ຄວາມ​ຄຽດ​ເປັນ​ສາ​ເຫດຫຼັກ​ທີ່​ພາ​ໃຫ້​ເກີດອາການ​ເຈັບກະ​ເພາະ​​ ເຮົາມີວິທີແກ້

144

ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​​ເຈັບ​ປ່ວຍ​ເປັນ ພະຍາດ​ກະ​ເພາະ​ອາຫານ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ (​ໂດຍ​ສະ​ເພາະ​ແມ່ນ​ຄົນ​ທີ່​ເຮັດ​ວຽກ​ຢູ່​ຫ້ອງ​ລ້າ​ຫ້ອງການ ​ເຊິ່ງມັກ​ຈະ​ເຮັດ​ວຽກ​ແຂ່ງ​ກັບ​ເວລາ ​ແລະ ກິນ​ເຂົ້າ​ບໍ່​ເປັນ​ເວລາ) ​ແລະ ອີກ​ສາ​ເຫດ​ໜຶ່ງ​​ແມ່ນ​ເກີດ​ຈາກ​ຄວາມ​​ເຄັ່ງ​ຄຽດ​ທີ່​ສະ​ສົມ​ໃນ​ແຕ່​ລະ​ມື້.

ຄວາມ​ຕຶງ​ຄຽດ​ເປັນສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ອາການ​ເຈັບກະ​ເພາະ​ຮ້າຍ​​ແຮງ​ຂຶ້ນ. ​ເພາະ​ໃນ​ເວລາ​ທີ່​ຄຽດ​ລະບົບ​ປະສາດ​ອັດຕະ​ໂນ​ມັດ​ຈະ​ໄປ​ກະ​ຕຸ້ນ​ຕ່ອມ (Adrenal Gland) ​ໃຫ້​ຜະລິດ​ອາ​ດິນ​ນາລີ​ນອອກ​ມາ​ຫຼາຍ​ກວ່າ​ປົກກະຕິ ຈຶ່ງ​ສົ່ງ​ຜົນ​ໃຫ້​ຮ່າງກາຍ​ມີ​ການ​ຕື່ນ​ໂຕ​ຢູ່​ຕະຫຼອດ​ເວລາ ​ແລະ ກໍ່​ໃຫ້​ເກີດ​ຄວາມ​ຄຽດ. ​ເຊິ່ງຈະ​ກະ​ຕຸ້ນ​ໃຫ້​ກະ​ເພາະ​ອາຫານ​ຜະລິດ​ນ້ຳ​ຍ່ອຍ​ອອກ​ມາ​ຫຼາຍ​ຂຶ້ນ ຈົນ​ເກີດ​ມີ​ແຜ​ໃນ​ກະ​ເພາະ​ອາຫານ ​ແລະ ລຳ​​ໄສ້​ໃຫ່ຍກໍ່​ມີ​ການ​ຫົດ​ໂຕ​ຫຼາຍ​ຂຶ້ນ ​ໂດຍ​ຈະ​ສ້າງ​ຄວາມ​ເຈັບ​ປວດ ​ແລະ ທໍລະມານ​ໃຫ້​ກັບ​ຜູ້​ທີ່​ເປັນ.

​ໃນ​ເວລາ​ທີ່​ຄຽດ​ຮ່າງກາຍ​ຈະ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ເຊັ່ນ: ປອດ​ມີ​ການ​ຂະຫຍາຍ​ໂຕ​ຂຶ້ນ​ສ້າງ​ອາກາດ​ທີ່​ຈະ​ເຂົ້າ​ສູ່​ກ້າມ​ຊີ້ນ ​ແລະ ຫົວ​ໃຈ ຈຶ່ງ​ເຮັດ​ໃຫ້​ມີ​ການ​ຫາຍ​ໃຈ​ໄວ​ຂຶ້ນ ​ແລະ ຮູດັງ​ກໍ່​ຂະຫຍາຍ​ອອກ ​ເພື່ອ​ໃຫ້​ຊ່ອງ​ທາງ​ຫາຍ​ໃຈກວ້າງ​ຂຶ້ນ​ຈຶ່ງ​ເຮັດ​ໃຫ້​ຕ່ອມ​ເຫື່ອ​ເຮັດ​ວຽກ​ໜັກ​ຂຶ້ນ ​ເພື່ອ​ຫຼຸດຜ່ອນ​ຄວາມ​ຮ້ອນ​ໃນ​ກ້າມ​ຊີ້ນ ​ເຮັດ​ໃຫ້​​ເສັ້ນເລືອດຝອຍ​ໃນ​ຊັ້ນ​ຜິວໜັງ​ຫົດ​ໂຕ ​ແລະ ​ເກີດ​ອາການ​ຂົນ​ລຸກ. ​ເມື່ອ​ຕ່ອມ​ໄທຣອຍຜະ​ລິດ​ຮໍ​ໂມນ​ເພີ່ມ​ປະຕິກິລິຍາ​ການ​ເຜົາ​ຜານ​ອາຫານ​ອອກ​ມາ​ຫຼາຍ ​ເພື່ອ​ເພີ່​ມພະລັງງານ​. ການ​ກະ​ຕຸ້ນ​ຢ່າງ​ຕໍ່​ເນື່ອງ​ແບບ​ນີ້ ອາດ​ຈະ​ນຳ​ໄປ​ສູ່​ບັນຫາ​ການ​ນອນ​ບໍ່​ຫຼັບ ​ແລະ ມີ​ອາການ​ຫິວ​ເຂົ້າ​ຫຼາຍ​ຂຶ້ນ.

