ບໍລິສັດ ຊີໂນໄຮໂດຣ ຈະຟື້ນຟູລະບົບນິເວດກໍລະນີສານເຄມີຮົ່ວໄຫຼລົງນ້ຳລີກ

132

ກໍລະນີປາຕາຍຢູ່ນ້ຳລີກ ເຂດເມືອງກາສີ ຈາກສານເຄມີເລັ່ງໃຫ້ຊີມັງແຂງໂຕໄວຂອງ ບໍລິສັດ ຊີໂນໄຮໂດຣ ກໍ່ສ້າງທາງລົດໄຟ ລາວ – ຈີນ ຮົ່ວໄຫຼລົງສູ່ແມ່ນ້ຳ. ເຫດການດັ່ງກ່າວທາງບໍລິສັດເຫັນດີຊົດເຊີຍ ແລະ ຟື້ນຟູລະບົບນິເວດທາງນໍ້າຄືນ ມູນຄ່າ 70 ລ້ານກີບ. ເຖິງຢ່າງໃດກໍຕາມ, ຍັງບໍ່ອະນຸຍາດໃຫ້ປະຊາຊົນນໍາໃຊ້ນ້ຳດັ່ງກ່າວຈົນກວ່າຈະໄດ້ຮັບການແກ້ໄຂ.

ອີງຕາມບົດບັນທຶກກອງປະຊຸມປຶກສາຫາລື ກ່ຽວກັບການຊອກຫາສາເຫດປາຕາຍຢູ່ເຂດຫ້ວຍຫີນຊາ ແລະ ເຂດນໍ້າລີກ ເມືອງກາສີ ແຂວງວຽງຈັນ ໃນເວລາ 8:30 ໂມງ ຂອງວັນທີ 18 ກຸມພາ 2020 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ໄດ້ສົມທົບກັບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງກາສີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ແລະ ບໍລິສັດໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບການຊອກຫາສາເຫດປາຕາຍຢູ່ເຂດຫ້ວຍຫີນຊາ ແລະ ເຂດນໍ້າລີກເມືອງກາສີ ແຂວງວຽງຈັນ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງກາສີ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບົວພັນ ກອງດາວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ແລະ ທ່ານ ອໍາໄພ ໂສລິດຕະນະວົງ ຫົວໜ້າຫ້ອງວ່າການເມືອງກາສີ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 18 ທ່ານ.

ພາຍຫຼັງທີ່ຄະນະປະທານໄດ້ກ່າວມີຄໍາເຫັນເປີດກອງປະຊຸມແລ້ວ ທີ່ປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນມາຂອງໂຄງການ, ເຕັກນິກການກໍ່ສ້າງ ລວມທັງແຜນການຄຸ້ມຄອງສິ່ງແວດລ້ອມຂອງໂຄງການຈາກຜູ້ຕາງໜ້າບໍລິສັດ, ພາຍຫຼັງທີ່ຮັບຟັງການສະເໜີດັ່ງກ່າວແລ້ວຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາຄິດເຫັນ ແລະ ຍົກເອົາຫຼາຍບັນຫາມາປຶກສາຫາລືກັນຢ່າງກົງໄປກົງມາ ເຊິ່ງສາມາດສັງລວມໄດ້ ຄື:

1 ຜ່ານການຄົ້ນຄວ້າຂອງທາງຄະນະກໍາມະການແລ້ວ ສາເຫດປາຕາຍໃນຄັ້ງນີ້ແມ່ນຍ້ອນຖັງເກັບນໍ້າຢາສີດປູນໃຫ້ແຂງໂຕໄດ້ແຕກ, ຮົ່ວໄຫຼຢູ່ຈຸດອຸມົງເຂດບ້ານວຽງແກ້ວ ຂອງ ບໍລິສັດ ຊີໂນໄຮໂດຣ ລົງສູ່ຫ້ວຍນໍ້າທໍາມະຊາດ ເຊິ່ງສາເຫດດັ່ງກ່າວນີ້ທາງບໍລິສັດແມ່ນຍອມຮັບວ່າເຫດການທີ່ເກີດຂຶ້ນເປັນຄັ້ງທໍາອິດ ທີ່ເຮັດໃຫ້ມີສານເຄມີຮົ່ວໄຫຼລົງສູ່ຫ້ວຍນໍ້າ.

2 ບໍລິສັດ ຊີໂນໄຮໂດຣ ກໍ່ສ້າງທາງລົດໄຟ ລາວ – ຈີນ ທີ່ເຮັດໃຫ້ຖັງບັນຈຸສານເຄມີ ( ສານເລັ່ງໃຫ້ຊີມັງແຂງໂຕໄວ ) ໜຶ່ງຖັງ 1.000 ລິດແຕກ ແລະ ປະມານ 100 ກວ່າລິດ ໄຫຼລົງສູ່ແມ່ນໍ້າທໍາມະຊາດ, ການແຈ້ງເຕືອນຊັກຊ້າບໍ່ທັນເຫດການ ໄດ້ສົ່ງຜົນກະທົບເຮັດໃຫ້ປາຕາຍຢູ່ເຂດຫ້ວຍຫີນຊາ ແລະ ເຂດນ້ຳລີກ ເຊິ່ງໃນນັ້ນມີວັງສະຫງວນຢູ່ 3 ບ້ານ ຄື: ບ້ານໂພນແບ່ງ, ບ້ານວຽງຄຳ ແລະ ບ້ານວຽງແກ້ວ.

