ບຸນຊ້າງປີນີ້ຄາດມີນັກທ່ອງທ່ຽວເຂົ້າຊົມ 1 ແສນຄົນ

604

ເທສະການບຸນຊ້າງ ປະຈຳປີ 2020 ຈັດຂຶ້ນລະຫວ່າງວັນທີ 18 ຫາ 28 ກຸມພານີ້ ເຊິ່ງຈະມີການສະແດງຊ້າງຄຳຮູ້ 36 ລາຍການ, ຄາດວ່າຈະມີນັກທ່ອງທ່ຽວເຂົ້າຊົມງານ 1 ແສນຄົນ.

ບຸນຊ້າງປະຈຳປີ 2020 ທີ່ເມືອງ ແລະ ແຂວງໄຊຍະບູລີ ນອກຈາກນັກທ່ອງທ່ຽວຈະໄດ້ຊົມການສະແດງຊ້າງຄຳຮູ້ 36 ລາຍການ ແລະ ສິລະປະຕ່າງໆໃນງານແລ້ວ ຍັງຈະໄດ້ຮ່ວມຫຼາກຫຼາຍກິດຈະກຳເຊັ່ນ: ທ່ຽວຊົມຕະຫຼາດນັດຂອງບັນດາເຜົ່າ, ປະກວດອາຫານ, ບໍລິການຂີ່ຊ້າງ, ຊົມພິພິຕະພັນຊ້າງ, ຮຽນຮູ້ວິທີການອະນຸຮັກຊ້າງ ແລະ ອີກຫຼາກຫຼາຍກິດຈະກຳອ້ອມຂ້າງ. ນອກນັ້ນ, ຍັງຈະໄດ້ໄປທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆທີ່ໃກ້ຄຽງເມືອງໄຊຍະບູລີ ໂດຍສະເພາະແມ່ນເຂື່ອນນໍ້າຂອງ, ຖໍ້າລອດ ແລະ ອ່າງນໍ້າຕຽນ ເປັນຕົ້ນ ເຊິ່ງຄາດວ່າມະຫະກຳບຸນຊ້າງ ປະຈຳປີ 2020 ຈະສາມາດດຶງດູດນັກທ່ອງທ່ຽວຢ່າງໜ້ອຍ 1 ແສນຄົນ.


ທ່ານ ນາງ ແສງຈັນ ວັນນະຈິດ ຫົວໜ້າຂະແໜງການໂຮງແຮມ ແລະ ຮ້ານອາຫານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊຍະບູລີ ໃຫ້ສຳພາດວ່າ: ຂະແໜງການໂຮງແຮມ ແລະ ຮ້ານອາຫານ ໄດ້ກຽມຄວາມພ້ອມເພື່ອຮອງຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ຈະເດີນທາງມາທ່ຽວແຂວງ ກໍຄືໃນເທສະການບຸນຊ້າງ ປະຈຳປີ 2020 ທີ່ຈະຈັດຂຶ້ນລະຫວ່າງວັນທີ 18 ຫາ 28 ກຸມພານີ້ ໂດຍໄດ້ປັບປຸງບັນດາໂຮງແຮມໃຫ້ມີຄວາມສະອາດ.

ປັດຈຸບັນທົ່ວເມືອງໄຊຍະບູລີ ມີໂຮງແຮມທັງໝົດ 4 ແຫ່ງ ລາຄາ 1 – 6 ແສນກີບ, ມີເຮືອນພັກ 51 ແຫ່ງ ໃນລາຄາ 70 ພັນ ຫາ 2 ແສນກີບ ແລະ ມີຮ້ານອາຫານໄວ້ຄອຍບໍລິການນັກທ່ອງທ່ຽວ ຈຳນວນ 20 ແຫ່ງ. ນອກນັ້ນ, ຍັງມີບັນດາຫໍພັກ ແລະ ຮ້ານອາຫານຍ່ອຍຕ່າງໆ ເພື່ອບໍລິການຜູ້ມາທ່ຽວບຸນຊ້າງອີກດ້ວຍ.

ທ່ານ ຄຳເພັດ ພົມມະລາດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງໄຊຍະບູລີ ໃຫ້ສໍາພາດວ່າ: ສໍາລັບນັກທ່ອງທ່ຽວທີ່ຈະເດີນທາງມາສຳຜັດເທສະການບຸນຊ້າງ ປະຈໍາປີ 2020 ບໍ່ຕ້ອງກັງວົນເລື່ອງການເດີນທາງ ເພາະສາມາດເຂົ້າເຖິງໄດ້ 2 ທາງ ເຊັ່ນ: ເສັ້ນທາງກາສີ – ເມືອງນານ ແລ້ວລ້ຽວຊ້າຍເຂົ້າຫາເມືອງໄຊຍະບູລີ ຖືວ່າເປັນເສັ້ນທາງໃໝ່ທີ່ຫາກໍສໍາເລັດການກໍ່ສ້າງ ແລະ ເປີດນໍາໃຊ້ໃນປີ 2019 ຜ່ານມາ; ສ່ວນອີກເສັ້ນທາງໜຶ່ງກໍແມ່ນເສັ້ນທາງຈາກເມືອງຊະນະຄາມ ແຂວງວຽງຈັນ ຫາ ເມືອງປາກລາຍ ແຂວງໄຊຍະບູລີ ນັບແຕ່ຂົວນໍ້າສັງ ຫາ ສົ້ນຂົວຂ້າມເມືອງປາກລາຍ ແມ່ນໄດ້ມີການປັບປຸງເປັນໄລຍະ ແລະ ມີທາງເວັ້ນໃຫ້ລົດສາມາດທຽວໄດ້ ລວມໄລຍະທາງ 60 ກິໂລແມັດ ເຊິ່ງເປັນຄວາມຮັບຜິດຊອບຂອງ ກະຊວງ ຍທຂ ແລະ ມີບັນດາບໍລິສັດຮັບເໝົາກໍ່ສ້າງຄອຍອໍານວຍຄວາມສະດວກຢູ່ແລ້ວ.

ສໍາລັບເສັ້ນທາງແຕ່ປາກລາຍ ຫາ ເມືອງພຽງ ແລະ ເຂົ້າສູ່ເມືອງໄຊຍະບູລີ ແມ່ນຖືວ່າແລ່ນໄດ້ສະດວກສະບາຍ, ຖ້າຫາກມີລົດຫຼາຍການສັນຈອນເກີດຕິດຂັດ ພາກສ່ວນກ່ຽວຂ້ອງກໍພ້ອມແຕ່ງເຈົ້າໜ້າທີ່ລົງໄປອໍານວຍ ຄວາມສະດວກຫຼາຍດ້ານ ເພື່ອເຮັດແນວໃດໃຫ້ແຂກທີ່ມາທ່ອງທ່ຽວງານບຸນຊ້າງໄດ້ມີບັນຍາກາດຄຶກຄື້ນມ່ວນຊື່ນ; ສ່ວນເສັ້ນທາງທີ່ມີຮອຍແຕກ ຫຼື ເປັນຂຸມໃນເຂດລະຫວ່າງເມືອງຕໍ່ເມືອງ ທາງພະນັກງານວິຊາການພວກເຮົາກໍໄດ້ປັບປຸງໃຫ້ສໍາເລັດເປັນທີ່ຮຽບຮ້ອຍ.

( ໂດຍ: ສົມລົດ + ກາວຊົງ )