ເງິນປອມລະບາດ! ທະນາຄານກາງ ແຈ້ງ ລະວັງການຮັບ-ຈ່າຍໃບ 50.000 ກີບ

306

ທະນາຄານແຫ່ງ ສປປ ລາວ ແຈ້ງການເຕືອນພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ເພີ່ມທະວີມີສະຕິລະວັງຕົວໃນການຮັບ-ຈ່າຍທະນະບັດປະເພດໃບ 50.000ກີບ, ຫຼັງມີກຸ່ມຄົນບໍ່ດີລັກລອບປອມແປງ ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມ ຢູ່ເຂດເມືອງຫີນບູນ ແຂວງຄໍາມ່ວນ.

ພາບປະກອບຂ່າວ

ອີງຕາມແຈ້ງການສະບັບເລກທີ 45/ຫກ, ລົງວັນທີ 17 ກຸມພາ 2020 ໃຫ້ຮູ້ວ່າ: ປັດຈຸບັນໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງລັກລອບປອມແປງທະນະບັດປະເພດໃບ 50.000ກີບ ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມດ້ວຍຮູບແບບການນໍາເອົາທະນະບັດແທ້ໄປອັດສໍາເນົາສີ(copy) ໃສ່ເຈ້ຍ A4 ທໍາມະດາ ເຮັດໃຫ້ມີສີສັນລວດລາຍຄ້າຍຄືກັບທະນະບັດແທ້, ເຊິ່ງເຈົ້າໜ້າທີ່ໄດ້ກວດພົບເຫັນໃນປັດຈຸບັນຢູ່ເຂດເມືອງຫີນບູນ ແຂວງຄໍາມ່ວນ, ເຊິ່ງທະນະບັດດັ່ງກ່າວມີໝາຍເລກລໍາດັບ AW 4078060, AZ 6904475 ແລະ AZ 9832262.

ສະນັ້ນ, ກ່ອນຈະຮັບຈ່າຍທະນະບັດ ປະເພດໃບ 50.000 ກີບ ທຸກໆຄັ້ງ ກະລຸນາກວດກາເບິ່ງໃຫ້ລະອຽດ ເພື່ອຫຼີກເວັ້ນການຮັບ-ຈ່າຍ ທະນະບັດປອມ ແລະ ທ່ານສາມາດສັງເກດວິທີເບິ່ງທະນະບັດແທ້-ທະນະບັດປອມ ຂັ້ນພື້ນຖານດ້ວຍຕົວເອງດັ່ງລຸ່ມນີ້

ທະນະບັດແທ້: 1 ເຈ້ຍພິມທະນະບັດແທ້ ຜະລິດຈາກຝ້າຍ 100% ມີຄວາມແຕກຕ່າງກັບເຈ້ຍທົ່ວໄປ ເມື່ອເອົາມືສໍາຜັດຈະຮູ້ສຶກຫຍາບ ແລະ ຊາ, ມີຄວາມຄົງທົນຕໍ່ສະພາບອາກາດປຽກຊຸ່ມ. ທະນະບັດປອມ: ເຈ້ຍພິມເປັນເຈ້ຍທໍາມະດາ ເມື່ອເອົາມືສໍາຜັດ ຈະຮູ້ສຶກໝື່ນ ບໍ່ມີຄວາມຄົງທົນຕໍ່ສະພາບອາກາດປຽກຊຸ່ມ.

ທະນະບັດແທ້: 2 ຄໍາຂວັນ ສປປ ລາວ, ຮູບພາບປະທານ ໄກສອນ ພົມວິຫານ ຢູ່ດ້ານໜ້າທະນະບັດ, ຕົວເລກມູນຄ່າ ໕0000 ຢູ່ດ້ານລຸ່ມ ເບື້ອງຊ້າຍທະນະບັດ ເມື່ອສໍາຜັດດ້ວຍປາຍນິ້ວມື ຈະຮູ້ສຶກສະດຸດມື. ທະນະບັດປອມ: ຄໍາຂວັນ ສປປ ລາວ, ຮູບພາບປະທານ ໄກສອນ ພົມວິຫານ ຢູ່ດ້ານໜ້າທະນະບັດ, ຕົວເລກມູນຄ່າ ໕0000 ຢູ່ດ້ານລຸ່ມ ເບື້ອງຊ້າຍທະນະບັດ ເມື່ອສໍາຜັດດ້ວຍປາຍນິ້ວມື ຈະບໍ່ສະດຸດມື

