10 ຂໍ້ດີຂອງການອ່ານປຶ້ມ ທີ່ສາມາດເຮັດໃຫ້ອົງກອນຢາກຈ້າງງານເຮົາ

138

ການອ່ານປຶ້ມກາຍເປັນວຽກສຳຄັນຂອງຫຼາຍໆຄົນ, ໃນບ່ອນເຮັດວຽກໃດໜຶ່ງຈະມີຫຼາຍກວ່າ 1 ຄົນ ທີ່ມັກການອ່ານເປັນຊີວິດຈິດໃຈ, ແລ້ວທຸກຄົນຮູ້ບໍ່ວ່າຂໍ້ດີຂອງການອ່ານປຶ້ມນັ້ນມີປະໂຫຍດຕໍ່ຄົນເຮົາຫຼາຍ.

ຈາກຂໍ້ມູນໃນເວັບໄຊ Business Insider ປະເທດອັງກິດລະບຸວ່າ: “ ການອ່ານຊ່ວຍໃຫ້ຄົນອື່ນເບິ່ງເຮົາຄືເປັນພະນັກງານທີ່ມີສັກກະຍະພາບໃນການເຮັດວຽກ ” ແລະ ມື້ນີ້ພວກເຮົາໄດ້ນຳເອົາ 10 ຂໍ້ດີຂອງການອ່ານມາຝາກ ດັ່ງນີ້:

1 ເຮົາຈະເຂົ້າອົກເຂົ້າໃຈຄົນອື່ນຫຼາຍຂຶ້ນ: ຈາກການສຶກສາຂອງສະຖາບັນ ແລະ ມະຫາວິທະຍາໄລຕ່າງປະເທດ ລະບຸວ່າ: “ ການອ່ານນະວະນິຍາຍ ຫຼື ວັນນະກຳ ” ຈະຊ່ວຍໃຫ້ຜູ້ອ່ານເຂົ້າໃຈ ຄວາມສັບຊ້ອນຂອງອາລົມຕ່າງໆຂອງຜູ້ອື່ນ, ຮັບຮູ້ເຖິງ ຄວາມຮູ້ສຶກຂອງຜູ້ອື່ນໄດ້ດີຫຼາຍຂຶ້ນ ເຊິ່ງເຮັດໃຫ້ເຮົາເປັນຄົນເຂົ້າອົກເຂົ້າໃຈ ແລະ ເຫັນໃຈຄົນອື່ນ ເຊິ່ງຖືເປັນລັກສະນະຄວາມຄິດຕາມສຳນວນ ເຊັ່ນ: “ ເອົາໃຈເຂົາມາໃສ່ໃຈເຮົາ ” ເຊິ່ງຄຸນລັກສະນະນີ້ຈັດເປັນໜຶ່ງໃນລັກສະນະນິດໄສທີ່ເຮັດໃຫ້ຫຼາຍອົງກອນສົນໃຈໃນຕົວເຮົາຫຼາຍຂຶ້ນ.

2 ເຮົາຈະມີຄັງຄຳສັບທີ່ດີ: ຖ້າເຮົາອ່ານປຶ້ມຢ່າງສະໝ່ຳສະເໝີ ແລະ ຫຼາກຫຼາຍແນວ ຈະຊ່ວຍໃຫ້ເຮົາຮຽນຮູ້ຄຳສັບໃໝ່ໆ ແລະ ມີຄວາມໝັ້ນໃຈໃນການໃຊ້ຄຳສັບເຫຼົ່ານັ້ນ ຈະຊ່ວຍພັດທະນາການສື່ສານຂອງເຮົາໃຫ້ມີສັກກະຍະພາບ, ຖ້າເຮົາມີທັກສະໃນການສື່ສານແບບນີ້ຢູ່ໃນອົງກອນ ເຮົາຈະກາຍເປັນພະນັກງານທີ່ມີສັກກະຍະພາບສູງ ແລະ ງ່າຍຕໍ່ການໄດ້ຮັບ ຄວາມໄວ້ວາງໃຈໃນການອອກໄປພົບປະໂອ້ລົມ ຫຼື ຕິດຕໍ່ປະສານງານກັບຝ່າຍຕ່າງໆ.

