ບໍລິສັດ ພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈະສົ່ງອອກງົວພັນຊີ້ນງວດທຳອິດທ້າຍເດືອນນີ້

393

ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຊຽງຂວາງ ຕັ້ງເປົ້າສົ່ງອອກງົວພັນຊີ້ນງວດທຳອິດໃນທ້າຍເດືອນນີ້ປະມານ 25 – 50 ໂຕ ໂດຍມີຕະຫຼາດຫຼັກທີ່ຫວຽດນາມ ແລະ ອິນໂດເນເຊຍ, ສ່ວນການກໍ່ສ້າງຣີສອດຟາມງົວນົມ ໃນເນື້ອທີ່ 10 ກວ່າເຮັກຕາ ຈະໃຫ້ສຳເລັດຢ່າງຊ້າສຸດໃນຕົ້ນປີ 2021.

ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຊຽງຂວາງ ຈຳກັດ ຫຼື Lao-Jagro Development Xiengkhoang Co.LTD ( Lao-Jagro ) ສ້າງຕັ້ງປີ 2015 ເປັນບໍລິສັດຫຸ້ນສ່ວນລະຫວ່າງນັກລົງທຶນຂອງລາວ ແລະ ຍີ່ປຸ່ນ ເພື່ອພັດທະນາຟາມລ້ຽງງົວນົມ ແລະ ປູກຝັງບັນດາຜະລິດຕະພັນອິນຊີທີ່ມີແຫຼ່ງກຳເນີດຈາກປະເທດຍີ່ປຸ່ນ ຢູ່ເທິງພູພຽງຊຽງຂວາງ. ມາໃນເດືອນກໍລະກົດ 2018 ບໍລິສັດ ຫຸ້ນສ່ວນນົມຫວຽດນາມ ( ວີນາມິວ ) ໄດ້ເຂົ້າມາຖືຫຸ້ນໃນ ບໍລິສັດ Lao-Jagro ເຊິ່ງເປັນບາດ¬ກ້າວໃໝ່ໃຫ້ແກ່ການພັດທະນາໂຄງການຟາມງົວພັນນົມອິນຊີຢູ່ລາວ.

ການລົງທຶນສຳລັບໄລຍະທີ 1 ມີເນື້ອທີ່ 5.000 ເຮັກຕາ ຕັ້ງເປົ້າລ້ຽງງົວ 24.000 ໂຕ ມູນຄ່າ 120 ລ້ານໂດລາສະຫະລັດ, ໄລຍະ 2 ຈະເພີ່ມຈຳນວນງົວໃຫ້ໄດ້ 100.000 ໂຕ ລວມເນື້ອທີ່ 20.000 ເຮັກຕາ ມູນຄ່າການລົງທຶນທັງ 2 ໄລຍະ 500 ລ້ານໂດລາສະຫະລັດ.

ທ່ານ ຫາຈ໋ອງຢຸງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຊຽງຂວາງ ຈຳກັດ ເປີດເຜີຍກັບທີມຂ່າວເສດຖະກິດ – ການຄ້າ ວ່າ: ມາຮອດປັດຈຸບັນງົວໃນຟາມມີທັງໝົດ 1.800 ກວ່າໂຕ. ໃນນັ້ນ, ງົວພັນຊີ້ນ 1.600 ໂຕ ໂດຍມີແຜນສົ່ງອອກທ້າຍເດືອນນີ້ເປັນງວດທຳອິດ ປະມານ 25 – 50 ໂຕ ເຊິ່ງຕະຫຼາດຫຼັກແມ່ນຫວຽດນາມ ແລະ ອິນໂດເນເຊຍ. ນອກນີ້, ກໍຍັງມີອີກຫຼາຍປະເທດແຕ່ທາງຟາມເອງສະໜອງໃຫ້ບໍ່ທັນ.

