ຮູ້ຫຼືຍັງ! ການປອມແປງເງິນ ຫຼື ໃຊ້ເງິນປອມ ຈະຖືກປັບໃໝເຖິງ 500ລ້ານກີບ

253

ຈາກກໍລະນີທີ່ທາງການພົບກຸ່ມຄົນບໍ່ດີປອມແປງທະນະບັດໃບ 50.000ກີບ ນໍາໃຊ້ຢູ່ເຂດເມືອງຫີນບູນ ແຂວງຄໍາມ່ວນ ແລະ ໄດ້ອອກແຈ້ງການເຕືອນປະຊາຊົນໃນຂອບເຂດທົ່ວປະເທດໃຫ້ມີສະຕິລະວັງຕົວໃນການຮັບ-ຈ່າຍເງິນ ເພື່ອຫຼີກລ່ຽງການຕົກເປັນເຫຍື່ອ, ຕໍ່ກັບການກະທໍາດັ່ງກ່າວ ລັດຖະບານກໍ່ມີມາດຕະການຕໍ່ຜູ້ກະທໍາຜິດເປັນຕົ້ນແມ່ນຕັດອິດສະຫຼະພາບ ແຕ່ 5 ຫາ 10ປີ ແລະ ຈະຖືກປັບໃໝ 50 ຫາ 500 ລ້ານກີບ.

ອີງຕາມ ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017, ມາດຕາ 129 ການປອມແປງເງິນ ຫຼື ການໃຊ້ເງິນປອມ ບຸກຄົນໃດຫາກໄດ້ໃຊ້ເຄື່ອງພິມ ຫຼື ໃຊ້ວິທີການອື່ນ ປອມແປງເງິນກີບ, ເງິນຕາຕ່າງປະເທດ ຫຼື ນໍາເອົາເງິນປອມຈາກຕ່າງປະເທດເຂົ້າມາ, ຈໍາໜ໋າຍ ຫຼື ຈໍລະຈອນ ຢູ່ ສປປ ລາວ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 5ປີ ຫາ 10ປີ ແລະ ຈະຖືກປັບໃໝ ແຕ່ 50 ລ້ານ ຫາ 500ລ້ານກີບ.

ໃນກໍລະນີທີ່ຜູ້ກະທໍາຜິດ ຫາກໄດ້ປອມແປງເງິນ ຫຼື ໄດ້ ນໍາເອົາເງິນປອມເຂົ້າມາຢ່າງຫຼວງຫຼາຍ ຫຼື ໂດຍມີການຈັດຕັ້ງ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 10 ປີ ຫາ 20ປີ ແລະ ຈະຖືກປັບໃໝແຕ່ 200ລ້ານ ຫາ 700 ລ້ານກີບ; ການກະກຽມໃຫ້ແກ່ການກະທໍາຜິດ, ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ

ບຸກຄົນໃດ ຫາກຮູ້ວ່າແມ່ນເງິນປອມ ແຕ່ຍັງນໍາອອກໃຊ້ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 3ເດືອນ ຫາ 5ປີ ແລະ ຈະຖືກປັບໃໝ ແຕ່ 2ລ້ານ ຫາ 5ລ້ານ; ບຸກຄົນໃດ ຫາກຮູ້ວ່າຕົນມີເງິນປອມໃນຄອບຄອງ ແຕ່ບໍ່ໄດ້ແຈ້ງຕໍເຈົ້າໜ້າທີ່ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 3ເດືອນ ຫາ 2ປີ ແລະ ຈະຖືກປັບໃໝ ແຕ່ 1ລ້ານກີບ ຫາ 5ລ້ານກີບ.