ຫຼວງນໍ້າທາຕັ້ງເປົ້າ ຈະສູ້ຊົນໃຫ້ຄອບຄົວທຸກຍາກຍັງເຫຼືອບໍ່ເກີນ 14%

132

ວັນທີ 19 ກຸມພາ 2020ນີ້ຢູ່ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາໄດ້ຈັດກອງປະຊຸມໃຫຍ່ຂອງໝ່ວຍພັກຫ້ອງການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກແຂວງຄັ້ງທີ II, ໂດຍການເປັນປະທານ ຂອງທ່ານ ວິລະຊົນ ແດນຫັນສາ ເລຂາໝ່ວຍພັກຫ້ອງການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກແຂວງຫຼວງນ້ຳທາ, ເຂົ້າຮ່ວມຂອງ ທ່ານ  ພີມແກ້ວ ທຳລະສິນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ, ມີຄະນະໝ່ວຍພັກ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.

ທ່ານ ອໍາມະນີ ວິໄລທອງ ຮອງເລຂາໝ່ວຍພັກ ຫ້ອງການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກແຂວງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານພັກໃນໄລຍະຜ່ານມາວ່າ: ໄດ້ກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຢ່າງເປັນປົກກະຕິເນັ້ນໃສ່ 8 ຈຸດສຸມພັດທະນາຂອງແຂວງ ແລະ 12 ກຸ່ມບ້ານເປົ້າໝາຍຂອງກອງທຶນຫຼູດຜ່ອນຄວາມທຸກຍາກ, ໃນ 5 ປີຜ່ານມາ ມີ 119 ໂຄງການ ມູນຄ່າ 93,42 ຕື້ກີບ, ໃນປີ 2019 ມີຄອບຄົວທຸກຍາກ 9.965 ຄອບຄົວ ກວມ 24,42%, ບ້ານທຸກຍາກ 143 ບ້ານ ກວມ 39,50%, ຄອບຄົວພັດທະນາ 22.457 ຄອບຄົວ ກວມເອົາ 55,02% , ມີ 4 ບ້ານພັດທະນາ ກວມ 1,10%.

ໃນຕໍ່ໜ້າຈະສູ້ຊົນເຮັດໃຫ້ຄອບຄົວທຸກຍາກຍັງເຫຼືອບໍ່ເກີນ 14%, ບ້ານທຸກຍາກຍັງເຫຼືອບໍ່ເກີນ 20%, ລຶບລ້າງເມືອງທຸກຍາກໃຫ້ໄດ້ 3 ເມືອງຄື: ເມືອງຫຼວງນ້ຳທາ, ວຽງພູຄາ ແລະ ເມືອງນາແລ, ສ້າງຄອບຄົວພັດທະນາໃຫ້ໄດ້ 70%ຂື້ນໄປ, ບ້ານພັດທະນາ 40% ຂື້ນໄປ, ສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງໃນຊົນລະບົດໃຫ້ໄດ້ 1 ຈຸດ ຄື: ຈຸດນາເຕີຍ ແລະ ສ້າງເມືອງສິງໃຫ້ເປັນເມືອງເຂັ້ມແຂງຮອບດ້ານ.

ພາບປະກອບຂ່າວເທົ່ານັ້ນ

ຂໍ້ມູນຈາກ: ຂ່າວສານຫຼວງນໍ້າທາ; ຂ່າວ: ກິ່ນນາລົມ