ການຄ້າແຂວງໄຊຍະບູລີ ຕັ້ງຄະນະຄຸ້ມຄອງລາຄາສິນຄ້າໃນບຸນຊ້າງ

153

ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ ກ່າວວ່າ: ການຄ້າມີພ້ອມ 100% ໃນການແຕ່ງຕັ້ງເຈົ້າໜ້າທີ່ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າໃນງານຕະຫຼາດນັດ ແລະ ຂາຍສິນຄ້າໃນທ້ອງຕະຫຼາດ ໄລຍະມະຫະກຳບຸນຊ້າງປີ 2020 ພ້ອມເນັ້ນໃຫ້ຜູ້ປະກອບການຕິດລາຄາ ເຊິ່ງລວມທັງເຮືອນພັກ ແລະ ຮ້ານອາຫານຈານດ່ຽວ.

ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໃຫ້ສຳພາດວ່າ: ເລື່ອງການກະກຽມຄວາມພ້ອມໃນການຄຸ້ມຄອງລາຄາສິນຄ້າຂອງການຄ້າພວກເຮົາ ແມ່ນມີຄວາມພ້ອມ 100% ເຊິ່ງໄດ້ມີການແຕ່ງຕັ້ງເຈົ້າໜ້າທີ່ທັງໝົດ 16 ທ່ານ ໃນການລົງຕິດຕາມຄຸ້ມຄອງໂດຍແບ່ງ 2 ຄະນະ ຄື:

1 ຄຸ້ມຄອງການປະມູນສໍາປະທານໃນງານຕະຫຼາດນັດ ແລະ ວາງສະແດງສິນຄ້າ ໂດຍໄດ້ກວດກາເບິ່ງບັນດາສິນຄ້າທີ່ໝົດອາຍຸ, ສິນຄ້າລອກຮຽນແບບ ລວມທັງການຄຸ້ມຄອງລາຄາຄ່າຈອດລົດຕ່າງໆ.

2 ແມ່ນຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດ, ຮ້ານອາຫານ, ເຮືອນພັກ ໂດຍສະເພາະຕະຫຼາດ ເຈົ້າໜ້າທີ່ຂອງພວກເຮົາແມ່ນໄດ້ລົງກວດກາທຸກໆເຊົ້າ ພ້ອມເນັ້ນໃຫ້ຜູ້ປະກອບການຕິດລາຄາ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ. ໃນຂະນະທີ່ອາຫານຈານດ່ຽວ ຜ່ານການລົງຕິດຕາມກວດກາເຫັນວ່າຂາຍໃນລາຄາບໍ່ເກີນ 10 ຫາ 15 ພັນກີບ.

ສ່ວນງານຕະຫຼາດນັດ ແລະ ວາງສະແດງສິນຄ້າ ແມ່ນໄດ້ຈັດພິທີເປີດໃນຕອນແລງຂອງວັນທີ 18 ກຸມພາ 2020 ຜ່ານມາ ແລະ ຈະເປີດໄປຈົນຮອດວັນທີ 28 ກຸມພາ ໂດຍມີຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຊາວບ້ານ ຈໍານວນ 132 ຮ້ານເຂົ້າຮ່ວມ ເຊິ່ງມີມູນຄ່າສິນຄ້າທັງໝົດ 4 ຕື້ກວ່າກີບ.

( ຂ່າວ: ສັນຕິ, ຮູບ: ບຸນທີ )