ທັບນັກກີລາ ໂບລີ້ງ ນະຄອນຫຼວງ ຫວັງ 2 ຫຼຽນຄໍາ ໃນຊຽງຂວາງ ເກມ

127

ທັບນັກກີລາ ໂບລີ້ງ ນະຄອນຫຼວງວຽງຈັນ ກຽມສົ່ງນັກກີລາເຂົ້າຮ່ວມຄົບທຸກລາຍການ ໃນການແຂ່ງຂັນກີລາໂບລີ້ງ ປະຈໍາງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ( ຊຽງຂວາງ ເກມ ) ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ພ້ອມຕັ້ງເປົ້າຫວັງຍາດໃຫ້ໄດ້ 2 ຫຼຽນຄໍາ.

ອີງຕາມການໃຫ້ສໍາພາດຂອງ ທ່ານ ເພັດສະໝອນ ເພັງເມືອງຄູນ ປະທານສະຫະພັນໂບລີ້ງ ນະຄອນວຽງຈັນ ໃຫ້ຊາບວ່າ: ທັບນັກກີລາ ໂບລີ້ງ ນະຄອນຫຼວງວຽງຈັນ ແມ່ນໄດ້ກະກຽມມາຕັ້ງປີ 2019 ແລະ ໄດ້ມີການຝຶກຊ້ອມມາເປັນໄລຍະໆ, ເຊິ່ງນັກກີລາທຸກຄົນແມ່ນໄດ້ຄັດເລືອກເອົານັກກີລາທີ່ສ້າງຜົນງານໂດດເດັ່ນທັງພາຍໃນ ແລະ ຕ່າງປະເທດ ໂດຍໃນເບື້ອງຕົ້ນແມ່ນມີນັກກີລາມາຄັດເລືອກເກືອບ 20 ຄົນ ແລະ ປັດຈຸບັນຄັດໄດ້ 7 ຄົນ ເປັນຊາຍທັງໝົດ ເພາະມີນີ້ມີແຕ່ລາຍການປະເພດຊາຍ.
“ ສ່ວນເປົ້າໝາຍໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ໄດ້ຕັ້ງໄວ້ 2 ຫຼຽນຄໍາຈາກການມີຊີງໄຊທັງໝົດ 5 ລາຍການ ຍ້ອນວ່າມີຄວາມໝັ້ນໃຈນັກກີລາທີ່ມີປະສົບການ ອີກຢ່າງໃນໄລຍະການຝຶກຊ້ອມພວກເຮົາໄດ້ ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນທີ່ປະເທດໄທ ຜ່ານການແຂ່ງຂັນນັກກີລາຂອງພວກເຮົາສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ” ທ່ານ ປະທານສະຫະພັນໂບລີ້ງ ນະຄອນວຽງຈັນ.

ຂະນະທີ່ ທ່ານ ດວງຕາ ສຸລິວົງ ຫົວໜ້າພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາ ທັບນັກກີລາໂບລີ້ງນະຄອນຫຼວງວຽງຈັນ ໄດ້ໃຫ້ທິດຊີ້ນໍາຕໍ່ນັກກີລາໂບລີ້ງ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ໃຫ້ເອົາໃຈໃສ່ໃນການຝຶກຊ້ອມ ແລະ ປະຕິບັດກົດລະບຽບຢ່າງເຂັ່ງຄັດ ພ້ອມທັງທຸ້ມເທຢ່າງເຕັມທີ່ໃນເວລາແຂ່ງຂັນ, ເຊິ່ງຕາມທິດຊີ້ນໍາຂອງການນໍາ ນະຄອນຫຼວງ ອັນຫຼັກແມ່ນໆໃຫ້ມີຄວາມຮັກແພງສາມັກຄີ ແລະ ເຮັດແນວໃດໃຫ້ທັບນັກກີລາ ນະຄອນຫຼວງ ໄດ້ມີການພັດທະນາ ແລະ ກ້າວໜ້າ ເພື່ອຍາດແຍ່ງເອົາຫຼຽນຄໍາໃຫ້ ນະຄອນຫຼວງ ໄດ້ບັນລຸຕາມເປົ້າໝາຍຄອງເຈົ້າຫຼຽນຄໍາ ໃນຊຽງຂວາງ ເກມ.

ສໍາລັບ ໂບລີ້ງໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ມີການຊີງໄຊ 5 ລາຍການຄື: ດ່ຽວ, ຄູ່, ທີມ 3 ຄົນ, ທີມ 6 ຄົນ ແລະ ປະເພດອໍລິເວນ ເຊິ່ງນະຄອນຫຼວງ ແມ່ນສົ່ງເຂົ້າຮ່ວມຄົບທຸກລາຍການ, ສ່ວນຜົນງານທີ່ຜ່ານມາ ນະຄອນຫຼວງ ສ້າງຜົນງານໃນງານມະຫະກໍາກີລາຊາດ ມີຄື: ຍາດໄດຫຼຽນເງິນ ໃນຈໍາປາສັກ ເກມໃນປີ 2008, ສ່ວນຜົນງານເດັ່ນທີ່ສຸດສາມາດຍາດໄດ້ 1 ຫຼຽນຄໍາ ແລະ 1 ຫຼຽນເງິນ ໃນປີ 2011 ທີ່ແຂວງຫຼວງພະບາງ.

(ຂ່າວ-ຮູບ: ຄໍາສອນ)