3 ໃຫ້ທາງບໍລິສັດມີການຟື້ນຟູກ່ຽວກັບລະບົບນິເວດທາງນໍ້າຕາມຫ້ວຍນໍ້າເຂດຫ້ວຍຫີນຊາ ແລະ ເຂດນໍ້າລີກຄືນໃຫ້ຢູ່ໃນສະພາບເດີມ.

4 ຕໍ່ກັບຜົນກະທົບທາງບໍລິສັດ ເຫັນດີຊົດເຊີຍ ແລະ ຟື້ນຟູລະບົບນິເວດທາງນໍ້າຄືນ ເປັນມູນຄ່າ 70 ລ້ານກີບ.

ພ້ອມທັງໄດ້ສະເໜີວິທີທາງແກ້ໄຂ ຄື: ສະເໜີໃຫ້ທາງບໍລິສັດອະນາໄມຕະກອນຢູ່ອ່າງບໍາບັດນໍ້າເປື້ອນຈາກໂຄງການ ກ່ອນປ່ອຍນໍ້າອອກສູ່ທໍາມະຊາດ ເພື່ອຫຼຸດຜ່ອນຜົນກະທົບໃນສະເພາະໜ້າໃຫ້ສໍາເລັດພາຍໃນວັນທີ 19 ຫາ 20 ກຸມພາ 2020; ໃຫ້ທາງບໍລິສັດເອົາໃຈໃສ່ເປັນພິເສດກ່ຽວກັບການເກັບມ້ຽນພາຊະນະບັນຈຸສານເຄມີ ແລະ ສິ່ງເສດເຫຼືອຕ່າງໆໃຫ້ເປັນລະບົບ, ໃຫ້ທາງບໍລິສັດເອົາໃຈປະຕິບັດຕາມບົດບັນທຶກ ສະບັບລົງວັນທີ 7 ພະຈິກ 2010 ວ່າດ້ວຍບັນດາເງື່ອນໄຂທີ່ກໍານົດໄວ້ເປັນເອກະສານຊ້ອນທ້າຍຂອງໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຕໍ່ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມສິ່ງແວດລ້ອມ ສະບັບເດືອນພຶດສະພາ 2019 ສໍາລັບໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ແລະ ຕໍ່ກັບຄໍາຄິດເຫັນຕ່າງໆຂອງຜູ້ເຂົ້າຮ່ວມກອງປະຊຸມທາງບໍລິສັດຈະນໍາໄປປັບປຸງແກ້ໄຂ.

ທ່ານ ພູຜ່ານ ພູວົງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງກາສີ ໃຫ້ສຳພາດໃນຕອນແລງວັນທີ 19 ກຸມພາຕື່ມວ່າ: ບັນດາບົດບັນທຶນກອງປະຊຸມຂ້າງເທິງນີ້ແມ່ນຜ່ານການເຫັນດີຈາກຄະນະກອງປະຊຸມຂັ້ນເມືອງ, ແຂວງ ແລະ ຍັງຈະສົ່ງລາຍງານຫາສູນກາງມີຄຳເຫັນຕື່ມເລື່ອງການຊົດເຊີຍ, ຟື້ນຟູລະບົບນິເວດທາງນ້ຳ ເຊິ່ງອາດຈະຊື້ປາມາປ່ອຍ ແລະ ປະກອບສ່ວນໃນວຽກງານພື້ນຟູ, ສ່ວນປາທີ່ຕາຍໃນວັນທີ 17 ກຸມພາຜ່ານມານັ້ນ ລວມແລ້ວປະມານ 30 ກິໂລ ລົງມາ ແລະ ເຫັນປາຕາຍສະເພາະໃນຕອນເຊົ້າຂອງວັນດຽວກັນ.

ມາຮອດປັດຈຸບັນສະພາບນໍ້າແມ່ນໃສ ແລະ ບໍ່ພົບເຫັນປາຕາຍແລ້ວ, ໃນຂະນະທີ່ປາຢູ່ວັງສະຫງວນບ້ານວຽງແກ້ວ ແລະ ບ້ານໂພນແບ່ງ ທີ່ໄດ້ລົງກວດເບິ່ງ ແລະ ໃຫ້ອາຫານໃນວັນທີ 18 ກຸມພາຜ່ານມາ ກໍຍັງເຫັນມີປາຈຳນວນຫຼາຍຢູ່, ສ່ວນນ້ຳແມ່ນຍັງຫ້າມພໍ່ແມ່ປະຊາຊົນໃຊ້ອາບ ຫຼື ບໍລິໂພກ ເນື່ອງຈາກຍັງຕ້ອງລໍຖ້າຜົນການວິໄຈກ່ອນ 7 ວັນ, ທ່ານ ພູຜ່ານ ພູວົງ ກ່າວ.