ສຳຫຼວດພື້ນທີ່ກໍ່ສ້າງອ່າງເກັບນ້ຳ 2 ຈຸດ ຢູ່ເຂດບ້ານນາມົນ

66

ທ້າຍອາທິດຜ່ານມາ ທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ສູນທາລາ ຕົ້ນພານິດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ມີຫົວໜ້າຫ້ອງການກະສິກຳ – ປ່າໄມ້ເມືອງ ພ້ອມດ້ວຍວິຊາການກ່ຽວຂ້ອງ, ອຳນາດການປົກຄອງບ້ານນາມົນ ໄດ້ພ້ອມກັນລົງສຳຫຼວດຈຸດທີ່ຈະສະເໜີຂຶ້ນແຜນ ເພື່ອສຶກສາ ຄວາມເປັນໄປໄດ້ໃນການກໍ່ສ້າງອ່າງເກັບນ້ຳ 2 ຈຸດ ຄື: ສາຍເຊຈຳພອນ ແລະ ຫ້ວຍກູ້ ບ້ານນາມົນ ເມືອງອາດສະພອນ ແຂວງສະຫວັນນະເຂດ.

ໃນການລົງສຳຫຼວດຄັ້ງນີ້ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ ທີ່ມີຄວາມຮຽກຮ້ອງຕ້ອງການສູງໃນການນຳໃຊ້ຂົວຈົມສັນຈອນໄປ – ມາຄ້າຂາຍລະ ຫວ່າງບ້ານຕໍ່ບ້ານ ແລະ ບ້ານຫາເມືອງ.

ພ້ອມນີ້, ຍັງມີ ຄວາມຕ້ອງການນຳໃຊ້ລະບົບຊົນລະປະທານ ເພື່ອສະໜອງນ້ຳເຂົ້າໃນການຜະລິດທັງລະດູແລ້ງ – ລະດູຝົນ ແລະ ຂະຫຍາຍພັນປາ ຖ້າຫາກໂຄງການດັ່ງກ່າວໄດ້ຮັບການຮັບຮອງເຂົ້າແຜນຈະສາມາດສະໜອງນ້ຳເຂົ້າໃນການຜະລິດກະສິກຳກວມເນື້ອທີ່ 1 ພັນ ກວ່າເຮັກຕາ, ມີປະຊາຊົນ 700 ກວ່າຄອບຄົວ ຈາກ 4 ບ້ານ ຄື: ບ້ານນາມົນ, ບ້ານກຸດນ້ຳແລ້ງ, ບ້ານກຸດຫີນ ແລະ ບ້ານນາທົ່ມ ໄດ້ຊົມໃຊ້.

ພ້ອມນີ້, ທ່ານເຈົ້າເມືອງອາດສະພອນ ຍັງໄດ້ເນັ້ນໜັກໃຫ້ວິຊາການຂຽນແຜນລະອຽດ ເພື່ອສະເໜີເຂົ້າແຜນພັດທະນາຂອງເມືອງ ແລະ ແຂວງຕາມລຳດັບ, ເລັ່ງໃສ່ຊ່ວຍໃຫ້ພໍ່ແມ່ປະຊາຊົນໄດ້ຊົມໃຊ້ຕາມ ຄວາມຮຽກຮ້ອງຕ້ອງການ ເພື່ອເພີ່ມຊ່ອງທາງທຳມາຫາກິນຂອງພໍ່ແມ່ປະຊາຊົນ, ເຮັດໃຫ້ເຂົາເຈົ້າມີລາຍຮັບເພີ່ມຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ.