ໄປຊ້າບໍ່ໄດ້ກິນເດີ້ ນໍ້າຫວານແຊບໆ ຈາກ ເຈນ ມະໄລລັກ Miss Grand Laos 2019

83

ເລີ່ມເປີດມາໄດ້ 2-3 ມື້ ບໍ່ພໍທໍ່ໃດຊົ່ວໂມງກໍຂາຍໝົດແລ້ວ ສໍາລັບແມ່ຄ້າຂາຍນໍ້າຫວານແຊບ ເຊິ່ງກໍບໍ່ແມ່ນໃຜຄົນໄກ ນ້ອງ ມະໄລລັກ ພະຈັນ Miss Grand Laos 2019 ທີ່ຫາກໍເປີດຮ້ານຂາຍນໍ້າຫວານແຊບຢູ່ທາດຫຼວງນະຄອນຫຼວງວຽງຈັນຕັ້ງແຕ່ວັນທີ 17 ກຸມພາ 2020.

ຄັ້ງນີ້ສ້າງຄວາມສົນໃຈ ແລະ ລູກຄ້າຫຼາຍເປັນພິເສດ ໃຜໄປຊ້າອົດກິນ ເພາະບໍ່ພຽງ 2-3 ຊົ່ວໂມງທີ່ເລີ່ມຂາຍກໍໝົດແລ້ວ ເຮັງໆຂະໜາດເລີຍ.
ສາວເຈນບອກວ່າ: ຫຼັງຈາກທີ່ມາຢູ່ວຽງຈັນຫຼາຍປີແລ້ວຊອກກິນນໍ້າຫວານຮ້ານແຊບໆ ແລະ ຖືກໃຈຍັງບໍ່ມີ ກໍເລີຍເປີດຂາຍເອງສາໃຫ້ແລ້ວ ໂດຍເພິ່ນຮັບປະກັນວ່າເປັນນໍ້າຫວານແຊບ ສູດຈາກປາກເຊເລີຍ ເປັນສາຂາ3 ລາຄາພຽງ 3000 ກີບ.

ເປັນຕາແຊບ


ສຳລັບໃຜທີ່ເປັນແຟນນາງງາມ ຫຼື ຕິດຕາມເຈນຢູ່ກໍ ຢ່າລືມໄປແວ່ອຸດໜູນເພີ່ນໄດ້ຢູ່ຕະຫຼາດຂາຍຂອງກິນສຸກທາດຫຼວງເດີ້ ແຕ່ໄປໄວໆແນ່ດຽວໝົດກ່ອນ ສາວເຈນບອກວ່າເລີ່ມຂາຍແຕ່ເວລາ 16:30 ເດີ້.