ສະຖາບັນຂົງຈືເລື່ອນການສອບເສັງ HSK ໂດຍບໍ່ມີກໍານົດ ພ້ອມສົ່ງເງິນຄືນ

157

ເນື່ອງຈາກການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ສປ ຈີນ ນັບມື້ນັບເພີ່ມຂື້ນ, ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ທາງສະຖາບັນ ຂົງຈື ຍິນດີຄືນເງິນໃຫ້ນັກສຶກສາ ຜູ້ທີ່ມາສະໝັກເສັງທຽບລະດັບພາສາຈີນ HSK ຈຳນວນ 870 ຄົນ ເພາະວ່າ  ນັກສຶກສາທີ່ມາ ເສັງທຽບແມ່ນນັກສຶກສາລາວທີ່ກໍາລັງສຶກສາຢູ່ ສປ.ຈີນ ກວມເອົາເປັນຈໍານວນຫຼາຍ ເຖິງ 85% ແລະ ນັກສຶກສາຈໍານວນດັ່ງກ່າວແມ່ນມາຈາກທົ່ວ ທຸກສາລະທິດຂອງ ສປ.ຈີນ.

ອີງຕາມປະກາດແຈ້ງການຂອງ ສະຖາບັນຂົງຈື ຂໍແຈ້ງມາຍັງນັກສຶກສາທີ່ໄດ້ມາສະໝັກເສັງທຽບລະດັບພາສາຈີນ (HSK) ໃນວັນທີ 9 ກຸມພາ 2020 ວ່າທາງສະຖາບັນຈະສົ່ງເງິນຄືນຄ່າສອບເສັງ HSK.

ສະຖາບັນຂົງຈືຂໍຖືເປັນກຽດແຈ້ງມາຍັງນັກສຶກສາ ແລະ ຜູ້ທີ່ໄດ້ລົງທະບຽນສະຫມັກສອບເສັງ HSK ທີ່ສະຖາ ບັນຂົງຈື ມຊ ຊາບທົ່ວເຖິງກັນວ່າ: ເນື່ອງຈາກວ່າການສອບເສັງ HSK ທີ່ສະຖາບັນຂົງຈື ມຊ ໃນວັນທີ 9 ກຸມພາ 2020 ໄດ້ມີການເລື່ອນອອກໄປໂດຍບໍ່ມີກໍານົດ, ເຫດຜົນ:ເພື່ອປ້ອງກັນໂອກາດການແຜ່ເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃຫມ່, ເຊິ່ງນັກສອບເສັງແມ່ນມີນັກສຶກສາລາວກັບມາແຕ່ຈີນເປັນຈໍານວນຫຼາຍ ກວມເອົາ 85% ຂອງນັກສອບເສັງທັງຫມົດທີ່ມີຈໍານວນ 870 ຄົນ.

ສະນັ້ນສະຖາບັນຂົງຈື ຂໍແຈ້ງວັນເວລາໃນການມາຖອນເອົາເງິນຄ່າສອບເສັງຄືນ ໂດຍມີລາຍລະອຽດດັ່ງລຸ່ມນີ້:

1 ໄລຍະວັນເວລາມາຖອນເງິນຄືນ: ວັນທີ 10 – 27 ມີນາ 2020, ເວລາ: ຕອນເຊົ້າ: 8: 30-11:30 ຕອນບ່າຍ:13:30-16:00 ສະເພາະວັນລັດຖະການ,ວັນເສົາ-ອາທິດພັກ.

2 ສະຖານທີ່: ຫ້ອງປະຊາສໍາພັນ ອາຄານ A ສະຖາບັນຂົງຈື ມຊ.

3 ຜູ້ທີ່ມາຖອນເງິນຕ້ອງມີໃບບິນເກັບເງິນ ຫຼື ບັດເຂົ້າຫ້ອງເສັງມາຢັ້ງຢືນຖອນ. ສາມາດໃຫ້ຜູ້ອື່ນຖືໃບບິນ ຫຼື ບັດເຂົ້າຫ້ອງເສັງ ມາເອົາແທນໄດ້.

4 ນັກສອບເສັງ: ໃນກໍລະນີເຮັດບິນ ຫຼື ບັດເສຍແມ່ນຈະຕ້ອງໄດ້ຂຽນໃບຄໍາຮ້ອງ (ຕາມຮ່າງຄັດຕິດ) ແລະ ສໍາເນົາບັດປະຈໍາຕົວ ຫຼື ໜັງສືຜ່ານແດນ ຫຼື ໜັງສືຢັ້ງຢືນອື່ນໆທີ່ສະແດງຕົວຕົນທີ່ແທ້ຈິງເພື່ອມາຖອນ(ຕາມຮ່າງຄັດຕິດ). ໃນກໍລະນີເຮັດໃບບິນ ຫຼື ບັດເສຍໂດຍຕ້ອງການໃຫ້ຜູ້ອື່ນມາຖອນແທນ ແມ່ນຈະຕ້ອງມີໃບຄໍາຮ້ອງໃບມອບສິດໃຫ້ຜູ້ມາຖອນແທນ (ຕາມຮ່າງຄັດຕິດ) ແລະ ສໍາເນົາບັດປະຈໍາຕົວ ຫຼື ຫນັງສືຜ່ານແດນ ຫຼື ຫນັງສືຢັ້ງຢືນອື່ນໆຂອງຜູ້ມອບສິດ ແລະ ຜູ້ຖືກມອບສິດຄັດຕິດມາພ້ອມ.

5 ໂທສອບຖາມຂໍ້ມູນໂມງລັດຖະການ: 021-720120.