ສື່ມວນຊົນແຂວງຫຼວງພະບາງໄດ້ຮຽນຮູ້ທັກສະການຂຽນຂ່າວແລະການນຳໃຊ້ສື່ແບບໃໝ່

81

ໃນຕອນເຊົ້າຂອງວັນທີ 17 ກຸມພາ 2020 ທີ່ສະຖານີວິທະຍຸກະຈາຍສຽງ ແຂວງຫຼວງພະບາງ ໄດ້ເປີດຊຸດຝຶກອົບຮົມ ເພິ່ມທັກສະການຜະລິດຂ່າວ, ການສຳພາດຂ່າວ, ການລາຍງານຂ່າວ ແລະ ການນຳໃຊ້ສື່ສັງຄົມແບບໃໝ່ໃຫ້ແກ່ຂົງເຂດຖະແຫຼງຂ່າວ-ສື່ມວນຊົນ ແຂວງຫຼວງພະບາງ ໂດຍມີທ່ານ ຈັນສະໝອນ ທິບພາວັນ ຮອງຫົວໜ້າພະແນກ ຖະແຫຼງຂ່າວວັດທະນະທຳ ແຂວງຫຼວງພະບາງ ແລະທ່ານ ສັງຂານ ຈຸມຄຳພັນ ຮອງອຳນວຍການສະຖານີວິທະຍຸແຫ່ງຊາດລາວ ພ້ອມດ້ວຍ ຕາງໜ້າຂະແໜງການພາຍໃນພະແນກ, ກອງວິຊາການ,ວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ສຳມະນາກອນໄດ້ຮຽນຮູ້ກ່ຽວກັບ ການຜະລິດຂ່າວ, ການສຳພາດຂ່າວ, ການລາຍງານຂ່າວ ແລະ ການນຳໃຊ້ສື່ສັງຄົມແບບໃໝ່ເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ເຫດການຕ່າງໆທີ່ເກີດຂຶ້ນພາຍໃນແຂວງ ໃຫ້ແທດເໝາະກັບສະພາບສັງຄົມໃນປັດຈຸບັນ ແລະກໍເພື່ອແນໃສ່ສ້າງພະນັກງານວິຊາການຂົງເຂດຖະແຫຼງຂ່າວ-ສື່ມວນຊົນໄດ້ມີຄວາມຮູ້, ຄວາມສາມາດ, ມີທັກສະໃນການເວົ້າ, ການນຳສະເໜີຂໍ້ມູນ-ຂ່າວສານ ແລະ ການນຳໃຊ້ສື່ສັງຄົມແບບໃໝ່ ທັງພາກທິດສະດີ ແລະພາກປະຕິບັດຕົວຈິງ, ການຝຶກອົບຮົມໄດ້ມີການສົນທະນາແບບກຸ່ມ ແລະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ໂດຍແມ່ນທ່ານ ສັງຂານ ຈຸມຄຳພັນ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ທ່ານ ທອງວັນ ກັນຍາວົງ ເປັນວິທະຍາກອນໃນການນຳພາ ແລະ ເຮັດຕົວຈິງ.

ທ່ານ ຈັນສະໝອນ ທິບພາວັນ ກໍໄດ້ເນັ້ນໃຫ້ສໍາມະນາກອນ ທີ່ເຂົ້າຮ່ວມຊຸດອົບຮົມຄັ້ງນີ້ ໃຫ້ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ, ເສີມຂະຫຍາຍຄວາມຮູ້, ຄວາມສາມາດ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ແລະປະຕິບັດໂມງເວລາຢ່າງເຂັ້ມງວດ ເຮັດໃຫ້ເນື້ອໃນຊຸດຝຶກອົບຮົມຄັ້ງນີ້ ມີຄວາມເປັນເອກະພາບສູງ ແລະ ບັນລຸຜົນສຳເລັດຕາມຈຸດປະສົງ ແລະຄາດໝາຍທີ່ວາງໄວ້. ຊຸດອົບຮົມຄັ້ງນີ້ດໍາເນີນໄປເປັນເວລາ 5 ວັນ ເຊິ່ງເລີ່ມແຕ່ວັນທີ 17-21 ກຸມພາ 2020 ໂດຍໄດ້ຮັບການສະໜັບສະໜູນຈາກພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວແຂວງ ຫຼວງພະບາງ.

ຂ່າວ: ປີບ ເພັດມະນີ ພາບ: ເພັດສາຄອນ ສິມມະວົງ