ຄວາມ​ຄຽດ​ຍັງ​ເຮັດ​ໃຫ້​ຫົວ​ໃຈ​ເຕັ້ນ​ແຮງ​ຜິດ​ປົກກະຕິ, ຫາຍ​​ໃຈ​ຖີ່​ຂຶ້ນ, ກ້າມ​ຊີ້ນ​ມີ​ອາການ​ເຄັ່ງ​ຕຶງ, ປາກ​ແຫ້ງ ​ແລະ ຍິ່ງ​​ໄປ​ກວ່າ​ນັ້ນ ຍັງ​ເຮັດ​ໃຫ້ການ​ເຮັດ​ວຽກ​ຂອງ​ກະ​ເພາະ​ອາຫານ ​ແລະ ລຳ​ໄສ້​ຢຸດ​ລົງ ​ເພື່ອ​ຖະໜອມ​ພະລັງງານ​ຈຶ່ງ​ສົ່ງ​ຜົນ​ໃຫ້ ​ເກີດກົດ​ໃນ​ກະ​ເພາະ​ອາຫານ​ສູງ​ຂຶ້ນ ​ເຮັດ​ໃຫ້​ເກີດ​ອາການ​ປັ່ນ​ປ່ວນ​ໃນ​ທ້ອງ ​ແລະ ຮູ້ສຶກ​ປວດຮາກ.

ນອກຈາກ​ພຶດຕະກຳ​ດັ່ງກ່າວ​ແລ້​ວ ຈິດ​ໃຈ​ກໍ່​ມີ​ສ່ວນ​ສຳຄັນ​ຫຼາຍ​ຕໍ່​ການ​ເກີດ​ພະຍາດ​ກະ​ເພາະ​ອາຫານ, ຜູ້​ທີ່​ມັກ​ສະ​ສົມ​ຄວາມ​ຄຽດ​ໄວ້​ເປັນ​ເວລາດົນ ກໍ່​ຈະ​ມີ​ຄວາມ​ສ່ຽງ​ຫຼາຍ​ຂຶ້ນ. ​ເຊິ່ງສາມາດ​ສັງ​ເກດ​ໂຕ​ເອງ​ວ່າ​ຢູ່​ໃນ​ເຄື່ອຄ່າ​ຍຄຽດ​ຈົນ​ໃກ້​ຈະ​ເປັນ​ພະຍາດ​ກະ​ເພາະ ຫຼື ບໍ່. ຖ້າ​ຮູ້ສຶກ​ເບື່ອ​ອາຫານ, ກິນ​ບໍ່​ໄດ້, ມີ​ອາການ​ມຶນ​ງົງ, ງຸດງິດ, ລຳ​ຄານ​ໃຈ​ຢູ່​ເລື່ອຍໆ, ມັກ​ຢູ່​ຄົນ​ດຽວ, ນອນ​ບໍ່​ຫຼັບ, ທ້ອງຜູກ ທັງ​ໝົດ​ນັ້ນ​ຄື: ກຳລັງ​ຈະ​ມີ​ອາການ​ຄຽດ ​ເຊິ່ງ​ເປັນ​ສັນຍານ​​ເຕືອນ​ໃຫ້​ຮູ້​ວ່າ​ມີ​ໂອກາດ​ທີ່​ຈະ​ເຈັບກະ​ເພາະກຳລັງ​ຈະ​ເກີດ​ຂຶ້ນ.

