ສຸດຍອດ! ຄຸນປະໂຫຍດຈາກແກ່ນຜັກອີ່ຕູ່ ສາມາດຫຼຸດນ້ຳໜັກໂຕໄດ້

78

ແກ່ນຜັກອີ່ຕູ່ມີສານອາຫານ ແລະ ວິຕາມິນສຳລັບສຸຂະພາບຫຼາຍຢ່າງ ເຊິ່ງຍັງໃຊ້ເປັນຢາລະບາຍອ່ອນໆຊ່ວຍທຳຄວາມສະອາດຝາລຳໄສ້ໄດ້ອີກດ້ວຍ. ໂດຍແກ່ນຜັກອີ່ຕູ່ເປັນລັກສະນະພອງຕົວໃນນ້ຳທີ່ມີຜົນໃນການຊ່ວຍຫຼຸດນ້ຳໜັກໄດ້ ແລະ ເມື່ອແກ່ນຜັກອີ່ຕູ່ພອງຕົວຈະເຮັດໃຫ້ກິນອາຫານຢ່າງອື່ນໄດ້ໜ້ອຍລົງ ຫຼື ອິ່ມໄດ້ດົນຈຶ່ງເຮັດໃຫ້ຫຼາຍຄົນອາດນຳມາກິນໃນຕອນແລງ ຫຼື ໃຊ້ເປັນຕົວຊ່ວຍເວລາຫິວດຶກໆແຖມຍັງໄດ້ພະລັງງານທີ່ໜ້ອຍລົງ ແລະ ໃຊ້ໄດ້ພໍດີໃນແຕ່ລະມື້.

ການທີ່ເຮົາໄດ້ພະລັງງານທີ່ໜ້ອຍລົງຮ່າງກາຍຈະໃຊ້ຫຼາຍກວ່າທີ່ອາຫານໄດ້ຮັບ ແລະ ຮ່າງກາຍຈະດຶງໄຂມັນສະສົມທີ່ມີຢູ່ເດີມອອກມາເຜົາຜານຈຶ່ງເຮັດໃຫ້ສາມາດຫຼຸດນ້ຳໜັກໄດ້ຢ່າງຊ້າໆ.

ວິທີການກິນ:

ແນະນຳວ່າຄວນກິນຕອນແລງໂດຍໃຊ້ແກ່ນຜັກອີ່ຕູ່ພຽງ 1-2 ບ່ວງກາເຟ ຕໍ່ ນ້ຳສະອາດ 250 ຊີຊີ (ນ້ຳ 1 ຈອກໃຫຍ່) ແລ້ວແຊ່ແກ່ຜັກອີ່ຕູ່ໄວ້ປະມານ 30 ນາທີ. ເມື່ອເວລາຜ່ານໄປຈະເຫັນວ່າມັນພອງຕົວຫຼາຍຂຶ້ນເວລາກິນກໍ່ດື່ມ ແລະ ກິນແກ່ນທີ່ພອງແລ້ວເຂົ້າໄປ. ກໍລະນີທີ່ຮູ້ສຶກວ່າແຊ່ນ້ຳທຳມະດາແລ້ວຮູ້ສືກບໍ່ມີລົດຊາດກໍ່ສາມາດປ່ຽນຈາກນ້ຳທຳມະດາເປັນນ້ຳຂິງ ຫຼື ນ້ຳສະໝຸນໄພ (ບໍ່ໃສ່ນ້ຳຕານ) ແລະ ຢ່າງອື່ນໆອີກກໍ່ໄດ້ເຊັ່ນກັນ.

ແກ່ນຜັກອີ່ຕູ່ມີສັບພະຄຸນເປັນຢາລະບາຍເນື່ອງຈາກບໍລິເວນເປືອກນອກຂອງແກ່ນເປັນສານເມືອກຂາວ ແລະ ຍັງມີກາກອາຫານ  ເຊິ່ງມີສ່ວນຊ່ວຍໃຫ້ຜູ້ຮັບປະທານສາມາດຂັບຖ່າຍໄດ້ສະດວກຍິ່ງຂຶ້ນໂດຍແກ່ນຜັກອີ່ຕູ່ຈະໄປກະຕຸ້ນປະສາດທີ່ຢູ່ອ້ອມຮອບລຳໄສ້ໃຫຍ່ສ່ວນປາຍເຮັດໃຫ້ເກີດການຂັບຖ່າຍ.

ຂໍ້ຄວນລະວັງ: ໃນການແຊ່ແກ່ນຜັກອີ່ຕູ່ຄວນແຊ່ໃຫ້ມັນພອງເຕັມທີ່ ເພາະຖ້າກິນເຂົ້າໄປອາດເຮັດໃຫ້ເກີດອາກາດທ້ອງອືດໄດ້ເນື່ອງຈາກວ່າມັນເກີດການພອງຕົວໃນທ້ອງ.