ທ່ານ ຄຳໝູນ ສີຫານຸວົງ ຂຶ້ນເປັນວ່າການຫົວໜ້າຫ້ອງການການເງິນເມືອງປາກທາ ຜູ້ໃໝ່

72

ພິທີເຊັນບົດບັນທຶກມອບ – ຮັບໜ້າທີ່ວຽກງານຫົວໜ້າຫ້ອງການການເງິນເມືອງປາກທາ ແຂວງບໍ່ແກ້ວ ຜູ້ໃໝ່ ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 14 ກຸມພາ 2020 ນີ້ ທີ່ຫ້ອງປະຊຸມຂອງເມືອງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງປາກທາ; ມີຄະນະປະຈຳພັກ – ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ ຕາງໜ້າພະແນກການເງິນແຂວງ ແລະ ພະນັກງານຫ້ອງການການເງິນເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ຄຳໃສ ບົວປິ່ນ ຫົວໜ້າຫ້ອງການການເງິນເມືອງປາກທາ ຜູ້ເກົ່າ ໄດ້ຜ່ານບົດບັນທຶກມອບ – ຮັບ ພ້ອມທັງເຊັນມອບວຽກງານຫ້ອງການ ເຊິ່ງປະກອບມີ: ວຽກງານງົບປະມານຂອງເມືອງ, ພາຫະນະຮັບໃຊ້ລົດໃຫຍ່ 1 ຄັນ, ລົດຈັກ 4 ຄັນ, ແຟ້ມເອກະສານ, ອຸປະກອນຮັບໃຊ້ຫ້ອງການ ແລະ ປືນ 2 ກະບອກ ໂດຍເຊັນຮັບຂອງ ທ່ານ ຄຳໝູນ ສີຫານຸວົງ ວ່າການຫົວໜ້າຫ້ອງການການເງິນເມືອງປາກທາ ຜູ້ໃໝ່ ຊ້ອງໜ້າກັບທ່ານເຈົ້າເມືອງ ແລະ ການນຳຂອງເມືອງ ພ້ອມດ້ວຍພະນັກງານຫ້ອງການການເງິນເມືອງເປັນສັກຂີພິຍານ.

ໂອກາດດຽວກັນ, ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງປາກທາ ໄດ້ເນັ້ນໜັກໃຫ້ຫົວໜ້າຫ້ອງການການເງິນ ຜູ້ໃໝ່ ຈົ່ງສືບຕໍ່ປະຕິບັດວຽກງານການເມືອງຂອງຕົນຮັບຜິດຊອບໃຫ້ສູງ ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຢ່າງແໜ້ນແຟ້ນ, ເຮັດວຽກເປັນໝູ່ຄະນະ, ປັບປຸງແບບແຜນວິທີເຮັດວຽກງານໃຫ້ດີຂຶ້ນກວ່າເກົ່າ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບໃຫ້ລະອຽດ ແລະ ຖືກຕ້ອງ ພ້ອມນໍາພາຈັດຕັ້ງປະຕິບັດວຽກງານຂອງຫ້ອງການການເງິນເມືອງໃຫ້ດີຂຶ້ນຕາມໜ້າທີ່ການເມືອງໃນໄລຍະໃໝ່.

[ ຂ່າວ: ສົມສະຫວິນ ]

( ຂໍ້ມູນ – ຮູບ: ພອນສະຫວັນ ມະນີສີ )