ສ້າງລາຍຮັບຈາກການລ້ຽງເຜິ້ງທຳມະຊາດ

427

ບ້ານຫຼັກ 10 ເມືອງໄຊ ແຂວງອຸດົມໄຊ ເປັນບ້ານໜຶ່ງທີ່ມີມູນເຊື້ອໃນການປູກຝັງ – ລ້ຽງສັດ, ຂະຫຍັນໝັ່ນພຽນໃນການເພີ່ມພູນຜະລິດຜົນ ແລະ ມູນເຊື້ອອີກຢ່າງໜຶ່ງທີ່ໄດ້ສືບທອດກັນມາຕັ້ງແຕ່ດົນນານ ນັ້ນກໍຄືການລ້ຽງເຜິ້ງໂກນແບບທຳມະຊາດທີ່ສ້າງລາຍຮັບໃຫ້ແກ່ຄອບຄົວຜູ້ລ້ຽງຫຼາຍລ້ານກີບຕໍ່ປີ ສາມາດບັນເທົາຄວາມທຸກຍາກພາຍໃນຄອບຄົວໄດ້ພໍສົມຄວນ.

ໃນເມື່ອກ່ອນປະຊາຊົນບ້ານຫຼັກສິບແມ່ນລ້ຽງເຜິ້ງແບບທຳມະຊາດ ໂດຍທີ່ບໍ່ມີຄວາມຮູ້ທາງດ້ານວິຊາການ. ຕໍ່ມາໃນປີ 2016 ຈຶ່ງໄດ້ມີໂຄງການ UNODP ຫຼື ໂຄງການຫຼຸດຜ່ອນຄວາມທຸກຍາກ ພາຍຫຼັງຢຸດເຊົາການປູກຝິ່ນໄດ້ເຂົ້າມາສົ່ງເສີມໃຫ້ປະຊາຊົນມີກິດຈະກຳອື່ນທົດແທນການປູກຝິ່ນ ແລະ ບ້ານຫຼັກສິບກໍໄດ້ເຂົ້າຮ່ວມໃນໂຄງການດັ່ງກ່າວ ແລະ ໄດ້ບົດຮຽນໃນການລ້ຽງເຜິ້ງ ເພື່ອມາພັດທະນາຕໍ່ຍອດໃນການລ້ຽງເຜິ້ງທີ່ມີຢູ່ແລ້ວໃຫ້ຖືກວິທີ ແລະ ໄດ້ຮັບຜົນຜະລິດສູງ ແລະ ຫັນມາສ້າງເປັນກຸ່ມເຜິ້ງ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ທ່ານ ຢວມ ຈວງສຸກຕະມອງ ຫົວໜ້າກຸ່ມລ້ຽງເຜິ້ງແບບຍືນຍົງ ໄດ້ໃຫ້ສຳພາດວ່າ: ກຸ່ມລ້ຽງເຜິ້ງບ້ານຫຼັກ 10 ໄດ້ສ້າງຕັ້ງຂຶ້ນມາຫຼາຍປີແລ້ວ ກ່ອນທີ່ບໍ່ມີການສ້າງຕັ້ງກຸ່ມນີ້ແມ່ນໄດ້ລ້ຽງຢູ່ປ່າແບບທຳມະຊາດປ່ອຍປະລະເລີຍ, ຜົນຜະລິດກໍບໍ່ໄດ້ເທົ່າທີ່ຄວນ. ຈາກນັ້ນ, ກໍໄດ້ມີພະນັກງານກະສິກຳ ແລະ ປ່າໄມ້ເມືອງ ກໍຄືໂຄງການລ້ຽງເຜິ້ງແບບຍືນຍົງເຂົ້າມາໃຫ້ ຄວາມຮູ້. ຜ່ານການຝຶກອົບຮົມໃນຫຼາຍຄັ້ງ ບວກກັບປະສົບການທີ່ເຄີຍລ້ຽງມາຕັ້ງແຕ່ດົນນານຈຶ່ງມີບົດຮຽນໃນການລ້ຽງເຜິ້ງ ເຊັ່ນ: ການເລືອກໄມ້ມາເຮັດໂກນເຜິ້ງ ຕ້ອງເລືອກໄມ້ເນື້ອອ່ອນ, ການວາງໂກນ ຫຼື ຮັງເຜິ້ງ ກໍບໍ່ຄວນວາງສູງເກີນໄປ ຫຼື ຕ່ຳເກີນໄປ, ເຕັກນິກການບົວລະບັດຮັກສາກໍບໍ່ໄດ້ຫຍຸ້ງຍາກພໍປານໃດ ຂໍພຽງແຕ່ໝັ່ນສັງເກດກວດກາເບິ່ງສັດຕູ ຫຼື ແມງໄມ້ຊະນິດອື່ນຈະເຂົ້າມາທຳລາຍຮັງເຜິ້ງ ແລະ ສິ່ງສຳຄັນກໍແມ່ນການອະນຸຮັກສິ່ງແວດລ້ອມ.

