ລັດຖະບານມອບຫຼຽນໄຊ ແລະ ໃບຍ້ອງຍໍໃຫ້ພະນັກງານ – ລັດຖະກອນກົມພາສີ

130

ເພື່ອເປັນການຍ້ອງຍໍຊົມເຊີຍຜູ້ມີຜົນງານປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ຂອງພະນັກງານ – ລັດຖະກອນ ກົມພາສີ ກະຊວງການເງິນ ຕະຫຼອດໄລຍະ 5 ປີຜ່ານມາ ( 2013 – 2018 ). ດັ່ງນັ້ນ, ລັດຖະບານຈຶ່ງໄດ້ມອບ – ຮັບຫຼຽນໄຊແຮງງານຊັ້ນ III ຈຳນວນ 10 ທ່ານ, ຫຼຽນກາແຮງງານ ຈຳນວນ 38 ທ່ານ ແລະ ໃບຍ້ອງຍໍຂັ້ນລັດຖະບານ ຈຳນວນ 58 ທ່ານ.

ໂອກາດນີ້, ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ກໍໄດ້ຜ່ານລັດຖະດຳລັດຂອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 312/ປປທ ລົງວັນທີ 27 ກັນຍາ 2019 ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ III, ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 323/ນຍ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ດໍາລັດສະບັບເລກທີ 324 /ນຍ ວ່າດ້ວຍການມອບໃບຍ້ອງຍໍລັດຖະບານໃຫ້ພະນັກງານລັດຖະກອນກົມພາສີ ກະຊວງການເງິນ

ໂດຍການເປັນກຽດມອບຂອງ ທ່ານ ສິດທິສອນ ເທບພາສີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ, ມີ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ, ມີຮອງຫົວໜ້າກົມ, ອະດີດຮອງຫົວໜ້າກົມພາສີ, ພ້ອມດ້ວຍພະນັກງານ – ລັດຖະກອນພາຍໃນກົມພາສີເຂົ້າຮ່ວມ. ພິທີດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາທີ່ຫ້ອງປະຊຸມໃຫຍ່ກົມພາສີ.

[ ຂ່າວ: ສົມສະຫວິນ, ຮູບ: ຫັດທະພອນ ]