ເປີດແລ້ວ! ງານຕະຫຼາດນັດ ມະຫະກໍາບຸນຊ້າງປີ 2020 ມີ 132 ຮ້ານເຂົ້າຮ່ວມວາງຈຳໜ່າຍ

96

ພິທີເປີດງານຕະຫຼາດນັດວາງສະແດງຂາຍສິນຄ້າ ໃນ ງານມະຫະກໍາ ບຸນຊ້າງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 18 ແລະ ຈະດຳເນີນໄປຈົນເຖິງວັນທີ 28 ກຸມພາ 2020 ນີ້ ຢູ່ທີ່ສະໜາມຫຼວງ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ຂອງເມືອງ, ບັນດາພໍ່ຄ້າຊາວຂາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ກ່າວເປີດງານຕະຫຼາດນັດ ແລະ ວາງຈໍາໜ່າຍສິນຄ້າໃນງານມະຫະກໍາບຸນຊ້າງປະຈໍາປີ 2020 ເຊິ່ງຈະໄດ້ສ້າງເງື່ອນໄຂເອື້ອອໍານວຍ ແລະ ສົ່ງເສີມຜູ້ປະກອບການທຸລະກິດຜູ້ຜະລິດສິນຄ້າຢູ່ແຕ່ລະທ້ອງຖິ່ນພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດພົບປະແລກປ່ຽນບົດຮຽນໃນການຊື້-ຂາຍສິນຄ້າທີ່ຕົນຜະລິດອອກມາໃຫ້ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆໄດ້ໂຄສະນາ ແລະ ແນະນໍາສິນຄ້າທີ່ຕົນໄດ້ຜະລິດຂຶ້ນມາໃຫ້ສັງຄົມກໍຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຕົນເອງໃຫ້ກວ້າງຂວາງ ການຈັດງານໃນຄັ້ງນີ້ໄດ້ມີຮ້ານວາງສະແດງຂາຍສິນຄ້າຜົນຜະລິດທາງດ້ານກະສິກໍາ, ຫັດຖະກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ເມືອງໃນທົ່ວແຂວງໄຊຍະບູລີ.

ພ້ອມນີ້ຍັງມີຫົວໜ່ວຍທຸລະກິດຂອງພາກລັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຊາວບ້ານຈໍານວນ 132 ຮ້ານ ເຊິ່ງມີມູນຄ່າສິນຄ້າທັງໝົດ 4 ຕື້ກ່ວາກີບ ໃນນີ້ຮ້ານພາຍໃນ 20 ຮ້ານ, ຕ່າງປະເທດ 68 ຮ້ານ, ຈາກປະເທດໄທ 10 ຮ້ານ ມີສິນຄ້າໂອດ໊ອບ ຈັງຫວັດນ່ານ 1 ຮ້ານ, ຈາກປະເທດຈີນ 2 ຮ້ານ, ເຄື່ອງຫັດຖະກໍາ 15 ຮ້ານ ຈາກ 11 ເມືອງ ໃນນີ້ສິນຄ້າໂອດ໊ອບ ຈໍານວນ 10 ຫົວໜ່ວຍ, ພະແນກການພາຍໃນແຂວງມີ 5 ຮ້ານ, ມາຈາກຕ່າງແຂວງ 12 ຮ້ານ.