ນ້ຳປະປາ ສາຂາແຂວງຫຼວງນ້ຳທາ ຮຽກຮ້ອງໃຫ້ປະຊາຊົນປະຢັດນ້ຳ

88

ເພື່ອຮອງຮັບຕໍ່ສະພາບລະດູແລ້ງໃນສອງເດືອນຕໍ່ໜ້ານີ້ ແລະ ເຮັດໃຫ້ຜູ້ຊົມໃຊ້ນໍ້າປະປາໃນຂອບເຂດເທສະບານແຂວງ ແລະ ເມືອງຫຼວງນໍ້າທາ ມີນ້ຳປະປາຊົມໃຊ້ໄດ້ຢ່າງພຽງພໍກັບຄວາມຕ້ອງການ.

ມາໃນວັນທີ 17 ກຸມພາ 2020 ທ່ານ ສາຍສະໝອນ ວົງສຳພັນ ອຳນວຍການລັດວິສາຫະກິດນ້ຳປະປາ ແຂວງຫຼວງນ້ຳທາ ພ້ອມດ້ວຍທີມງານໄດ້ລົງກວດກາເບິ່ງແຫຼ່ງນ້ຳທີ່ຜະລິດນ້ຳປະປາຢູ່ເຂດໜ້າເຂື່ອນນ້ຳທາ 3, ຫົວງານກຳລັງກໍ່ສ້າງຢູ່ທີ່ບ້ານຫາດຍາວ ແລະ ອ່າງເກັບນ້ຳທີ່ກຳລັງກໍ່ສ້າງ ຄາດວ່າຈະໃຫ້ໄດ້ເປີດນຳໃຊ້ພາຍໃນເດືອນເມສາ 2020. ປັດຈຸບັນລັດວິສາຫະກິດນ້ຳປະປາ ແຂວງຫຼວງນ້ຳທາ ແມ່ນໄດ້ເອົານ້ຳປະປາຈາກເມືອງຫຼວງນ້ຳທາ ມາສະໜອງນໍ້າໃຫ້ຜູ້ຊົມໃຊ້ຈໍານວນ 1.000 ແມັດກ້ອນ ໃນເທສະບານແຂວງ.

ທ່ານ ສາຍສະໝອນ ວົງສຳພັນ ກ່າວວ່າ: ການລົງກວດກາຫົວງານ ແລະ ແຫຼ່ງນໍ້າໃນຄັ້ງນີ້ກໍເພື່ອກະກຽມຮອງຮັບ ແລະ ແກ້ໄຂຕໍ່ສະພາບນໍ້າທີ່ອາດຈະບໍ່ພຽງພໍໃຊ້ໃນໄລຍະລະດູແລ້ງປີນີ້ ເຊິ່ງໄພແຫ້ງແລ້ງໄດ້ສົ່ງຜົນກະທົບຕໍ່ຫຼາຍພາກສ່ວນເປັນຕົ້ນແມ່ນນ້ຳປະປາ. ເພື່ອຮັບປະກັນການຜະລິດນ້ຳຮັບໃຊ້ສັງຄົມ ໂດຍສະເພາະແມ່ນເທສະບານແຂວງຫຼວງນ້ຳທາ ໄດ້ຢ່າງພຽງພໍ, ທາງລັດວິສາຫະກິດນ້ຳປະປາໄດ້ມີແຜນການໃນການປັບສະຖານທີ່ ເພື່ອໃຫ້ເປັນບ່ອນເກັບນ້ຳໄດ້ພຽງພໍໃນການຜະລິດນ້ຳປະປາ ແລະ ຢູ່ສະຖານີດູດນ້ຳເຂດເມືອງຫຼວງນ້ຳທາ.

ທ່ານຍັງໄດ້ຮຽກຮ້ອງໃຫ້ຊາວຫຼວງນ້ຳທາ ຈົ່ງພ້ອມກັນປະຢັດນ້ຳ, ກຽມພາຊະນະເກັບນ້ຳໄວ້ເພື່ອຊົມໃຊ້ໄດ້ຢ່າງພຽງພໍ ແລະ ນໍາໃຊ້ໃຫ້ໄດ້ຍາວນານໃນໄລຍະລະດູແລ້ງ.

( ຂ່າວ: ກິ່ນນາລົມ )