ຈີນສົ່ງເສີມSMEຜ່າວິກິດໂຄວິດ-19

136

ທາງການຈີນສົ່ງເສີມSMEເຂົ້າຮ່ວມການຝຶກອົວຮົມຄວາມຮູ້ຄວາມສາມາດຂອງຕົນເອງແບບບໍ່ເສຍຄ່າໃຊ້ຈ່າຍທ່າມກາງການລະບາດຂອງໂຄວິດ-19.

ກະຊວງອຸດສາຫະກາຈີນລາຍງານວ່າ:ຈະມີການນໍານະໂຍບາຍໃຫ້ຄວາມຮູ້ທາງເຕັກນິກ ແລະ ບົດຮຽນດ້ານການບໍລິຫານແກ່ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍຫຼືSMEໂດຍບໍ່ຄິດຄ່າໃຊ້ຈ່າຍໃນໄລຍະການລະບາດຂອງໂຄວິດ-19ຜ່ານການສື່ສານການເຄື່ອນທີ່ຂອງອາລີບາບາ.

ນອກຈາກນີ້,ຍັງຮຽກຮ້ອງໃຫ້ທຸລະກິດທ່ອງທ່ຽວ,ຮ້ານອາຫານ ແລະ ອື່ນໆເຊິ່ງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວຢ່າງໜັກໄດ້ຊຸກຍູ້ພະນັກງານຂອງຕົນເອງຜ່ານການສຶກສາທາງອິນເຕີເນັດເພື່ອສາມາດກັບມາສະແດງຜົນງານຫຼັງເຫດການນີ້ສິ້ນສຸດລົງ.

ຢ່າງໃດກໍຕາມຄວາມຕ້ອງການພື້ນທີ່ເຮັດວຽກ ແລະ ການຝຶກອົບຮົມທາງອິນເຕີເນັດທີ່ເພີ່ມຂຶ້ນເຮັດໃຫ້ແອບພລິເຄຊັນບໍລິການພື້ນທີ່ທາງອິນເຕີເນັດເຊັ່ງຕິງທອກ ແລະ ວີແຊັດມີຍອດດາວໂຫຼດສູງສຸດຕິດອັນດັບໃນໄລຍະບໍ່ເທົ່າໃດມື້ທີ່ຜ່ານມາ.