ຫົວໜ່ວຍທຸລະກິດຈະນຳໃຊ້ລະບົບເອໄອ ຊ່ວຍຂັບເຄື່ອນອົງກອນຫຼາຍຂຶ້ນ

101

ໄລຍະຜ່ານມາມີຫຼາຍອົງກອນເລີ່ມທົດລອງໃຊ້ລະບົບເອໄອ ( AI ) ເຂົ້າໃນການບໍລິຫານຈັດການວຽກງານໃນອົງກອນແດ່ແລ້ວ ຄາດວ່າປີນີ້ ແລະ ປີໜ້າອັດຕາການຫັນມານຳໃຊ້ລະບົບດັ່ງກ່າວເພື່ອພັດທະນາອົງກອນຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຈາກລາຍງານການສຳຫຼວດ Gartner 2020 CIO Agenda Survey ເຖິງ ຄວາມຕ້ອງການຂອງຜູ້ບໍລິຫານລະດັບສູງດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານ ( Chief Information Officer ຫຼື CIO ) ປະຈຳປີ 2020 ພົບວ່າອົງກອນທຸລະກິດຊັ້ນນຳຕ່າງໆ ຄາດວ່າຈຳນວນໂຄງການດ້ານ AI ຈະເພີ່ມຂຶ້ນເປັນສອງເທົ່າພາຍໃນປີໜ້າ ແລະ ກວ່າ 40% ວາງແຜນຈະນຳໂຊລູຊັນ AI ມາປັບໃຊ້ຢ່າງຈິງຈັງພາຍໃນປີ 2020 ນີ້.

ອົງກອນທຸລະກິດສ່ວນ ໃຫຍ່ຍັງຕ້ອງປະເຊີນໜ້າກັບ ຄວາມທ້າທາຍໃນການນຳ AI ມາປັບໃຊ້ໃນອົງກອນຢູ່ ເຮັດໃຫ້ການດຶງສັກກະຍະພາບທີ່ແທ້ຈິງຂອງເຕັກໂນໂລຊີ AI ມາສ້າງມູນຄ່າໃຫ້ກັບທຸລະກິດຍັງຢູ່ໃນວົງຈຳກັດ.

“ ການເປີດທົດລອງໃຊ້ງານ AI ເບິ່ງຄືຈະເປັນເລື່ອງງ່າຍ, ແຕ່ການໃຊ້ງານໃຫ້ເກີດປະສິດທິພາບຈິງນັ້ນເປັນເລື່ອງທີ່ທ້າທາຍຫຼາຍ, ເຖິງວ່າໂອກາດປະສົບ ຄວາມສຳເລັດຈາກການນຳ AI ມາປັບໃຊ້ໃນທຸລະກິດນັ້ນມີຫຼາຍ, ແຕ່ກວ່າຈະເກີດດອກອອກຜົນນັ້ນໃຊ້ເວລາດົນກວ່າທີ່ຄາດການໄວ້ ”.

ຊີຣັກ ເດເຄດ ( Shirak Decade ) ຜູ້ອຳນວຍການອາວຸໂສຝ່າຍວິເຄາະຂໍ້ມູນຂອງກາດເນີ ( Gartner ) ກ່າວວ່າ: “ ຜູ້ນຳດ້ານໄອທີທີ່ຮັບຜິດຊອບກ່ຽວກັບເຕັກໂນໂລຊີ AI ຈະພົບການໂຕ້ຖຽງກັນໃນການເລີ່ມນຳ AI ມາໃຊ້ໃນອົງກອນ ຫຼື ທີ່ເອີ້ນວ່າ AI pilot paradox ເພາະໃນໄລຍະທົດລອງໃຊ້ AI ນັ້ນເບິ່ງຄືຈະງ່າຍ, ແຕ່ເມື່ອນຳໄປໃຊ້ແທ້ນັ້ນເປັນເລື່ອງທ້າທາຍຫຼາຍ ”.

ຜູ້ນຳໄອທີທີ່ຮັບຜິດຊອບເລື່ອງ AI ຕ້ອງໄດ້ຊ່ວຍພັດທະນາກົນລະຍຸດດ້ານໂຄງສ້າງພື້ນຖານຄວບຄູ່ໄປ ເພື່ອຊ່ວຍໃຫ້ເກີດຄວາມກ້າວໜ້າໃນການໃຊ້ AI, ສາມາດປັບໄດ້ຕາມຄວາມຕ້ອງການ ແລະ ທີ່ສຳຄັນຕ້ອງຮັບຮູ້ເຖິງຄຸນຄ່າຂອງການນຳ AI ມາໃຊ້. ກາດເນີ ໄດ້ຄາດການອະນາຄົດຂອງເຕັກໂນໂລຊີ AI ໄວ້ ເພື່ອສະແດງໃຫ້ເຫັນເຖິງທ່າອ່ຽງການເຕີບໂຕຢ່າງວ່ອງໄວຂອງການໃຊ້ເຄື່ອງມື ແລະ ເຕັກນິກຕ່າງໆຂອງ AI ແລະ ຄວາມສຳເລັດໃນການຜະລິດຕົ້ນແບບ AI ທີ່ຜູ້ບໍລິຫານໄອທີຄວນພິຈາລະນາ ມີຄື: AI ຈະເປັນຕົວແປສຳຄັນຂອງການຕັດສິນໃຈດ້ານໂຄງສ້າງພື້ນຖານ, AI ຈະຍັງເປັນເຕັກໂນໂລຊີທີ່ມີບົດບາດສຳຄັນຕໍ່ການຕັດສິນໃຈດ້ານການວາງໂຄງສ້າງພື້ນຖານ ແລະ ຂັບເຄື່ອນງານໃນອົງກອນຕໍ່ເນື່ອງໄປຈົນເຖິງປີ 2023, ການນຳເຕັກໂນໂລຊີ AI ມາປັບໃຊ້ເພື່ອເລັ່ງຂະບວນການຜະລິດຈຳເປັນຕ້ອງໃຊ້ຊັບພະຍາກອນດ້ານໂຄງສ້າງພື້ນຖານທີ່ສະເພາະເຈາະຈົງ ໂດຍຕ້ອງສາມາດເຕີບໂຕ ແລະ ພັດທະນາເຕັກໂນໂລຊີໄປພ້ອມກັບຮູບແບບຂອງການນຳ AI ມາໃຊ້ນັ້ນ ຈະຕ້ອງໄດ້ຮັບການປັບແຕ່ງໂດຍທີມງານໄອທີຂອງອົງກອນເປັນໄລຍະ ເພື່ອໃຫ້ແນ່ໃຈວ່າຈະມີໂອກາດປະສົບຄວາມສຳເລັດລະດັບສູງ ເຊິ່ງອາດລວມເຖິງວຽກດ້ານການອອກແບບ ຫຼື ດຳເນີນການກ່ຽວກັບຂໍ້ມູນມາດຕະຖານ ຫຼື ການປະສານຮູບແບບການເຮັດວຽກຂອງລະບົບ Machine Learning ( ML ) ເຂົ້າກັບແຫຼ່ງຂໍ້ມູນ ສະຕຣີມມິງ ເພື່ອການຄາດການແບບທັນເວລາ.

( ໂດຍ: ສົມລົດ )

( ທີ່ມາ: sanook.com/hitech )