ຊົມເຊີຍ! ນັກຮຽນລາວ ຍາດໄດ້ຫຼຽນຄຳໂຄງການບຳບັດນ້ຳເສຍ ແລະ ບົດໃບໄມ້ໃນສວນທັນສະໄໝ ທີ່ປະເທດໄທ

307

ນັກຮຽນ ສປປ ລາວ ສາມາດຍາດໄດ້ຫລຽນຄຳ ຈາກງານ IPITEX 2020 ສຳລັບໂຄງການຈຳລອງລະບົບ ບຳບັດນ້ຳເພື່ອການກະສິກຳ ແລະ ໂຄງການບົດໃບໄມ້ສວນແບບທັນສະໄໝ.

ກຸ່ມນັກຮຽນໄດ້ເຂົ້າຮ່ວມງານແຂ່ງຂັນ Bangkok International, Intellectual, Property, Invention, Innovation, and Technology Exposition (IPITEX) ທີ່ປະເທດໄທ ໃນລະຫວ່າງວັນທີ  2 ຫາ 6 ກຸມພາ ປີ 2020.  ການແຂ່ງຂັນແມ່ນຈັດໂດຍ the National Research Council of Thailand ຂອງປະເທດໄທ.

ການແຂ່ງຂັນ ຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 1.200 ຄົນ (ມີ 514 ໂຄງການ ສິ່ງປະດິດ) ທີ່ມາຈາກ 21 ປະເທດ ທົ່ວໂລກ.  ສຳລັບ ສປປ ລາວ ແມ່ນໄດ້ເຂົ້າຮ່ວມການແຂ່ງຂັນ ຄັ້ງທຳອິດ ເຊິ່ງແມ່ນ ນັກຮຽນຈາກໂຮງຮຽນ ເມຈິກພາມສ ແລະ ບໍລິສັດ ໄດ້ສົ່ງທັງໝົດ 11 ໂຄງການເຂົ້າຮ່ວມການແຂ່ງຂັນ.  ໃນນັ້ນມີ 2 ໂຄງການທີ່ໄດ້ຮັບຫລຽນຄຳ, 2 ໂຄງການໄດ້ຮັບຫລຽນເງີນ ແລະ 2 ໂຄງການໄດ້ຮັບຫລຽນທອງແດງ.

ຫຼຽນຄຳທໍາອິດແມ່ນເປັນຂອງກຸ່ມນັກຮຽນທີ່ໄດ້ສ້າງລະບົບການບຳບັດນ້ຳ ເພື່ອກະສິກຳ ນຳໃຊ້ເຄື່ອງ ລີຊາຍເຄີນ ມາສ້າງລະບົບບຳບັດນ້ຳເສຍເພື່ອໃຊ້ເຂົ້າໃນ ກະສິກຳ. ກຸ່ມນັກຮຽນ ຊັ້ນມັດທະຍົມ1 ອາຍຸ 11 ປີ ລວມມີ ນາງ ອາໂລນາ ສີຈະເລີນ, ນາງ ອິນທິລາ ສີດສະຫວັດວົງ ແລະ ນາງ ປັນຍາພອນ ຟອງສະຫວັນ, ໄດ້ເຮັດວຽກຫຼາຍເດືອນເພື່ອກຽມໂຄງການເຂົ້າການແຂ່ງຂັນຄັ້ງນີ້.

ນາງ ອາໂລນາ ສີຈະເລີນ ຫົວໜ້າທີມຂອງກຸມນັກຮຽນ ກ່າວວ່າ: ຕົນເອງມີຄວາມພູມໃຈຫຼາຍກັບຜົນສຳເລັດໃນການແຂ່ງຂັນຄັ້ງນີ້.  ນອກນັ້ນໂຄງການລະບົບບຳບັດນ້ຳເສຍເພື່ອໃຊ້ໃນກະສິກຳ ຍັງໄດ້ຮັບລາງວັນ the Young Innovator Award ຈາກ ອົງການ Citizen Innovation ປະເທດສິງກະໂປ.

ສຳລັບຫຼຽນຄຳທີສອງຂອງປະເທດລາວແມ່ນ ເປັນຂອງ ກຸ່ມນັກຮຽນຊັ້ນມັດທະຍົມ 5 ທ້າວ ວິນນາກອນ ແລະ ທ້າວ ດວງສີ ແລະ ວິລະເດດ ສຸວັນທອງ ສຳລັບການເຮັດເຄື່ອງບົດຂີ້ເຫຍື້ອແບບທັນສະໄໝ. ນອກນັ້ນ ໂຄງການທີ່ເຂົ້າຮ່ວມບາງໂຄງການຂອງລາວ ແມ່ນຍັງໄດ້ຮັບ ລາງວັນພິເສດຈາກປະເທດ ເກົາຫລີໃຕ້ ແລະ ຮອງກົງ.

ໂຮງຮຽນ ເມຈິກພາມສ ແລະ Sirena Technologies ໄດ້ຮັບລາງວັນສຳລັບການເຂົ້າຮ່ວມການແຂ່ງຂັນດັ່ງກ່າວ.  ບັນດາຄູຂອງໂຮງຮຽນ ເມຈິກພາມສ ມີຄວາມພາກພູມໃຈຫລາຍທີ່ໄດ້ນຳພານັກຮຽນເຂົ້າຮ່ວມການແຂ່ງຂັນ ແລະ ດີໃຈຕໍ່ຜົນສຳເລັດໃນການເຂົ້າຮ່ວມການແຂ່ງຂັນລະດັບສາກົນໃນຄັ້ງນີ້. ໂຮງຮຽນ ເມຈິກພາມສ ແລະ Sirena Technologies ຈະສືບຕໍ່ເຮັດວຽກຮ່ວມກັບນັກຮຽນເພື່ອເຂົ້າຮ່ວມການແຂ່ງຂັນສາກົນໃນອະນາຄົດ.

ທີ່ມາ: zain_iqbal@hotmail.com