ລາວໂທລະຄົມ ຈັບມື ຄວສ ສົ່ງເສີມຄວາມຮູ້ທາງດ້ານເຕັກໂນໂລຊີ

216

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການເປັນເວລາ 5 ປີ ກັບຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ( ຄວສ ).

ເຂົ້າຮ່ວມລົງນາມເຊັນບົດບັນທຶກໃນຄັ້ງນີ້ມີ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ຮສ. ປອ. ຄໍາຜຸຍ ສຸດທິສົມບັດ ຄະນະບໍດີ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ, ມີຄະນະຜູ້ບໍລິຫານ ແລະ ວິຊາການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ເນື້ອໃນຂອງການລົງນາມໃນຄັ້ງນີ້ ແມ່ນເປັນການພັດທະນາຊັບພະຍາກອນມະນຸດ ແລະ ການຮ່ວມມືທາງດ້ານວິຊາການຂອງທັງສອງຝ່າຍໃຫ້ເປັນໄປຕາມແນວທາງການພັດທະນາແບບສະໄໝໃໝ່ ເຊິ່ງຂອບເຂດຂອງການຮ່ວມມືໄດ້ກວມເອົາຫຼາຍດ້ານ ຄື:
1 ແລກປ່ຽນກິດຈະກໍາການສົ່ງເສີມຄວາມຮູ້ທາງດ້ານເຕັກໂນໂລຊີ ເຊັ່ນ: ການແຂ່ງຂັນການສ້າງ Website, Application, software, AI, Analysis ແລະ ກິດຈະກໍາອື່ນໆ.

2 ແລກປ່ຽນດ້ານການຮຽນຮູ້ ເຊັ່ນ: ໜັງສືເອເລັກ ໂຕຣນິກໃນການເສີມສ້າງການອ່ານເປັນຕົ້ນ ທີ່ເປັນລິຂະສິດຂອງທັງສອງຝ່າຍ ເຊັ່ນ: E-Document, E-book, file Document.

3 ຮ່ວມມືກັນໃນການພິຈາລະນາຮັບເອົານັກສຶກສາຜູ້ທີ່ດີເດັ່ນມີຜົນການຮຽນດີ ເພື່ອໃຫ້ໄດ້ຮັບການສະໜັບສະໜູນ ແລະ ມີໂອກາດກ້າວເຂົ້າຮ່ວມງານກັບລາວໂທລະຄົມ.

ນອກນັ້ນ, ຍັງຮ່ວມກັນວິໄຈ ແລະ ພັດທະນາໂຄງການໃດໜຶ່ງ ເພື່ອຕອບສະໜອງໃນການສ້າງຜະລິດຕະພັນ, ການບໍລິການ ເຊິ່ງມີການຕົກລົງກັນໃນແຕ່ລະໂຄງການ ແລະ ການແກ້ໄຂບັນຫາຕ່າງໆ; ຮ່ວມກັນພັດທະນາບຸກຄະລາກອນ ເຊັ່ນ: ທັດສະນະສຶກສາ, ຝຶກງານ, ການບັນຍາຍ, ການຝຶກອົບຮົມໃນການແລກປ່ຽນຂອງທັງສອງຝ່າຍທາງດ້ານເຕັກໂນໂລຊີເປັນໄລຍະສັ້ນ, ໄລຍະຍາວຕາມການເຫັນດີທັງສອງຝ່າຍບົນພື້ນຖານຂອງການຮ່ວມມື, ການແລກປ່ຽນຂອງນັກສຶກສາ ແລະ ພະນັກງານລາວໂທລະຄົມທາງດ້ານການນໍາໃຊ້ FTTH ແລະ ທົດລອງໃຊ້ Cisco ເພື່ອຮັບປະກັນທາງດ້ານຄຸນນະພາບ.

ການຮ່ວມມືດັ່ງກ່າວມີກຳນົດເວລາ 5 ປີ ນັບຕັ້ງແຕ່ວັນລົງລາຍເຊັນເປັນຕົ້ນໄປ ເຊິ່ງທັງສອງຝ່າຍມີສິດຍົກເລີກບົດບັນທຶກສະບັບນີ້ໄດ້ ໂດຍການແຈ້ງເປັນລາຍລັກອັກສອນໄປຫາອີກຝ່າຍໜຶ່ງໄດ້ຮັບຊາບລ່ວງໜ້າຢ່າງໜ້ອຍ 30 ວັນ ກ່ອນມື້ໝົດສັນຍາ ຫຼື ການຕໍ່ສັນຍາເພື່ອເຫັນດີເປັນເອກະພາບທັງສອງຝ່າຍ. ໂອກາດດຽວກັນນີ້ ລາວໂທລະຄົມ ຍັງໄດ້ມອບເງິນສະໜັບສະໜູນໃຫ້ກັບຄະນະວິສະວະກໍາສາດ ຈໍານວນ 2 ໂຄງການ ເຊັ່ນ: ການແຂ່ງຂັນພາສາອັງກິດ ແລະ ການແຂ່ງຂັນປະກອບຫຸ່ນຍົນ ລວມມູນຄ່າ 11 ລ້ານກີບ.

ພິທີເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການລະຫວ່າງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ຄະນະວິສະວະກໍາສາດ ( ຄວສ ) ຈັດຂຶ້ນໃນຕອນບ່າຍວັນທີ 18 ກຸມພາ 2019 ຢູ່ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ.