ຍົກລະດັບໃຫ້ນັກສໍາຫຼວດ 7 ແຂວງພາກເໜືອ

48

ຄະນະຊີ້ນໍາລະດັບຊາດການສໍາຫຼວດເສດຖະກິດທົ່ວປະເທດຂັ້ນແຂວງ ຄັ້ງທີ III ໄດ້ຈັດຊຸດອົບຮົມໃຫ້ນັກເດີນສໍາຫຼວດຂັ້ນແຂວງທົ່ວປະເທດ ໃນການສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ທີ່ແຂວງໄຊຍະບູລີເປັນເຈົ້າພາບ ສໍາລັບພາກເໜືອມີ 7 ແຂວງ ຄື: ແຂວງ ຜົ້ງສາລີ, ແຂວງບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ຫົວພັນ, ນະຄອນຫຼວງພະບາງ ແລະ ໄຊຍະບູລີ ຂຶ້ນໃນວັນທີ 17 ກຸມພາຜ່ານມາ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ທັງເປັນຫົວໜ້າຄະນະຊີ້ນໍາການສໍາຫຼວດເສດຖະກິດຂັ້ນແຂວງ, ທ່ານ ນາງ ເພັດສະໝອນ ສອນ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ.

ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ໄດ້ກ່າວວ່າ: ບັນດາຂໍ້ມູນຈາກການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ ແລະ ຂໍ້ມູນການສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ນີ້ ຈະເປັນຂໍ້ມູນທີ່ສ່ອງແສງເຖິງຄວາມເປັນຈິງໃຫ້ແກ່ລັດຖະບານ ກໍຄືການນໍາຂັ້ນແຂວງໄດ້ເຂົ້າໃຈສະພາບການຜະລິດຂອງຊາວກະສິກອນ ແລະ ຫົວໜ່ວຍພື້ນຖານເສດຖະກິດ, ທຸລະກິດການຄ້າ ແລະ ການບໍລິການ, ໂຄງປະກອບເສດຖະກິດ, ການນໍາໃຊ້ແຮງງານ, ນໍາໃຊ້ທີ່ດິນ ແລະ ຊັບພະຍາກອນອື່ນໆໃນການຜະລິດ ເພື່ອເປັນພື້ນຖານໃຫ້ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ( 2021 – 2025 ) ຕາມທິດການພັດທະນາແບບຍືນຍົງ ແລະ ສີຂຽວ ໃນປີ 2030 ແລະ ນໍາພາປະຊາຊົນບັນດາເຜົ່າຫຼຸດພົ້ນຈາກຄວາມທຸກຍາກ ແລະ ສະຖານະພາບຈາກປະເທດດ້ອຍພັດທະນາ.

ທ່ານ ນາງ ເພັດສະໝອນ ສອນ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ໃຫ້ຮູ້ຕື່ມວ່າ: ການຝຶກອົບຮົມຄັ້ງນີ້ບັນດານັກສໍາຫຼວດຈະໄດ້ຮຽນຮູ້ບັນດານິຍາມວິທີຈົດກ່າຍ, ເກັບກໍາບັນທຶກຂໍ້ມູນດ້ວຍລະບົບ CAPI ( ຄາປີ ) ເຊັ່ນ: ຄວາມໝາຍສໍາຄັນຂອງການສໍາຫຼວດ, ໜ້າທີ່ຂອງນັກເດີນສໍາຫຼວດ ແລະ ນັກກວດກາຮູບແບບ ແລະ ຂັ້ນຕອນການຝຶກອົບຮົມນັກເດີນສໍາຫຼວດ, ຄຸນລັກສະນະທີ່ຕັ້ງ ແລະ ຂໍ້ມູນພື້ນຖານຂອງຫົວໜ້າວິສາຫະກິດ, ກິດຈະກໍາຕົ້ນຕໍທີ່ເຄື່ອນໄຫວໃນປີ 2018 ແລະ ຮູບແບບວິສາຫະກິດ, ສະຖານະດ້ານການຈັດຕັ້ງ ແລະ ການຂຶ້ນບັນຊີຂອງຫົວໜ່ວຍວິສາຫະກິດ

ການນໍາໃຊ້ເຕັກໂນໂລຊີຂໍ້ມູນ – ຂ່າວສານເຂົ້າໃນການເຄື່ອນໄຫວວິສາຫະກິດ, ຄຸນລັກສະນະທີ່ຕັ້ງ ແລະ ຂໍ້ມູນພື້ນຖານຂອງຫົວໜ່ວຍວິສາຫະກິດ.
ການສ້າງແຜນດໍາເນີນງານກ່ຽວກັບການຝຶກອົບຮົມນັກເດີນສໍາຫຼວດ, ແຜນການທົດລອງເກັບກໍາຂໍ້ມູນພາກສະໜາມ, ການຈໍາແນກບັນຫາຕ່າງໆຕ້ອງປະຕິບັດຕາມນິຍາມ ແລະ ຫຼັກການທີ່ໄດ້ລະບຸໃນຄູ່ມືການສໍາຫຼວດເຄັ່ງຄັດ ແລະ ວຽກງານອື່ນໆອີກ.