ປັດຈຸບັນບໍລິສັດກໍາລັງສຸມໃສ່ການກໍ່ສ້າງຟາມງົວນົມຂະໜາດໃຫຍ່ ຫຼື ຣີສອດຟາມງົວນົມອິນຊີ ໃນເນື້ອທີ່ປະມານ 10 ກວ່າເຮັກຕາ ປະກອບດ້ວຍໂຮງເຮືອນງົວ, ບ່ອນຜະລິດອາຫານ, ບ່ອນຮີດນົມງົວ ຄາດວ່າທ້າຍປີ 2020 – 2021 ຈະໃຫ້ສໍາເລັດ. ຈາກນັ້ນ, ຈະນໍາງົວພັນນົມເຂົ້າມາອີກປະມານ 8.000 ໂຕ, “ ທ່ານ ຫາຈ໋ອງຢຸງ ກ່າວ ”.

ຂະນະທີ່ ທ່ານ ແສງປັນ ເພັດດາລາ ຜູ້ອຳນວຍການຟາມ ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຊຽງ ຂວາງ ຈຳກັດ ກ່າວວ່າ: ຂໍ້ຫຍຸ້ງຍາກຂອງການລ້ຽງງົວເປັນຟາມ ແມ່ນການປັບປຸງດິນໃຫ້ງາມ ແລະ ອຸດົມສົມບູນ ເນື່ອງຈາກດິນໃນ ແຂວງຊຽງຂວາງ ເປັນດິນປອກໂລ້ນ, ດິນສົ້ມ, ມີຄ່າ PH ຕໍ່າຫຼາຍ; ອີກບັນຫາໜຶ່ງແມ່ນເລື່ອງການເກັບກູ້ລະເບີດບໍ່ທັນແຕກ, ແຕ່ຂໍ້ດີເລື່ອງພະຍາດຈະບໍ່ຄ່ອຍພົບມີພຽງເລັກໜ້ອຍເທົ່ານັ້ນ ເນື່ອງຈາກຟາມມີລະບົບການປ້ອງກັນທີ່ດີ ເປັນຕົ້ນການສີດວັກຊີນພ້ອມມີສັດຕະວະແພດປະຈໍາຢູ່.

ສະເພາະຫຍ້າທີ່ປູກພາຍໃນຟາມມີ 5 ຊະນິດ ຄື: ຫຍ້າເຂົ້າໂອດ, ສາລີອາຫານສັດ, ຫຍ້າມາບາຊາ, ຫຍ້າເນເປຍ ແລະ ຫຍ້າລູຊີ ທີ່ເປັນຫຍ້າທີ່ມີໂປຣຕິນສູງ. ສ່ວນການປູກແມ່ນຈັດແບ່ງໃສ່ຕາມປະເພດດິນທີ່ເໝາະສົມກັບຫຍ້າແຕ່ລະຊະນິດເພື່ອບໍ່ປ່ອຍໃຫ້ພື້ນທີ່ເສຍລ້າ, ສ່ວນອາຫານງົວຈະນໍາເອົາຫົວອາຫານມາປະສົມກັບອາຫານທີ່ໝັກໄວ້ ຫຼື ເຟືອງ.

ສ່ວນແຜນພັດທະນາໃນຕໍ່ໜ້າບົນພື້ນຖານການພັດທະນາກະສິກໍາ ແລະ ເງື່ອນໄຂອັນສະດວກຂອງແຂວງຊຽງຂວາງ ທາງບໍລິສັດມີແຜນຍຸດທະສາດພັດທະນາເຂດນີ້ໃຫ້ກາຍເປັນເຂດລ້ຽງງົວນົມແຫ່ງທໍາອິດທີ່ໃຫຍ່ສຸດໃນລາວ ແລະ ພັດທະນາຍົກລະດັບຂຶ້ນເປັນລະດັບພາກພື້ນ.
ແນວໃດກໍດີສໍາລັບຂໍ້ຫຍຸ້ງຍາກ ແມ່ນປະສົບການຂອງແຮງງານໃນບໍລິສັດຍັງຂາດເຕັກນິກການລ້ຽງງົວນົມ, ແຕ່ໃນຕໍ່ໜ້າກໍມີແຜນຈະເຊີນເອົາຊ່ຽວຊານວິຊາການມາຈາກຍີ່ປຸ່ນ, ຫວຽດນາມ ມາຝຶກອົບຮົມໃຫ້ແກ່ເຂົາເຈົ້າ “ ທ່ານ ແສງປັນ ເພັດດາລາ ກ່າວ ”.