ວິທີ​ຫຼີກ​ລ້ຽງ​ອາການ​ເຈັບກະ​ເພາະມີຄື:

1 ກິນ​ອາຫານ​ໃຫ້​ຖືກ​ເວລາ ​ແລະ ​ໃຫ້​ຄົບ 3 ຄາບ: ​ເປັນ​ສິ່ງ​ທີ່​ຈະ​ຕ້ອງ​ປະຕິບັດ​ເປັນ​ຢ່າງ​ທຳ​ອິດ ​ເພາະ​ຈະ​ຊ່ວຍ​ໃຫ້ກະ​ເພາະ​ອາຫານ​ຮູ້ຈັກ​ເວລາ​ໃນ​ການ​ຍ່ອຍ ​ແລະ ປ່ອຍ​ນ້ຳ​ຍ່ອຍ​ອອກ​ມາ​ໃນ​ປະລິມານ​ທີ່​ພໍດີ​ທຸກ​ມື້.

2 ສຳລັບ​ຜູ້​ທີ່​​ມີ​ອາກາດ​ເຈັບກະ​ເພາະ​ຢູ່​ແລ້​ວ: ​ໃນ​ໄລຍະ​ທຳ​ອິດ​ຕ້ອງ​ຝຶກ​ການ​ກິນ​ອາ​ຫາ​ນ​ໃຫ້​ຖຶກ​ເວລາ ​ແຕ່​ອາດ​ຈະ​ຮູ້ສຶກ​ເຈັບທ້ອງ​ຫຼາຍ​ຂຶ້ນ ​ໂດຍ​ເລີ່​ມຈາກ​ການ​ກິນ​ອາຫານ​ທີ່​ຍ່ອຍ​ງ່າຍ​ເຂັ່ນ: ​ເຂົ້າປຽກ​ເຂົ້າ. ​ແຕ່​ໃຫ້​ຍົກ​ເວັ້ນອາຫານ​ທີ່​ມີ​ລົດ​​ຊາດເຂັ້ມເຊັ່ນ: ສົ້ມ​ແຮງ, ​ເຄັມ​ແຮງ, ຫວານ​ແຮງ, ອາຫານ​ດອງ ​ແລະ ອາຫານ​ທອດ​ທຸກ​ປະ​ເພດ.

3 ເຊົາ​ສູບຢາ ​ແລະ ຫ້າມ​ດື່ມ​ສິ່ງ​ມຶນ​ເມົາ​ທຸກ​ຊະນິດ: ລວມທັງ ຊາ, ກາ​ເຟ, ​ເຄື່ອງດື່ມ​ຊູ​ກຳລັງ ​ແລະ ນ້ຳ​ອັດ​ລົມ ​ເພາະ​ສິ່ງ​ເຫຼົ່າ​ນີ້​ເປັນສາ​ເຫດ​ໜຶ່ງ​ທີ່​ເຮັດ​ໃຫ້​ກະ​ເພາະ​ອາຫານ​ອັກ​ເສບ ​ແລະ ອາດ​ຈະ​ໃຫ້​ມີ​ອາການເຈັບກະ​ເພາະຮ້າຍ​ແຮງ​ຂຶ້ນ​ອີກ.

4 ບໍ່ຄວນ​ກິນ​ຢາ​ແກ້​ປວດ ​ແລະ ຢາ​ແກ້​ອັກ​ເສບ​ທີ່​ມີ​ສ່ວນ​ປະສົມ​ຂອງ​ສານ  (Steroids): ​ເພາະ​ຢາ​ຈຳພວກ​ນີ້​ມີ​ສ່ວນ​​ໄປ​ກະ​ຕຸ້ນ​ໃຫ້​ກະ​ເພາະ​ອາຫານ​ເກີດ​ການ​ອັກ​ເສບ​ຫຼາຍ​ຂຶ້ນ. ​ໃນ​ກໍ​ລະ​ນີທີ່​ຈຳ​ເປັນ​ຕ້ອງ​ໃຊ້​ຢາ​ເຊັ່ນ: ​ໃຊ້​ປິ່ນປົວ​ຂໍ້​ອັກ​ເສບ ​ໃຫ້​ປຶກສາ​ໝໍ​ກ່ອນ​ເພື່ອ​ຄວາມ​ໝັ້ນ​ໃຈ.

5 ຊອກ​ຫາ​ກິດຈະກຳ​ທີ່​ຊ່ວຍ​ຜ່ອນຄາຍ: ​ເຊິ່ງສາມາດ​ເຮັດ​ໄດ້​ຫຼາຍ​ວິທີ ບໍ່​ວ່າ​ຈະ​ເປັນ​ການ​ອອກກຳລັງ​ກາຍ ​ແລະ ອື່ນໆ. ​ເມື່ອ​ປະຕິບັດ​ເປັນ​ປະຈຳ​ກໍ່​ຈະ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ຄຽດ ​ແລະ ​ໃນ​ໄລຍະ​ຍາວ​ຍັງ​ສາມາດ​ປິ່ນປົວ​ອາການ​ເຈັບກະ​ເພາະ​ໃຫ້​ເຊົາອີກ​ດ້ວຍ.