ປະຊາຊົນບ້ານຫ້ວຍດໍາໃໝ່ ຮຽນຮູ້ເຕັກນິກເຮັດຝຸ່ນບົ່ມຊີວະພາບ

108

ພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ຮ່ວມກັບເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ໄດ້ຈັດຝຶກອົບຮົມເຕັກນິກການເຮັດຝຸ່ນບົ່ມຊີວະພາບໃຫ້ປະຊາຊົນບ້ານຫ້ວຍດໍາໃໝ່ ເມືອງທ່າແຕງ ໃນທ້າຍອາທິດຜ່ານມາຢູ່ທີ່ສະໂມສອນຂອງບ້ານດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ເສີມສີ ສຸລິຕະ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ, ເຂົ້າຮ່ວມມີ ທ່ານ ຄໍາມະນີ ອິນທະລັງສີ ຜູ້ອໍານວຍການເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່, ມີບັນດາຮອງຫົວໜ້າຂະແໜງປູກຝັງ, ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ 30 ກວ່າຄົນເຂົ້າຮ່ວມ.

ທ່ານ ເສີມສີ ສຸລິຕະ ໃຫ້ຮູ້ວ່າ: ຝຸ່ນຊີວະພາບແມ່ນຝຸ່ນອິນຊີ ຫຼື ຝຸ່ນທໍາມະຊາດຊະນິດໜຶ່ງ ທີ່ມີປະໂຫຍດໃນການປັບປຸງບຳລຸງດິນ, ສາມາດຜະລິດໄດ້ງ່າຍໃຊ້ເວລາໜ້ອຍ ໂດຍການນຳເສດວັດຖຸເຫຼືອໃຊ້ປະສົມໝັກລວມກັບຂີ້ສັດ, ແກບດຳ, ຮຳອ່ອນປົກດ້ວຍກະເປົ໋າປ່ານໝັກໄວ້ 3 ມື້ ສາມາດນຳໃຊ້ໄດ້.

ສຳລັບສ່ວນປະສົມໃນການເຮັດຝຸ່ນໝັກຊີວະພາບ ປະກອບມີ: ຂີ້ສັດແຫ້ງ 1 ຄຸ, ຂີ້ແກບ 1 ຄຸ, ຮຳອ່ອນ 1 ກິໂລ ຖ້າໄດ້ 1 ຄຸນຳກັນຍິ່ງເປັນການດີ, ນ້ຳສະກັດຊີວະພາບ, ກາກນ້ຳຕານ ແລະ ວັດຖຸທີ່ຫາໄດ້ໃນທ້ອງຖິ່ນ ເຊັ່ນ: ແກບ, ຂີ້ອ້ອຍ, ຂີ້ເລື່ອຍ, ເປືອກຖົ່ວດິນ, ຖົ່ວຂຽວ, ໄຍໝາກພ້າວ ແລະ ອື່ນໆ ຈຳນວນ 1 ຄຸ. ຜົນປະໂຫຍດທີ່ຈະໄດ້ໃນການໃສ່ຝຸ່ນບົ່ມນີ້ ແມ່ນການເພີ່ມປະລິມານອິນຊີວັດຖຸໃນດິນ ແລະ ສາມາດຮັກສາຄວາມອຸດົມສົມບູນຂອງດິນ. ພ້ອມນັ້ນ, ຍັງຊ່ວຍຮັກສາຄວາມຊຸ່ມຂອງດິນ ແລະ ຊ່ວຍການຖ່າຍເທອາກາດໄດ້ດີຂຶ້ນ.

ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ຍັງໄດ້ກ່າວເນັ້ນໜັກໃຫ້ປະຊາຊົນ ກໍຄືສຳມະນາກອນພາຍໃນບ້ານຫ້ວຍດໍາໃໝ່ ໃຫ້ມີສະຕິ ແລະ ຫຼີກລຽງການນຳໃຊ້ປຸ໋ຍເຄມີ, ຢາປາບສັດຕູພືດ ເຊິ່ງມີຜົນກະທົບຕໍ່ຜູ້ບໍລິໂພກ.

ຫຼັງຈາກນັ້ນ, ກໍໄດ້ສາທິດເຮັດທົດລອງຕົວຈິງກ່ຽວກັບການເຮັດຝຸ່ນບົ່ມຊີວະພາບ ຮ່ວມກັບປະຊາຊົນພາຍໃນບ້ານດັ່ງກ່າວ ເພື່ອເຮັດໃຫ້ປະຊາຊົນນໍາເອົາບົດຮຽນຝຶກອົບຮົມຄັ້ງນີ້ ນໍາໄປໃຊ້ເຂົ້າໃນການປູກພືດກະສິກໍາໃນຄົວເຮືອນຂອງຕົນເອງດ້ວຍ ຄວາມຮັບຜິດຊອບສູງ.

( ໂດຍ: ພອນ ບຸນອຸທິດ )