ລາຄາຄໍາປັບຂຶ້ນ 4,4 ແສນກີບ ສູງສຸດໃນຮອບປີ

120

ລາຄາຄໍາໄດ້ປັບຂຶ້ນເປັນຮອບສູງສຸດຂອງປີ 2020 ໂດຍຂາຍວັນທີ 19 ກຸມພາ 2020 ໃນລາຄາ 7,379 ລ້ານກີບຕໍ່ບາດ ເຫັນວ່າປັບຂຶ້ນ 4,4 ແສນກີບ ເມື່ອທຽບໃສ່ທີ່ຂາຍໃນວັນທີ 2 ມັງກອນ 2020 ຢູ່ທີ່ 6,939 ລ້ານກີບຕໍ່ບາດ.

ພາບປະກອບຂ່າວ

ນັບແຕ່ຕົ້ນປີ 2020 ເປັນຕົ້ນມາລາຄາຄໍາໄດ້ຮັບແຮງກະທົບຈາກຄວາມເຄັ່ງຕຶງລະຫວ່າງສົງຄາມການຄ້າ ຈີນ – ສະຫະລັດ. ຫຼັງຈາກນັ້ນ, ກໍແມ່ນບັນຫາຄວາມບໍ່ສະຫງົບໃນຕາເວັນອອກກາງເຮັດໃຫ້ລາຄາຄໍາປັບຂຶ້ນເກືອບຈຸລະດັບ 7 ລ້ານກີບຕໍ່ບາດ, ພໍຕົກມາຮອດເດືອນກຸມພາ 2020 ກໍໄດ້ຮັບຜົນກະທົບຈາກພະຍາດຈຸລະໂລກສາຍພັນໃໝ່ ໂຄວິດ – 19 ເຮັດໃຫ້ລາຄາຄໍາປັບຂຶ້ນຢ່າງຕໍ່ເນື່ອງຈົນຈຸລະດັບ 7.379.000 ກີບຕໍ່ບາດ ( ລາຄາຂາຍວັນທີ 19 ກຸມພາ 2020 ).

ພາບປະກອບຂ່າວເທົ່ານັ້ນ

ສ່ວນລາຄາຄໍາໃນຕະຫຼາດໂລກກໍປັບຂຶ້ນ ໂດຍໃນວັນທີ 19 ກຸມພາ 2020 ເຄື່ອນໄຫວໃນລະດັບ 1.601 ໂດລາຕໍ່ອອນ ເຫດຜົນທີ່ເຮັດໃຫ້ລາຄາປັບຂຶ້ນຍ້ອນໄດ້ຮັບແຮງໜູນຈາກການເຂົ້າຊື້ຄໍາທີ່ເປັນຊັບສິນປອດໄພ ຈາກ ຄວາມກັງວົນຕໍ່ການລະບາດຂອງພະຍາດຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ – 19.

ພາບປະກອບຂ່າວ

( ຂ່າວ: ພຸດຕີ້ )