການຕັດສິນໃຈໃຫ້ກັບລູກນ້ອງເລີຍ ການທີ່ເຮັດແບບນີ້ຈະສົ່ງຜົນກະທົບມາສູ່ທຸລະກິດ ແລະ ຊີວິດສ່ວນຕົວຂອງທ່ານເອງໄດ້.

4 ການປະໝາດ: ນັກທຸລະກິດຫຼາຍຄົນ ໂດຍສະເພາະແມ່ນກຸ່ມຄົນທີ່ເປັນຜູ້ນຳການຕະຫຼາດມັກຈະປະໝາດຄູ່ແຂ່ງ ຫຼື ເບິ່ງຂ້າມສິນຄ້າຂອງຄູ່ແຂ່ງບໍ່ດີເທົ່າຂອງຕົວເອງ, ຕອບໂຈດຜູ້ບໍລິໂພກບໍ່ໄດ້ ແລະ ບໍ່ແມ່ນຄູ່ແຂ່ງຂອງທຸລະກິດຕົນ ເຊິ່ງການກະທໍາແບບນີ້ອາດເຮັດໃຫ້ທຸລະກິດຂອງທ່ານຕ້ອງພົບກັບອຸປະສັກຫຼາຍຢ່າງໄດ້.

5 ຢ່າຢຶດໝັ້ນກັບຄວາມສຳເລັດເກົ່າ: ທຸກສິ່ງທຸກຢ່າງໃນທຸລະກິດຂອງທ່ານຄວນເລີ່ມຕົ້ນຈາກຕົວທ່ານເອງຈະເປັນການດີທີ່ສຸດ ເພາະທຸລະກິດສ້າງມາໄດ້ຈົນສຳເລັດ, ແຕ່ທຸກສິ່ງບໍ່ໄດ້ຈົບພຽງເທົ່ານີ້ເມື່ອສ້າງມາໄດ້ແລ້ວຈຳເປັນຕ້ອງຮັກສາມັນໃຫ້ຢູ່ລອດຕໍ່ໄປ ເຊິ່ງຫຼາຍຄັ້ງຜູ້ປະສົບຜົນສຳເລັດມັກຄິດວ່າພຽງແຕ່ໃຊ້ວິທີເກົ່າໆກໍພໍແລ້ວຈຶ່ງບໍ່ຍອມຮຽນຮູ້ສິ່ງໃໝ່ໆທີ່ເກີດຂຶ້ນ, ແຕ່ຖ້າຫາກເລືອກທີ່ຈະຢູ່ບ່ອນເກົ່າ ແລະ ບໍ່ມີການພັດທະນາສິ່ງທີ່ມີຢູ່ໃຫ້ດີກວ່າເກົ່າມັນກໍຄືກັນກັບການຖອຍຫຼັງ ເພາະຄູ່ແຂ່ງຂອງທ່ານຈະໄປໜ້າຕະຫຼອດ ແລະ ໃນອະນາຄົດອາດຈະບໍ່ສາມາດແຂ່ງຂັນໄດ້.

[ ໂດຍ: ສົມສະຫວິນ ]