ການກໍ່ສ້າງທາງ ຫີນເຫີບ – ຊະນະຄາມ ຄືບໜ້າກວ່າ 50%

207

ໂຄງການກໍ່ສ້າງທາງ 4501 ແຕ່ຫີນເຫີບ – ເມືອງເຟືອງ – ເມືອງໝື່ນ – ຊະນະຄາມ ແຂວງວຽງຈັນ ຍາວປະມານ 132 ກິໂລແມັດ ເປັນໂຄງການທີ່ໃຫຍ່ມີມູນຄ່າສັນຍາເບື້ອງຕົ້ນ 1.336 ຕື້ກີບ. ຜ່ານການກວດກາໄດ້ຕັດບາງລາຍການໜ້າວຽກທີ່ບໍ່ຈໍາເປັນອອກ ມູນຄ່າຍັງເຫຼືອ 1.197 ຕື້ກີບ, ໄດ້ເຊັນສັນຍາກໍ່ສ້າງແຕ່ປີ 2013 ມາຮອດປັດຈຸບັນປະຕິບັດໄດ້ 58% ໂດຍຕັ້ງເປົ້າສູ້ຊົນໃຫ້ສໍາເລັດໃນປີ 2021.

ທ່ານ ສຸມຸນທາ ສົມຈັນມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ກ່າວຕໍ່ທີມຂ່າວເສດຖະກິດ – ການຄ້າ ວ່າ: ທາງເສັ້ນສາຍນີ້ຈະມີມາດຖານເຕັກນິກພິເສດຄື: ໄລຍະຜ່ານເທສະບານເມືອງຕ່າງໆຈະມີ ຄວາມກວ້າງໜ້າທາງຕາມຜັງເມືອງແມ່ນ 21 ແມັດ, ມີລະບົບລະບາຍນໍ້າສອງຂ້າງທາງ, ມີລະບົບທາງຍ່າງ ແລະ ໄຟຟ້າເຍືອງທາງ, ສ່ວນນອກເທສະບານແມ່ນປູຢາງກວ້າງ 8 ແມັດ.

ວຽກທີ່ສໍາເລັດສ່ວນ ໃຫຍ່ເປັນວຽກບຸກເບີກ ແລະ ຍົກລະດັບທໍ່ລະບາຍນໍ້າ ແລະ ປູຢາງສໍາເລັດແລ້ວປະມານ 30 ກິໂລແມັດ. ສ່ວນຄວາມຫຍຸ້ງຍາກກໍແມ່ນດ້ານທຶນຮອນທີ່ຈະມາສືບຕໍ່ປະຕິບັດ ເນື່ອງຈາກງົບປະມານທີ່ຊໍາລະໃຫ້ບໍລິສັດແຕ່ລະປີມີຈຳກັດ, ການຊໍາລະຜ່ານມາຮອດປັດຈຸບັນໄດ້ປະມານ 10 ກວ່າຕື້ກີບ ຖ້າທຽບກັບວຽກທີ່ປະຕິບັດໄດ້ 600 ກວ່າຕື້ກີບແລ້ວ, ແຕ່ບໍລິສັດກໍພະຍາຍາມບໍ່ຢຸດວຽກສືບຕໍ່ປະຕິບັດຕາມເງື່ອນໄຂ ແລະ ຄວາມສາມາດ ຕາມການຄາດຄະເນຈະໃຫ້ສໍາເລັດໃນປີ 2021.

ທ່ານ ສຸມຸນທາ ສົມຈັນມະວົງ ກ່າວຕື່ມວ່າ: ໂຄງການນີ້ເປັນໂຄງການສຳຄັນຂອງແຂວງກໍຄືຂອງລັດຖະບານ ເຊິ່ງຈະຍູ້ທ່າແຮງບົ່ມຊ້ອນ ແລະ ການພັດທະນາບັນດາເມືອງລຽບເສັ້ນທາງດັ່ງກ່າວ ເຮັດໃຫ້ການຄ້າ – ການລົງທຶນເພີ່ມຂຶ້ນ ປະກອບສ່ວນສຳຄັນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໃນເຂດດັ່ງກ່າວ.