ຢູ 19 ລາວ ປະກາດ 18 ນັກເຕະລຸຍລາຍການທີ່ ຍີ່ປຸ່ນ

183

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ປະກາດຄະນະນໍາ, ຄູຝຶກ ແລະ ນັກເຕະ ກຽມເດີນທາງເຂົ້າຮ່ວມການແຂ່ງຂັນລາຍການ Men’s U-19 JENESYS 2019 Tournament ຢູ່ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 24 ກຸມພາ – 3 ມີນາ 2020 ຢູ່ທີ່ເມືອງ ກາໂກຊິມາ ປະເທດຍີ່ປຸ່ນ ຫຼັງໄດ້ເລີ່ມຄັດເລືອກມາຕັ້ງແຕ່ວັນທີ 16 ມັງກອນ 2020 ແລະ ຫຼ້າສຸດອາທິດທີ່ຜ່ານມາ ສາມາດຄັດເລືອກນັກກີລາໄດ້ຈຳນວນ 18 ຄົນເພື່ອເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວດັ່ງນີ້:
ສຳລັບລາຍຊື່ ຄະນະນຳ ແລະ ຄູຝຶກ ມີດັ່ງນີ໊: 1. ທ່ານ ປະສິດ ສຸພາບ ຫົວຫນ້າຄະນະ, 2. ທ່ານ Sundram Moorthy ຫົວຫນ້າຄູຝຶກ ຊາວສິງກະໂປ, 3. ທ່ານ V Selvaraj ຜູ້ຊ່ວຍຄູຝຶກ ຊາວສິງກະໂປ, 4. ທ່ານ ປາດຖະໜ ຂັນຕິຍະວົງ ບໍລິຫານທີມ ແລະ 5. ທ່ານ ຕ້ອມ ດວງປັນຍາ ແພດປະຈຳທີມ
ລາຍຊື່ນັກກີລາ ຈຳນວນ 18 ຄົນ ປະກອບມີ:

-ຜູ້ຮັກສາປະຕູ: 1. ສໍລະສັກ ທິລະວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ ແລະ 2. ສີອຳພອນ ແສງສະຫວ່າງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
-ກອງຫລັງ: 3. ອານຸລັກ ວັນນະລາດ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ, 4. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ, 5. ຈັນນີຈອນ ຈັນທະວົງ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ, 6. ທິນນະກອນ ກອງຕະການ ຈາກ ສະໂມສອນ ເອັສຣາ ເອັຟຊີ, 7. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ ແລະ 8. ຊີດີ ພົມສະຫວັນ ຈາກ ສະໂມສອນ ເອັສຣາ ເອັຟຊີ

-ກອງກາງ: 9. ພຸດທະລັກ ທອງສະໜິດ ຈາກ ສະໂມສອນ ເອັສຣາ ເອັຟຊີ, 10. ພູວຽງ ພູມສະຫວັດ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ, 11. ຄຳແພງ ພັນທອງຄຳ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ, 12. ສອນໄຊ ພັນທະໄຊ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ, 13. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ, 14. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ວຽງຈັນ ເອັຟທີ, 15. ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອັສຣາ ເອັຟຊີ ແລະ 16. ບຸນມີ ປິ່ນແກ້ວ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ
-ກອງຫນ້າ: 17. ໂຈນີ ແຫ່ວນປະເສີດ ຈາກ ສະໂມສອນ ເອັສຣາ ເອັຟຊີ ແລະ 18. ຕີ ສີຫາລາດ ຈາກ ສະໂມສອນ ກອງທັບ ເອັຟຊີ
ສຳລັບຕາຕະລາງການແຂ່ງຂັນ ແລະ ການຈັບສະຫລາກປະກົບຄູ່ການແຂ່ງຂັນແມ່ນຍັງບໍ່ທັນໄດ້ຈັບສະຫຼາກ, ສ່ວນ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຈະອອກເດີນທາງໃນວັນທີ 23 ກຸມພາ 2020.
(ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ)