ແຕ່ງຕັ້ງ ທ່ານ ໄຊສົມບູນ ສຸວັນດາລາ ເປັນຫົວໜ້າພະແນກ ຖວທ ແຂວງຄຳມ່ວນ

77

ໃນວັນທີ 19 ກຸມພາ 2020 ໄດ້ຈັດພິທີປະກາດການຈັດຕັ້ງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ບຸນມາ ສຸດສະດາວອນ ຄະນະປະຈຳພັກແຂວງ; ມີຕາງໜ້າຄະນະຈັດຕັ້ງແຂວງ, ຂະແໜງການທີ່ກ່ຽວຂ້ອງ, ຕະຫຼອດແຂກຖືກເຊີນເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 36/ຈຂ.ຄມ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ຕົກລົງແຕ່ງຕັ້ງ ທ່ານ ໄຊສົມບູນ ສຸວັນດາລາ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ.

ທັງນີ້, ກໍເພື່ອແນໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານບົນພື້ນຖານການເຫັນດີເປັນເອກະພາບຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອປະຕິບັດໜ້າທີ່ວຽກງານປະກອບສ່ວນຮັບໃຊ້ແນວທາງນະໂຍບາຍຂອງພັກ-ລັດ ໃນຕໍ່ໜ້າໃຫ້ມີປະສິດທິຜົນ.