ດີໃຈນຳ! ປະຊາຊົນ 3 ບ້ານເມືອງເມິງ  ໄດ້ຮັບເຄື່ອງຊ່ວຍເຫຼືອ ຈາກບໍລີສັດ ວົງວິວກຮຸບ ມູນຄ່າ 27 ລ້ານກວ່າກີບ

143

ໃນລະຫວ່າງວັນທີ 15-16 ກຸມພາ 2020 ທີ່ຜ່ານມາ, ບໍລິສັດ ວັງວິວກຮຸບຈໍາກັດ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ປະຊາຊົນ 3 ບ້ານ ເມືອງເມິງ ແຂວງບໍ່ແກ້ວ ຄື: ບ້ານໄຊສະຫວ່າງ, ບ້ານລ້ອງພະບາດ ແລະ ບ້ານຫົວນໍ້າຄາ. ຕາງໜ້າມອບໂດຍ ທ່ານ ນາງ ບົວລຽງ ຄິດສະຫວັດ ອໍານວຍການບໍລິສັດ ວັງວິວກຮຸບ ຈໍາກັດ ແລະ ຕາງໜ້າການນໍາຂອງເມືອງ ຂື້ນຮັບໂດຍ ທ່ານ ຄໍາເປົາ ແກ້ວພັນທອງ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ກຸ່ມນໍ້າຍູ້, ມີບັນດາພະນັກງານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໂດຍອີງໃສ່ນະໂຍບາຍຂອງພັກ-ລັດວາງອອກ ແລະ ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຕາມການສະເໜີຂອງອໍານາດການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນ ຜູ້ທີ່ ທຸກຍາກຂາດເຂີນ ດັ່ງນັ້ນທາງບໍລີສັດ ວົງວິວ ກຮຸບ ຈຶ່ງໄດ້ຄົ້ນຄວ້າຊອກຫາ ວັດຖຸອຸປະກອນ ເພື່ອເປັນການແບ່ງປັນນໍ້າໃຈ ແລະ ຄວາມຮັກແພງ ແລະ ເພື່ອເປັນການຊ່ວຍເຫຼື່ອບັນເທົາທຸກປະຊາຊົນທີ່ຜູ້ທຸກຍາກຂາດເຂີນໃຫ້ໄດ້ຮັບການຊ່ວຍເຫຼື່ອ ແລະ ມີກໍາລັງໃຈໃນການສູ້ຊົນເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ເຊີ່ງເຄື່ອງທີ່ນໍາມາມອບຄັ້ງນີ້ ມີປະເພດເຄື່ອງນຸ່ງຮົ່ມ, ອຸປະກອນການຮຽນ ແລະ ອຸປະກອນກິລາ ລວມມູນຄ່າ 27 ລ້ານກ່າວກີບ.

ຂ່າວ ຄໍາໃຫຍ່ ຜົນຈະເລີນ