ວັດເພຍວັດ ມິ່ງບ້ານຂວັນເມືອງຊາວເມືອງພວນ

333

ວັດເພຍວັດ ເປັນສະຖານທີ່ສັກກາລະບູຊາທີ່ຍັງຄົງຄວາມເປັນເອກະລັກ ແລະ ຂາບໄຫວ້ຄູ່ບ້ານຄູ່ເມືອງຂອງຊາວຊຽງຂວາງມາແຕ່ສະໄໝບູຮານນະການ ເຊິ່ງຕັ້ງຢູ່ໃຈກາງເມືອງຄູນ ຫ່າງຈາກຕົວເມືອງແປກ ເທສະບານແຂວງຊຽງຂວາງ ປະມານ 30 ກິໂລແມັດ, ເປັນວັດທີ່ມີຄວາມເປັນເອກະລັກພິເສດສະແດງເຖິງສະຖາປັດຕະຍະກຳຂອງຊາວເມືອງພວນໃນສະໄໝກ່ອນ.

ການເດີນທາງຈາກນະຄອນຫຼວງວຽງຈັນ ເມື່ອມາຮອດເມືອງຄູນ ຈະສາມາດເຫັນວັດແຫ່ງນີ້ຕັ້ງຢູ່ໃຈກາງເມືອງ ຫຼື ວົງວຽນ 3 ແຍກຂອງເມືອງຢ່າງເດັ່ນສະດຸດຕາສ້າງຄວາມເອກອ້າງສາຍຕາຕໍ່ຜູ້ເດີນທາງຜ່ານໄປ – ມາ.

ວັດແຫ່ງນີ້ເປັນວັດແຫ່ງທຳອິດທີ່ສ້າງຂຶ້ນໃນດິນແດນເມືອງພວນສ້າງຂຶ້ນໃນປີ ຄ.ສ 1331 ໃນສະໄໝເຈົ້າລ້ານຄຳກອງເປັນອາດຍາປົກຄອງດິນແດນເມືອງພວນ ໂດຍທ່ານໄດ້ນຳພາຊາວເມືອງທັງຫຼາຍຊອກຫາຊ່າງຜູ້ມີສີມືດີມາສ້າງວັດວາອາຮາມແຫ່ງນີ້ ເຊິ່ງພົບວ່າອາຈານທຳມະຄາຖາຜູ້ມີສີມືໃນການສ້າງວັດຢູ່ຫຼວງພະບາງມາແລ້ວຫຼາຍວັດມາສ້າງວັດແຫ່ງນີ້, ຫຼັງຈາກສ້າງສຳເລັດແລ້ວ ເຈົ້າລ້ານຄຳກອງ ຈຶ່ງໄດ້ນໍາພະພຸດທະຮູບອົງສັກສິດຈາກຫົງສາວະດີທີ່ປະເທດພະມ້າມາປະທັບໄວ້ ເພື່ອເປັນບ່ອນຂາບໄຫວ້ສັກກາລະບູຊາ ແລະ ເປັນສະຖານທີ່ສຶກສາຄວາມຮູ້ ລວມເຖິງຮຽນຮູ້ທຳມະຂອງປັນຍາຊົນ ແລະ ປວງຊົນເມືອງພວນທັງຫຼາຍ.

ຈົນມາຮອດປີ ຄ.ສ 1874 ດິນແດນແຫ່ງນີ້ໄດ້ເກີດສົງຄາມກັບເຜົ່າຫໍ້ ໄດ້ເຂົ້າມາມ້າງເພທໍາລາຍ ເຊິ່ງພວກເຂົາໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຂວາອອກ ເພື່ອຊອກຫາເງິນ – ຄຳ ແລະ ສິ່ງທີ່ມີຄ່າ ແຕ່ບໍ່ໄດ້ທຳລາຍສິມ. ມາຮອດປີ 1953 ຈັກກະພັດຝຣັ່ງ ໄດ້ເຂົ້າມາທຳລາຍສິມແຫ່ງນີ້ ເຮັດໃຫ້ສິມ ແລະ ພະພຸດທະຮູບຖືກທຳລາຍຢ່າງໜັກ.