ພາບປະກອບ

ທ່ານຍັງໃຫ້ຮູ້ຕື່ມວ່າ: ການລ້ຽງເຜິ້ງແບບທຳມະຊາດນີ້ແມ່ນບໍ່ໄດ້ໃຊ້ຕົ້ນທຶນສູງ, ລ້ຽງກໍງ່າຍ ແຕ່ສ້າງລາຍຮັບໃຫ້ແກ່ຜູ້ລ້ຽງໄດ້ດີສົມຄວນ ເພາະວ່າລະດູການເກັບນ້ຳເຜິ້ງນີ້ແມ່ນເລີ່ມແຕ່ເດືອນມັງກອນ ຈົນເຖິງເດືອນກໍລະກົດ ເຊິ່ງໄລຍະນີ້ແມ່ນຈະເກັບໄດ້ທຸກເດືອນແລ້ວແຕ່ເງື່ອນໄຂຄວາມພ້ອມຂອງແຕ່ລະຮັງ, ສ່ວນການຂາຍນັ້ນແມ່ນມີພໍຄ້າຊາວຈີນມາເກັບຊື້ເອງກັບເຮືອນ. ນອກນີ້, ກໍມີທາງສະມາຄົມລ້ຽງເຜິ້ງຂອງແຂວງມາເກັບຊື້ເພື່ອໄປຈຳໜ່າຍຕໍ່ໃນກິໂລ 60 – 80 ພັນກີບ ສະເລ່ຍແລ້ວຄອບຄົວໜຶ່ງກໍໄດ້ປະມານ 2 ລ້ານກີບຕໍ່ຄອບຄົວຕໍ່ປີ.

ພາບປະກອບ

ປັດຈຸບັນກຸ່ມລ້ຽງເຜິ້ງແບບຍືນຍົງ ບ້ານຫຼັກ 10 ເມືອງໄຊ ແຂວງອຸດົມໄຊ ມີສະມາຊິກທັງໝົດ 12 ຄອບຄົວ ໄດ້ມີການສ້າງຕັ້ງກອງທຶນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ຄຳປຶກສາກັບບັນດາສະມາຊິກໃໝ່ທີ່ຍັງບໍ່ທັນມີບົດຮຽນ ພ້ອມທັງໃຫ້ທຶນໃນການລົງທຶນສ້າງຮັງເຜິ້ງ, ຊື້ວັດສະດຸ ແລະ ເຄື່ອງມືອື່ນໆຕື່ມອີກຈຳນວນໜຶ່ງ. ໃນຕໍ່ໜ້າຄະນະກຸ່ມລ້ຽງເຜິ້ງ ແມ່ນຈະໄດ້ປຸກລະດົມປະຊາຊົນທີ່ຍັງບໍ່ທັນໄດ້ເຂົ້າຮ່ວມໃນກຸ່ມດັ່ງກ່າວແມ່ນໃຫ້ເຂົ້າມາຮ່ວມກັນທັງໝົດ ເພື່ອສະດວກໃນການຄຸ້ມຄອງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສ້າງໃຫ້ເປັນກຸ່ມລ້ຽງເຜິ້ງທີ່ມີການຜະລິດນ້ຳເຜິ້ງທຳມະຊາດທີ່ມີຄຸນນະພາບ ເພື່ອຈຳໜ່າຍໃຫ້ລູກຄ້າໄດ້ຢ່າງທົ່ວເຖິງ, ສ້າງລາຍຮັບເຂົ້າຄອບຄົວເພື່ອຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

ພາບປະກອບ

[ ນັກຂ່າວ: ແສງອາທິດ ]