3 ເຮົາຈະເຫັນຄຸນຄ່າຂອງຄວາມອົດທົນ: ການອ່ານອາດຈະຊ່ວຍຝຶກຄວາມອົດທົນໄດ້ ສັງເກດຈາກການທີ່ເຮົາໄປເລືອກປຶ້ມດ້ວຍຕົວເອງແລ້ວນັ່ງເປີດອ່ານເທື່ອລະໜ້າຈົນຈົບເຫຼັ້ມ ນິດໄສນີ້ຈຶ່ງສາມາດສະທ້ອນເຖິງ ຄວາມດຸໝັ່ນຂະຫຍັນພຽນໃນຕົວຂອງເຮົາ, ບາງເທື່ອຫົວໜ້າອາດຈະມັກຮັກລູກນ້ອງທີ່ເຮັດວຽກຢ່າງຂະຫຍັນຂັນແຂງ ແລະ ຕັ້ງໃຈເຮັດວຽກວ່ອງໄວກວ່າຄົນອື່ນໆ.

4 ເຮົາຈະມີຈິດໃຈທີ່ສະຫງົບຫຼາຍຂຶ້ນ: ການທີ່ເຮົາຈົດຈໍ່ຢູ່ກັບການອ່ານຜ່ານໄປແຕ່ລະໜ້າ ຈະຊ່ວຍດຶງ ຄວາມຄິດເຮົາອອກມາຈາກວົງການຄວາມຄຽດທີ່ກໍ່ກວນໃຈຂອງເຮົາໄດ້ ນັ້ນຄືເຫດຜົນວ່າເປັນຫຍັງການອ່ານຈຶ່ງຊ່ວຍໃຫ້ເຮົາສະຫງົບຫຼາຍຂຶ້ນ ໂດຍສະເພາະຄວາມວິຕົກກັງວົນ ແລະ ຄວາມຮູ້ສຶກບໍ່ສະບາຍໃຈຫຼຸດລົງໄດ້ພຽງແຕ່ອ່ານປຶ້ມເຫຼັ້ມທີ່ເຮົາມັກ.

5 ເຮັດໃຫ້ເຮົານອນຫຼັບສະໜິດຫຼາຍຂຶ້ນ: ນັກວິໄຈໄດ້ລະບຸວ່າການອ່ານປຶ້ມພຽງບໍ່ເທົ່າໃດບົດກໍຊ່ວຍຈິດໃຈໃຫ້ສະຫງົບ, ຜ່ອນຄາຍ ແລະ ພ້ອມທັງເຮັດໃຫ້ນອນຫຼັບດີຂຶ້ນ. ນອກຈາກນີ້, ການອ່ານຍັງຊ່ວຍຫຼຸດລະດັບຄວາມຕຶງຄຽດໄດ້ຫຼາຍເຖິງ 68%, ລູກຈ້າງໄດ້ຮັບການພັກຜ່ອນຢ່າງພຽງພໍ ແລະ ສາມາດເຮັດວຽກໃຫ້ອົງກອນຢ່າງມີປະສິດທິພາບຫຼາຍຂຶ້ນ.

6 ເຮັດໃຫ້ມີທັກສະການຄິດວິເຄາະເພີ່ມຂຶ້ນ: ປຶ້ມຫຼາຍເຫຼັ້ມບໍ່ໄດ້ເຮັດໃຫ້ເຮົານັ່ງອ່ານເລື່ອງລາວແລ້ວຜ່ານໄປຊື່ໆ ເພາະບາງເຫຼັ້ມຈະຕັ້ງຄຳຖາມກັບເຮົາ, ເປີດໂອກາດໃຫ້ເຮົາໄດ້ຄິດວິເຄາະ ແລະ ຕອບຄຳຖາມນັ້ນໃຫ້ໄດ້ ໂດຍພິຈາລະນາຈາກຂໍ້ມູນສະພາບແວດລ້ອມ ແລະ ຄວາມຮູ້ຄວາມເຂົ້າໃຈຂອງຕົວຜູ້ອ່ານເອງເຊັ່ນກັນກັບໃນບ່ອນເຮັດວຽກ, ຫົວໜ້າທຸກຄົນຕ້ອງການໃຫ້ທີມງານສາມາດຄິດວິເຄາະ ແລະ ປະເມີນຂໍ້ມູນບາງຢ່າງ, ສະຖານະການບາງຢ່າງໃຫ້ມີເຫດຜົນ ແລະ ຜູ້ທີ່ເຮັດແບບນັ້ນໄດ້ຍ່ອມໄດ້ຮັບຄວາມໄວ້ວາງໃຈຈາກຫົວໜ້າ ແລະ ເພື່ອນຮ່ວມງານ.