ທະນະບັດແທ້: 3 ຮູບລາຍນໍ້າ ປະທານໄກສອນ ພົມວິຫານ ເປັນຮູບດຽວກັບຮູບທີ່ຢູ່ດ້ານໜ້າຂອງທະນະບັດ, ຝັງຢູ່ໃນເນື້ອເຈ້ຍສາມາດເບິ່ງເຫັນໄດ້ຊັດເຈນທັງດ້ານໜ້າ ແລະ ດ້ານຫຼັງ ເມື່ອຍົກສ່ອງໃສ່ກັບແສງສະຫວ່າງ; ທະນະບັດປອມ: ຮູບລາຍນໍ້າປະທານ ໄກສອນ ພົມວິຫານ ເປັນຮູບພິມດ້ວຍລາຍມຶກສີດຽວ ຈະບໍ່ຝັງໃນເນື້ອເຈ້ຍ ຈະເຫັນເປັນຮູບແຕ້ມທໍາມະດາ ເມື່ອຍົກສ່ອງໃສ່ກັບແສງສະຫວ່າງ.

ທະນະບັດແທ້: 4 ເມື່ອນໍາທະນະບັດສ່ອງໃສ່ແສງໄຟສີມ່ວງ(Black Light) ເຄື່ອງໝາຍຊາດ, ຮູບທາດຫຼວງ, ສປປລາວ ຕົວເລກມູນຄ່າ ໕0000 ຢູ່ດ້ານເທິງເບື້ອງຂວາທະນະບັດ, ເສັ້ນໃຍສັງເຄາະສີຟ້າ ແລະ ສີແດງ ຈະເຮືອງແສງ; ທະນະບັດປອມ: ເມື່ອນໍາທະນະບັດສ່ອງໃສ່ແສງໄຟສີມ່ວງ(Black Light) ເຄື່ອງໝາຍຊາດ, ຮູບທາດຫຼວງ, ສປປລາວ ຕົວເລກມູນຄ່າ ໕0000 ຢູ່ດ້ານເທິງເບື້ອງຂວາທະນະບັດ, ເສັ້ນໃຍສັງເຄາະສີຟ້າ ແລະ ສີແດງ ຈະບໍ່ເຮືອງແສງ.

5 ການປອມແປງທະນະບັດ ຫຼື ການໃຊ້ທະນະບັດປອມ ຈະມີຄວາມຜິດຕາມມາດຕາ 129 ຂອງປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ ລົງວັນທີ 17 ພຶດສະພາ 2017 ແລະ ກົດໝາຍກ່ຽວຂ້ອງ.

6 ຖ້າພົບເຫັນທະນະບັດປອມ ການນໍາໃຊ້ທະນະບັດປອມເຂົ້າໃນການຊໍາລະສະສາງຊື້ສິນຄ້າ ແລະ ບໍລິການ ກະລຸນາແຈ້ງເຈົ້າໜ້າທີ່ຕໍາຫຼວດ ຫຼື້ ທະນາຄານ ແຫ່ງ ສປປ ລາວ (ກົມເງິນຕາ) 021 213119, ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກ ແລະ ທະນາຄານທຸລະກິດ ທຸກແຫ່ງໃນຂອບເຂດທົ່ວປະເທດ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈົ່ງມີສະຕິລະວັງຕົວບໍ່ຫຼົງເຊື່ອຕໍ່ການໂຄສະນາ ຊວນເຊື່ອໃນຮູບແບບຕ່າງໆຂອງກຸ່ມຄົນບໍ່ດີ ທີ່ຈະສ້າງຄວາມປັ່ນປ່ວນ ຢູ່ໃນສັງຄົມ.