ທ່ານ ທອງໄຊ ມັງໜໍ່ເມກ ເປັນເຈົ້າເມືອງເຊບັ້ງໄຟ ຄົນໃໝ່

203

ວັນທີ 17 ກຸມພາ 2020 ໄດ້ຈັດພິທີມອບ – ຮັບໜ້າທີ່ເຈົ້າເມືອງເຊບັ້ງໄຟ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນປະທານຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ.

ໃນພິທີ ທ່ານ ແກ້ວວິໄລ ໄຊຍະບຸດ ຮອງຫົວໜ້າພະແນກພາຍໃນແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ເຊິ່ງຕົກລົງໃຫ້ ສະຫາຍ ບຸນສີ ພົມມະໄຊ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເຊບັ້ງໄຟ ອອກພັກການ – ຮັບອຸດໜູນບຳນານ ລວມອາຍຸກະສຽນ 61 ປີ ລວມອາຍຸການໄດ້ 36 ປີ.

ທ່ານ ນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງໄຊ ມັງໜໍ່ເມກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ເປັນຜູ້ຮັກສາການ ເລຂາພັກເມືອງ ເຈົ້າເມືອງເຊບັ້ງໄຟ.

ທ່ານ ໂອໄດ ສຸດາພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງເຈົ້າເມືອງເຊບັ້ງໄຟ ຜູ້ເກົ່າ ທີ່ສາມາດຍາດແຍ່ງຜົນງານໃນແຕ່ລະດ້ານໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ແລະ ພ້ອມພາກັນສ້າງສາເມືອງເຊບັ້ງໄຟ ໃຫ້ໄດ້ຮັບການພັດທະນາທຸກໆດ້ານ.

[ ຂ່າວ: ແກ້ວສອນໄຊ ]