ພສປ ສາມາດປາບປາມການລັກລອບໜີພາສີ ໄດ້ໃນຫຼາຍຮູບແບບ

143

ໜ່ວຍພັກພະແນກສືບສວນ – ສອບສວນ ແລະ ປາບປາມການລັກລອບໜີພາສີ ( ພສປ ) ທີ່ຂຶ້ນກັບຄະນະພັກຮາກຖານກົມພາສີ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂຶ້ນໃນອາທິດຜ່ານມາ ໂດຍການເຂົ້າຮ່ວມເປັນປະທານ ທ່ານ ບຸນປະເສີດ ສີກຸນລະບຸດ ເລຂາຄະນະພັກຮາກຖານກົມພາສີ, ທ່ານ ວົງຄຳແຫງ ຈັນທະຈັກ ຮອງເລຂາຄະນະພັກຮາກຖານ, ມີເລຂາ – ຮອງເລຂາໜ່ວຍພັກ, ສະມາຊິກພັກສົມບູນ – ສຳຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພອນສະຫວັນ ທຳມະສິດ ເລຂາໜ່ວຍພັກພະແນກສືບສວນ – ສອບສວນ ແລະ ປາບປາມການລັກລອບໜີພາສີ ກໍໄດ້ຜ່ານບົດລາຍງານການເມືອງຂອງໜ່ວຍພັກໃນໄລຍະຜ່ານມາ, ສາມາດສັງເກດຕີລາຄາຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ ພ້ອມທັງການຊີ້ນຳ – ນຳພາຂອງຄະນະໜ່ວຍພັກ ເຊິ່ງໃນບົດລາຍງານການເມືອງມີແຜນການ 5 ປີຕໍ່ໜ້າ ທີ່ໄດ້ລວມເອົາບັນດາໜ້າວຽກ ແລະ ກິດຈະກຳຕ່າງໆ ນັບທັງວິທີການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມແຜນການທີ່ໄດ້ກຳນົດໄວ້ໃຫ້ປະສົບຜົນສຳເລັດ.

ທ່ານ ພອນສະຫວັນ ທຳມະສິດ ກ່າວບາງຕອນສໍາຄັນວ່າ: ສຳລັບວຽກງານວິຊາສະເພາະໄດ້ເຂົ້າຮ່ວມຄົ້ນຄວ້າ, ປັບປຸງບັນດານິຕິກຳລຸ່ມກົດໝາຍ, ສຳເລັດເກັບກຳ, ສ້າງຖານຂໍ້ມູນ, ນຳໃຊ້ຖານຂໍ້ມູນແຫຼ່ງຂ່າວຈາກເຄື່ອງມືທັນສະໄໝ ເພື່ອຮັບໃຊ້ເຂົ້າໃນການວິເຄາະ – ວິໄຈ ແລະ ກຳນົດເປົ້າໝາຍໃນການກວດກາສິນຄ້າ – ເຄື່ອງຂອງທີ່ມີຄວາມສ່ຽງໃນການລັກລອບໜີພາສີ ເພື່ອສະໜອງໃຫ້ແກ່ໜ່ວຍງານກວດກາ ແລະ ສືບສວນ – ສອບສວນປະຕິບັດຕາມມາດຕະການທາງກົດໝາຍ. ນອກນັ້ນ, ຍັງໄດ້ຂະຫຍາຍຕານ່າງແຫຼ່ງຂ່າວຂໍ້ມູນການລັກລອບໜີພາສີໃນການນຳເຂົ້າ – ສົ່ງອອກ, ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ແລະ ອື່ນໆທັງພາຍໃນ ແລະ ຕ່າງປະເທດ ດ້ວຍການນຳໃຊ້ອຸປະກອນ ແລະ ເຄື່ອງມືທັນສະໄໝໃນການເກັບກຳຂໍ້ມູນ, ວິເຄາະ – ວິໄຈ, ບໍລິຫານຄວາມສ່ຽງຕໍ່ການປິດບັງ ຫຼື ເຊື່ອງອຳສິນຄ້າທີ່ຫຼົບຫຼີກໜີພາສີໃນທຸກຮູບແບບ.

ພ້ອມນັ້ນ, ຍັງໄດ້ປະສານກັບບັນດາຂະແໜງການກ່ຽວຂ້ອງ ເພື່ອແລກປ່ຽນສະໜອງຂໍ້ມູນ – ຂ່າວສານ ໄດ້ມີການສັງລວມບັນດາຄະດີທີ່ກ່ຽວຂ້ອງກັບການຄອບຄອງ ແລະ ການເຄື່ອນຍ້າຍປະເພດຢາເສບຕິດ, ສານເຄມີ, ອາວຸດສົງຄາມ, ສິນຄ້າລະເມີດຊັບສິນທາງປັນຍາ, ສັດນໍ້າ – ສັດປ່າ ແລະ ພືດໃກ້ຈະສູນພັນ, ສານເຄມີທີ່ທຳລາຍຊັ້ນໂອໂຊນ ແລະ ສານກຳມັນຕະພາບລັງສີ. ຂະນະດຽວກັນ, ວຽກງານຕ້ານການຟອກເງິນ, ການຄຸ້ມຄອງການແຈ້ງເງິນສົດ, ວັດຖຸມີຄ່າ, ເຄື່ອງມືທາງດ້ານການເງິນອອກຈາກ ສປປ ລາວ ແລະ ອື່ນໆ.

[ ຂ່າວ: ສົມສະຫວິນ; ຮູບ: ຫັດທະພອນ ]