ຫຼັງຈາກນນັ້ນ, ປີ 1954 ເຈົ້າສຸດທະກຸມມານ ( ເຈົ້າຊາຍຄໍາ ) ເປັນເຈົ້າປົກຄອງເມືອງພວນ ຈຶ່ງໄດ້ນໍາພາປະຊາຊົນຊາວເມືອງພວນທັງຫຼາຍປະຕິສັງຂອນວັດ ແລະ ສິມຄືນໃໝ່ ເຮັດໃຫ້ມີຄວາມສວຍງາມຄືໃນສະໄໝກ່ອນ, ແຕ່ມາຮອດປີ 1969 ໄດ້ຖືກສົງຄາມຈັກກະພັດອາເມຣິກາທຳລາຍຈົນໝົດກ້ຽງ ຈຶ່ງຍັງເຫຼືອພຽງແຕ່ພະພຸດທະຮູບທີ່ຖືກບາດແຜຕາກແດດ ແລະ ຮູບຊົງທີ່ເຮົາເຫັນໃນປັດຈຸບັນ.

ວັດເພຍວັດ ຖືເປັນຈຸດເລີ່ມຕົ້ນຂອງວົງຈອນການທ່ອງທ່ຽວຂອງຜູ້ທີ່ເດີນ ທາງມາທ່ຽວເມືອງຄູນ ໂດຍສະເພາະແມ່ນທ່ອງທ່ຽວທາງດ້ານປະຫວັດສາດ ແລະ ວັດທະນະທຳ. ຫຼັງຈາກນັ້ນ, ຈຶ່ງເດີນທາງຕໍ່ສະຖານທີ່ທ່ອງທ່ຽວຕ່າງໆ ເຊັ່ນ: ໂຮງໝໍເກົ່າທີ່ສ້າງຂຶ້ນໃນປີ 1916 ທີ່ປະກອບດ້ວຍສະຖາປັດຕະຍະກຳແບບປະສົມປະສານກັນ ລະຫວ່າງແບບຝຣັ່ງ ແລະ ລາວ, ທາດຝຸ່ນທີ່ສ້າງຂຶ້ນໃນປີ ຄ.ສ 894 ຫຼື ຈ.ສ 307 ແລະ ໄດ້ບູລະນະຂຶ້ນຫຼາຍຄັ້ງ ເຊັ່ນ: ປີ ຄ.ສ 1329 ແລະ ສະໄໝເຈົ້າເມືອງໄຊຄໍາ ແລະ ທາດຈອມເພັດ ທີ່ຕັ້ງຢູ່ເທິງພູຢ່າງອະລັງການ ແລະ ສວຍງາມ.

ການມາທ່ຽວທີ່ນີ້ ນອກຈາກຈະໄດ້ສຳຜັດຮຽນຮູ້ກ່ຽວກັບສະຖາປັດຕະຍະກຳທີ່ເປັນເອກະລັກຂອງເມືອງທີ່ສ່ອງແສງເຖິງຄວາມຈະເລີນຮຸ່ງເຮືອງຂອງເມືອງພວນໃນສະໄໝກ່ອນແລ້ວ ຍັງສາມາດສຶກສາຮຽນຮູ້ວິຖີຊີວິດຂອງຊາວເມືອງທີ່ບໍ່ເໝືອນທີ່ໃດ ລວມເຖິງຊົມທຳມະຊາດອັນງົດງາມຂອງພູພຽງແຫ່ງນີ້ທີ່ປະກອບດ້ວຍຕົ້ນໄມ້ໃບຫຍ້າ ແລະ ພູນ້ອຍ – ໃຫຍ່ອັນຂຽວກະຈີ ທີ່ປະທັບໃຈອີກດ້ວຍ.

( ໂດຍ: ກາວຊົ່ງ )

[ ຮູບ: Lao Postcard ]