7 ເພີ່ມທັກສະການຂຽນ: ນອກເໜືອຈາກເຮົາຈະສາມາດສື່ສານຢ່າງໝັ້ນໃຈ, ການອ່ານຍັງຊ່ວຍພັດທະນາທັກສະການຂຽນຂອງເຮົາອີກດ້ວຍ, ເຮົາຈະເຂົ້າໃຈ ແລະ ເລືອກໃຊ້ໂຄງສ້າງປະໂຫຍດຕ່າງໆໄດ້ດີຫຼາຍຂຶ້ນ ລວມໄປເຖິງການເລືອກຈັງຫວະການໃຊ້ຄຳທີ່ເໝາະສົມ ແລະ ບາງຄັ້ງອາດຈະຊ່ວຍໃຫ້ເຮົາຮູ້ວິທີໃຫ້ຂຽນຈູງໃຈຜູ້ອ່ານໄດ້, ບໍລິສັດສ່ວນໃຫຍ່ມັກຊອກຫາລູກຈ້າງທີ່ມີຄວາມສາມາດດ້ານການຕິດຕໍ່ສື່ສານທັງການການເວົ້າ ແລະ ຂຽນ ເພາະນັ້ນໝາຍເຖິງເຮົາຈະຕ້ອງເປັນຕົວແທນທີ່ດີໄດ້ນັ້ນເອງ.

8 ເຮົາຈະມີຄວາມຄິດສ້າງສັນຫຼາຍຂຶ້ນ: ເຫັນໄດ້ຢ່າງຊັດເຈນເລີຍວ່າການອ່ານຈະຊ່ວຍເສີມສ້າງ ຄວາມຄິດສ້າງສັນໃຫ້ກັບສະໝອງ ເນື່ອງຈາກການໄດ້ຈິນຕະນາການເຖິງສິ່ງທີ່ເໜືອຈິນຕະນາການ, ບໍ່ເຊື່ອກໍລອງແລກປ່ຽນຄວາມຄິດຕໍ່ຕົວລະຄອນໃນນະວະນິຍາຍກັບເພື່ອນທີ່ອ່ານເລື່ອງດຽວກັນເບິ່ງ ຮັບຮອງວ່າຈະຕ້ອງແປກໃຈວ່າຈິນຕະນາການຂອງເຮົາ ແລະ ເພື່ອນຕໍ່ຕົວລະຄອນດຽວກັນນີ້ແຕກຕ່າງກັນຢ່າງເລິກລັບ ແລະ ນີ້ຄືສິ່ງທີ່ຫົວໜ້າສ່ວນໃຫຍ່ມັກລູກນ້ອງທີ່ມີຄວາມຄິດສ້າງສັນ.

9 ເຮົາຈະມີຄວາມຈື່ຈຳດີຂຶ້ນ: ທຸກຄົນຮູ້ບໍ່ວ່າການອ່ານຈະຊ່ວຍຝຶກຄວາມຈື່ຈຳໄດ້ດີ, ການເຮັດວຽກກໍລາບຫຼື່ນ ເພາະການເຮັດວຽກຂອງເຮົາຕ້ອງຈື່ຈຳວັນທີ, ເວລາ, ຊື່ຕ່າງໆ, ຫົວຂໍ້ການປະຊຸມ ແລະ ລາຍລະອຽດຕ່າງໆຫຼາກຫຼາຍ ຄົນທີ່ສາມາດຈື່ຈຳ ແລະ ສາມາດດຳເນີນວຽກງານຢ່າງຕໍ່ເນື່ອງໄດ້ນັ້ນຈະເປັນສິ່ງທີ່ຄວນໜ້າຕິດຕາມເບິ່ງສຳລັບຫົວໜ້າ.

10 ເຮົາຈະຮອບຮູ້ຫຼາຍຂຶ້ນ: ການອ່ານເປັນປະຈຳຈະຊ່ວຍໃຫ້ເຮົາຮຽນຮູ້ຜູ້ຄົນ ແລະ ບາງຄັ້ງຄວາມຮອບຮູ້ນີ້ກໍພາເຮົາອອກຈາກຈຸດປອດໄພໃນຊີວິດສູ່ໂລກທີ່ທ້າທາຍຍິ່ງຂຶ້ນໄດ້ງ່າຍໆ, ຄົນທີ່ຮອບຮູ້ມັກຊ່ວຍເຫຼືອເພື່ອນຮ່ວມງານໄດ້ຫຼາຍໆ, ສະຖານະການທັງຍັງມີມຸມມອງທີ່ແຕກຕ່າງອອກໄປ ເຮັດໃຫ້ກາຍເປັນຄົນໜ້າສົນໃຈທີ່ຈະປຶກສາຫາລືຕ່າງໆ.

( ຂໍ້ມູນຈາກ: Good lifeupdate )