ລາວສົ່ງອອກໄຟຟ້າ 6 ພັນກວ່າເມກາວັດ

364

ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ມາຮອດປັດຈຸບັນສາມາດສົ່ງອອກໄປຕ່າງປະເທດ 6.457 ເມກາວັດ ຫຼາຍກວ່າໝູ່ແມ່ນສົ່ງອອກໄປໄທ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ໃນຕົ້ນເດືອນກຸມພາ 2020 ຜ່ານມາວ່າ: ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນ 5 ປີທີ່ຜ່ານມາ ໄດ້ມີບາດກ້າວຂະຫຍາຍຕົວຢ່າງແຂງແຮງ ແລະ ສາມາດຕີລາຄາໄດ້ວ່າ: ພວກເຮົາບັນລຸຄາດໝາຍທີ່ວາງໄວ້ ເຊິ່ງມາຮອດປັດຈຸຸບັນນີ້ທົ່ວປະເທດໄດ້ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ.

ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 71 ແຫ່ງ.

ທ່ານ ຄຳມະນີ ອິນທິລາດ ກ່າວຕື່ມວ່າ: ສໍາລັບການສົ່ງອອກໄປຕ່າງປະເທດ ສາມາດບັນລຸໄດ້ແລ້ວ 6.457 ເມກາວັດ. ໃນນີ້, ສົ່ງອອກໄປຍັງປະເທດໄທ 5.620 ເມກາວັດ, ຄາດວ່າຮອດປີ 2022 ຈະສົ່ງຕື່ມອີກ 2 ໂຄງການ ຄື: ໂຄງການນໍ້າເທີນ 1 ສົ່ງອອກ 520 ເມກາວັດ ແລະ ນໍ້າງື່ມ 3 ສົ່ງອອກ 480 ເມກາວັດ ແລະ ຈະສືບຕໍ່ເຈລະຈາ ຊື້ – ຂາຍໄຟຟ້າແບບລັດຖະບານຕໍ່ລັດຖະບານ ( G to G ) ເຊິ່ງຮອດປີ 2020 – 2030 ໃຫ້ໄດ້ຄົບ 9.000 ເມກາວັດ ເຊິ່ງທາງລັດຖະບານໄທ ກໍໄດ້ຢັ້ງຢືນແລ້ວວ່າຈະຊື້ພະລັງງານໄຟຟ້າຈາກ ສປປ ລາວ ໃຫ້ຄົບຈໍານວນ 9.000 ເມກາວັດ.

ພາບປະກອບຂ່າວ

ນອກຈາກນີ້ຍັງສົ່ງອອກຂາຍໄປຍັງປະເທດຫວຽດນາມ 570 ເມກາວັດ ເຊິ່ງປະກອບມີໂຄງການເຂື່ອນໄຟຟ້າເຊຂະໝານ 1 ແລະ ເຊຂະໝານ 3. ໃນວັນທີ 4 ມັງກອນ 2020 ທີ່ຜ່ານມານີ້ໄດ້ມີການເຊັນສັນຍາຊື້ – ຂາຍອີກຕື່ມ 5 ໂຄງການ ຄື: ນໍ້າກົງ 2, ນ້ຳກົງ 3, ນໍ້າອີມູນ, ນໍ້າຊັນ 3A ແລະ 3B, ກໍາລັງຕິດຕັ້ງລວມ 363 ເມກາວັດ ເຊິ່ງແຜນການຊື້ – ຂາຍພະລັງງານໄຟຟ້າກັບຫວຽດນາມ ຮອດປີ 2020 ແມ່ນໃຫ້ໄດ້ 1.000 ເມກາວັດ, 2025 ໃຫ້ໄດ້ 3.000 ເມກາວັດ ແລະ ຮອດ 2030 ໃຫ້ໄດ້ 5.000 ເມກາວັດ.

ສຳລັບການສົ່ງອອກໄຟຟ້າໄປຍັງປະເທດມຽນມາ ປັດຈຸບັນໄດ້ສົ່ງອອກແລ້ວຜ່ານສາຍສົ່ງ 22 kV ຈໍານວນ 10 ເມກາວັດ ຄາດວ່າປີ 2020 ຈະສົ່ງເພີ່ມອີກ 20 ເມກາວັດ ຮອດປີ 2023 ຈະສົ່ງໃຫ້ໄດ້ 100 ເມກາວັດ ແລະ ຮອດປີ 2025 ຈະສົ່ງໃຫ້ໄດ້ 300 ເມກາວັດ.

ພາບປະກອບຂ່າວ

ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງຕະຫຼາດອາຊຽນໃນກຸ່ມປະເທດອາຊຽນ ເຊິ່ງ ສປປ ລາວ ແມ່ນປະເທດທຳອິດທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ ຫຼື ການເຊື່ອມໂຍງກັບພາກພື້ນ. ປັດຈຸບັນ ໄດ້ສົ່ງອອກແລ້ວ 100 ເມກາວັດ ໂດຍຜ່ານປະເທດໄທ ( ລາວ – ໄທ – ມາເລເຊຍ ) ເຊິ່ງຮອດປີ 2020 ຈະສົ່ງໃຫ້ໄດ້ 300 ເມກາວັດ. ພ້ອມດຽວກັນນີ້, ສືບຕໍ່ເຈລະຈາຊື້ – ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ.

ຫຼ້າສຸດໃນວັນທີ 12 ກັນຍາ 2019 ທີ່ຜ່ານມານີ້ ພວກເຮົາໄດ້ບັນລຸການເຊັນບົດບັນທຶກ ຄວາມເຂົ້າໃຈ ໃນການຮ່ວມມືພັດທະນາພະລັງງານໄຟຟ້າ ຮ່ວມກັບປະເທດກຳປູເຈຍ ແຕ່ນີ້ຮອດປີ 2030 ຈຳນວນ 6.000 ເມກາວັດ ແລະ ໃນວັນທີ 7 ມັງກອນ 2020 ທີ່ຜ່ານມາ ກໍໄດ້ມີການສົ່ງພະລັງງານໄຟຟ້າ ໃຫ້ແກ່ກໍາປູເຈຍ ຈໍານວນ 195 ເມກາວັດ ຈາກໂຄງການດອນສະໂຮງ, ໃນເດືອນ 3 ປີ 2020 ຈະສົ່ງອີກ 100 ເມກາວັດ, ແຕ່ປີ 2020 ຫາ 2027 ຈະສົ່ງອອກໃຫ້ໄດ້ອີກ 2.900 ເມກາວັດ ຄືຈາກໂຄງການເຂື່ອນໄຟຟ້ານໍ້າຕົກ 500 ເມກາວັດ ແລະ ຈາກໂຄງການໄຟຟ້າຖ່ານຫີນ 2.400 ເມກາວັດ ແລະ ຈະໃຫ້ຄົບຕາມຈໍານວນ 6.000 ເມກາວັດ ໃນປີ 2030.